ຊົມເຊີຍ! ກຸ່ມບໍລິສັດ ພົງຊັບທະວີ ມອບເຄື່ອງຊ່ວຍເຫຼືອປ້ອງກັນເຊື້ອໄວຣັສສາຍພັນໃໝ່ ມູນຄ່າ 1,25ຕື້ກີບ

248

​​​​​​​​​​​​​​ໃນຕອນເຊົ້າ ຂອງວັນທີ 19 ກຸມພາ 2020 ທີ່ ສຳນັກງານນາຍົກລັດຖະມົນຕີ, ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ໄດ້ນຳເອົາເຄື່ອງໃຊ້ປ້ອງກັນພະຍາດ ແລະ ຝຸ່ນລະອອງ (ຜ້າອັດປາກ) ມາມອບໃຫ້ລັດຖະບານ ເພື່ອໄປມອບໃຫ້ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ນຳໃຊ້ເຂົ້າໃນວຽກງານປ້ອງກັນ ການແຜ່ລະບາດ ຂອງເຊື້ອພະຍາດຕ່າງໆ, ໂດຍການກ່າວມອບ ຂອງທ່ານ ພົງສະຫວັດ ເສນາພວນ, ປະທານກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ແລະ ໃຫ້ກຽດກ່າວຮັບ ແມ່ນທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19).

​​​​​​​​​​​​​ຜ້າອັດປາກ ທີ່ນຳມາມອບໃນຄັ້ງນີ້ ມີ 2 ແບບ ຄື: ຜ້າອັດປາກ ທີ່ໃຊ້ທາງການແພດ ຈຳນວນ 200.000 ອັນ ແລະ ຜ້າອັດປາກ N95 ທີ່ໃຊ້ປ້ອງກັນເຊື້ອພະຍາດ, ຝຸ່ນລະອອງ ແລະ ອື່ນໆ ຈຳນວນ 10.000 ອັນ, ລວມມູນຄ່າທັງໝົດ 1,25 ຕື້ກີບ.

​​​​​​​​​​​​​​ໃນໂອກາດດັ່ງກ່າວ, ທ່ານ ສົມດີ ດວງດີ ໄດ້ຕາງໜ້າໃຫ້ລັດຖະບານ ກ່າວຂອບໃຈ ແລະ ຊົມເຊີຍ ຕໍ່ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ທີ່ໄດ້ນຳເອົາເຄື່ອງດັ່ງກ່າວ ມາມອບຊ່ວຍເຫຼືອໃນຄັ້ງນີ້, ພ້ອມທັງ ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງ ນຳເອົາເຄື່ອງຊ່ວຍເຫຼືອດັ່ງກ່າວ ໄປນຳໃຊ້ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.​