ໄທນຳສິນຄ້າໂອທັອບ ວາງສະແດງ ແລະ ຈໍາໜ່າຍທີ່ວຽງຈັນເຊັນເຕີ

62

ເພື່ອເປັນການສົ່ງເສີມການຮ່ວມມື, ການຄ້າ, ການລົງທຶນລະຫວ່າງປະເທດເພື່ອນບ້ານ ຈັງຫວັດຈັນທະບູລີ ປະເທດໄທ ໄດ້ຈັດງານສະແດງ ແລະ ຈຳໜ່າຍຜະລິດຕະພັນສິນຄ້າ OTOP ສານສຳພັນສອງແຜ່ນດິນ ຂຶ້ນທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 20 ຫາ 22 ກຸມພາ 2020 ໂດຍການເຂົ້າຮ່ວມຂອງ ທ່ານ ພົງພັດ ວົງຕະກຸນ ຮອງຜູ້ວ່າລາດຊະການຈັງຫວັດຈັນທະບູລີ, ທ່ານ ນາງ ປະວິດຕາ ມ່ວງສະກຸນ ຜູ້ຊ່ວຍອຳນວຍການສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ນະຄອນຫຼວງວຽງຈັນ ພ້ອມດ້ວຍຜູ້ປະກອບການສິນຄ້າໂອທັອບ ( OTOP ) ໃນຈັງຫວັດຈັນທະບູລີ ແລະ ຈັງຫວັດໃກ້ຄຽງເຂົ້າຮ່ວມ.

ທ່ານ ນາງ ວັນວິສາ ນາມແກ້ວ ຫົວໜ້າຝ່າຍອຳນວຍສຳນັກງານພັດທະນາຊຸມຊົນ ຈັງຫວັດຈັນທະບູລີ ກ່າວວ່າ: ການຈັດງານສະແດງ ແລະ ຈຳໜ່າຍຜະລິດຕະພັນສິນຄ້າ OTOP ສານສຳພັນສອງແຜ່ນດິນໃນຄັ້ງນີ້ປະກອບດ້ວຍກຸ່ມເປົ້າໝາຍ OTOP Trader ເຄືອຂ່າຍ OTOP ຜູ້ຜະລິດ, ຜູ້ປະກອບການ OTOP ຂອງຈັງຫວັດຈັນທະບູລີ ແລະ ຈັງຫວັດໃກ້ຄຽງຈາກປະເທດໄທ ເຂົ້າຮ່ວມວາງສະແດງ ແລະ ຈຳໜ່າຍຈໍານວນ 50 ຮ້ານ.

ສິນຄ້າສ່ວນຈະໃຫຍ່ຈະເປັນປະເພດອາຫານ ( ເຂົ້າໜົມ ), ເຄື່ອງສະໝຸນໄພ, ສິນຄ້າຫັດຖະກຳ ແລະ ມີສິນຄ້າ ODOP ຈາກ ສປປ ລາວ ເຂົ້າຮ່ວມ 3 ຮ້ານ.

ຈຸດປະສົງຂອງການຈັດງານແມ່ນເພື່ອເພີ່ມຊ່ອງທາງການຕະຫຼາດໃຫ້ກັບຜະລິດຕະພັນ OTOP ເພື່ອໃຫ້ OTOP Trader ແລະ ຜູ້ຜະລິດ, ຜູ້ປະກອບການ OTOP ຂອງຈັງຫວັດໄດ້ຮຽນຮູ້ແນວທາງໃນການພັດທະນາຄຸນນະພາບມາດຕະຖານສິນຄ້າ ໃຫ້ເປັນທີ່ຍອມຮັບຂອງປະຊາຊົນປະເທດເພື່ອນບ້ານ ຈາກປະສົບການການຈຳໜ່າຍສິນຄ້າ, ໃຫ້ OTOP Trader ແລະ ຜູ້ຜະລິດ, ຜູ້ປະກອບການ OTOP ໄດ້ມີໂອກາດເຈລະຈາເຮັດທຸລະກິດຂອງປະເທດເພື່ອນບ້ານ ເພື່ອສົ່ງເສີມຄວາມສຳພັນດ້ານການຄ້າ ແລະ ການຮ່ວມມືກັບປະເທດເພື່ອນບ້ານ, ສົ່ງເສີມຄວາມສຳພັນດ້ານການຄ້າ ແລະ ການຮ່ວມມືລະຫວ່າງປະເທດເພື່ອນບ້ານໄດ້ຢ່າງມີປະສິດທິພາບ ແລະ ເກີດຜົນເປັນຮູບປະທຳ.

ທ່ານ ພົງພັດ ວົງຕະກູນ ກ່າວວ່າ: ບັນດາສິນຄ້າຂອງຈັງຫວັດຈັນທະບູລີ ແມ່ນມີຫຼາກຫຼາຍຜະລິດຕະພັນ ໂດຍສະເພາະສິນຄ້າ OTOP. ແຕ່ການນຳມາວາງສະແດງໃນງານທີ່ ສປປ ລາວ ໃນຄັ້ງນີ້ແມ່ນເປັນພຽງຈຳນວນໜຶ່ງ. ແຕ່ຢ່າງໃດຕາມ, ໃນຄັ້ງນີ້ພວກເຮົາຫວັງວ່າກຸ່ມຜູ້ຄ້າ, ຜູ້ປະກອບການຂອງໄທ ແລະ ສປປ ລາວ ຈະມີການຈັບຄູ່ທຸລະກິດ ເພື່ອເປັນການຕໍ່ຍອດໃນອະນາຄົດໃນການຈັດຈຳໜ່າຍສິນຄ້າ ໂດຍສະເພາະບໍ່ຂາຍແຕ່ໃນງານວາງສະແດງເທົ່ານັ້ນ ແລະ ການຈັດງານໃນຄັ້ງນີ້ຫວັງວ່າຈະເປັນການເພີ່ມສານສຳພັນລະຫວ່າງຜູ້ປະກອບການ ແລະ ປະຊາຊົນ 2 ປະເທດ.

( ຂ່າວ: ສັນຕິ )