ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງສິນຄ້າ ຖິ່ນກຳເນີດຜ້າໄໝຢູ່ແຂວງຫົວພັນ

110

ວັນທີ 17 ກຸມພາຜ່ານມາ ກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ( ກວຕ ) ແລະ ພະແນກວິທະ ຍາສາດ ແລະ ເຕັກໂນໂລຊີ ( ພວຕ ) ແຂວງຫົວພັນ ໄດ້ຈັດກອງປະຊຸມສ້າງຄວາມເຂັ້ມແຂງທາງດ້ານການກວດກາ ແລະ ຄຸ້ມຄອງສິນຄ້າຖິ່ນກຳເນີດຜ້າໄໝແຂວງຫົວພັນ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ປອ. ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກວຕ ໄດ້ກ່າວບາງຕອນສໍາຄັນວ່າ: ການກະກຽມຈົດທະບຽນຖິ່ນກຳເນີດຜ້າໄໝແຂວງຫົວພັນ ໄດ້ເລີ່ມຕົ້ນມາແຕ່ປີ 2019 ເປັນຕົ້ນມາ ແລະ ມີຫຼາຍໜ້າວຽກທີ່ສາມາດບັນລຸຜົນແລ້ວ, ແຕ່ກໍຍັງມີບາງໜ້າວຽກທີ່ຍັງຕ້ອງໄດ້ສືບຕໍ່ໃຫ້ສຳເລັດ ເຊັ່ນ: ເອກະສານຄຸນລັກສະນະຖິ່ນກຳເນີດຜ້າໄໝ ແລະ ການສ້າງຄວາມເຂັ້ມແຂງທາງດ້ານລະບົບການກວດກາສິນຄ້າຖິ່ນກຳເນີດ ໃຫ້ທຸກພາກສ່ວນທີ່ຕິດພັນກັບວຽກງານຖິ່ນກຳເນີດຜ້າໄໝ ໂດຍສະເພາະແມ່ນສະມາຄົມສົ່ງເສີມຜ້າໄໝແຂວງຫົວພັນ ເຊິ່ງເປັນຜູ້ຈັດຕັ້ງປະຕິບັດວຽກງານຖິ່ນກຳເນີດຕົວຈິງ.

ພາບປະກອບຂ່າວເທົ່ານັ້ນ

ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການນຳສະເໜີຈາກຊ່ຽວຊານ ເຖິງວຽກງານກວດກາຈາກ ບໍລິສັດ Bioagricert ກ່ຽວກັບ ຄວາມສຳຄັນຂອງວຽກງານກວດກາ ຢັ້ງຢືນສິນຄ້າຖິ່ນກຳເນີດ ແລະ ລະບຽບຂອງ ສປປ ລາວ, ປຶກສາຫາລືກ່ຽວກັບເອກະສານຄຸນລັກສະນະຖິ່ນກຳເນີດຜ້າໄໝແຂວງຫົວພັນ ແລະ ການນຳເອົາລະບົບກວດກາ ກວດກາຄືນໃນເອກະສານຄຸນລັກສະນະຖິ່ນກຳເນີດ, ຄວາມກ່ຽວພັນລະຫວ່າງຂໍ້ກຳນົດທາງດ້ານເຕັກນິກ, ການກວດກາພາຍໃນ ແລະ ຂັ້ນຕອນການຢັ້ງຢືນຈາກພາຍນອກ, ການສ້າງຄວາມເຂັ້ມແຂງທາງດ້ານການກວດກາ ( ລະບົບການກວດກາພາຍໃນ ແລະ ການຢັ້ງຢືນຈາກພາກສ່ວນນອກ ພາກສ່ວນທີສາມ )

[ ຂ່າວ: ສົມສະຫວິນ, ຮູບ: ແສງທອງ ]