ກວຕ ເປີດບັ້ນຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ III

77

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເປີດບັ້ນຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ III ໃຫ້ແກ່ພະນັກງານນຳພາ-ຫຼັກແຫຼ່ງ ໃນວັນທີ 17 ກຸມພາ 2020 ນີ້ ທີ່ຫ້ອງປະຊຸມໃຫຍ່ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ( ກວຕ ), ມີສະຫາຍ ນາງ ໄກສອນ ຈັນສີນາ ຫົວໜ້າກົມຄຸ້ມຄອງການຮຽນ – ການສອນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

ໂອກາດດັ່ງກ່າວ ສະຫາຍ ບຸນປອນ ບົວແພງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກວຕ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການອະນຸມັດເປີດບັ້ນຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງໄລຍະສັ້ນ 45 ວັນ ຊຸດທີ II ໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງຂອງ ກວຕ ແລະ ຂໍ້ຕົກລົງຂອງລັດຖະມົນຕີ ກວຕ ວ່າດ້ວຍການອະນຸມັດໃຫ້ພະນັກງານເຂົ້າຮ່ວມຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ III ເຊິ່ງມີທັງໝົດ 45 ສະຫາຍ ຍິງ 17 ສະຫາຍ.

ໂອກາດດັ່ງກ່າວ ສະຫາຍ ບໍ່ວຽງຄຳ ວົງດາລາ ໄດ້ຮຽກຮ້ອງມາຍັງຜູ້ທີ່ໄດ້ເຂົ້າຮ່ວມຝຶກອົບຮົມຈົ່ງຕັ້ງໃຈຮໍ່າຮຽນ, ຍາດແຍ່ງເອົາຄວາມຮູ້ຈາກອາຈານທີ່ມີປະສົບການເພື່ອນຳມາໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງຂອງຕົນໃຫ້ປະສົບຜົນສຳເລັດ ແລະ ເກີດຜົນປະໂຫຍດສູງສຸດ.

[ ຂ່າວ: ສົມສະຫວິນ, ຮູບ: ບຸນທັນ ]