ຜູ້ຮັບເໝົາກໍ່ສ້າງສະເໜີຊົດເຊີຍເບື້ອງຕົ້ນ ເຫດປາຕາຍຢູ່ນໍ້າລີກ 70ລ້ານກີບ

91

ຈາກກໍລະນີເຫດການທີ່ມີນໍ້າຂຸ່ນຜິດປົກກະຕິ ແລະ ພົບເຫັນປາຕາຍຈຳນວນຫລາຍ ໃນວັນທີ 17 ກຸມພາ 2020 ທີ່ຖືກເຜີຍແຜ່ອອກມາຜ່ານສື່ສັງຄົມອອນລາຍ ສາເຫດແມ່ນເກີດຈາກການຮົ່ວໄຫຼຂອງສານເຄມີທີ່ເຮັດໃຫ້ແຂງຕົວໄວຂອງຄອນກີດ ຈາກບໍລິສັດກໍ່ສ້າງແຫ່ງໜື່ງຢູ່ເມືອງກາສີ ແຂວງວຽງຈັນ, ຫຼ້າສຸດມື້ນີ້ ຮໍ້າລື່ມໃສຂຶ້ນ ແລະ ບໍ່ມີປາຕາຍແລ້ວ, ຂະນະດຽວກັນ ຫົວໜ້າຫ້ອງວ່າການເຜີຍ ຜູ້ຮັບເໝົາກໍ່ສ້າງສະເໜີຊົດເຊີຍເບື້ອງຕົ້ນ 70ລ້ານກີບ ແຕ່ກໍ່ຍັງບໍ່ທັນມີການຕົກລົງເຫັນດີແຕ່ຢ່າງໃດ.

ທ່ານ ອໍາໄພ ໂສລັດຕະນະວົງ ຫົວໜ້າຫ້ອງວ່າການເມືອງກາສີ ແຂວງວຽງຈັນ ເປີດເຜີຍວ່າ: ຕໍ່ກັບກໍລະນີເຫດນໍ້າຂຸ່ນ ປາຕາຍຢູ່ນໍ້າລີກ ປັດຈຸບັນບໍລິສັດຜູ້ຮັບເໝົາກໍ່ສ້າງໄດ້ສະເໜີງົບປະມານຊົດເຊີຍຕໍ່ເຫດການດັ່ງກ່າວຈໍານວນ 70ລ້ານກີບ, ແຕ່ໃນຄືນວັນທີ 18 ກຸມພາ ທີ່ຜ່ານມາ ກຸ່ມບໍລິສັດໃຫຍ່ກໍ່ຄື ບໍລິສັດ ຊີໂນໄຮໂດຣ ພ້ອມທຸກພາກສ່ວນກ່ຽວຂ້ອງໄດ້ເຂົ້າຮ່ວມປະຊຸມ ປຶກສາຫາລືເຖິງຜົນເສຍຫາຍທີ່ເກີດຂຶ້ນ ແຕ່ກໍ່ຍັງບໍ່ທັນໄດ້ສະຫຼຸບປະເມີນມູນຄ່າເສຍຫາຍເນື່ອງຈາກບໍ່ສາມາດປະເມີນໄດ້, ທັງນີ້ພາຍໃນກອງປະຊຸມກໍ່ໄດ້ມີການນໍາເອົາກົດໝາຍກ່ຽວຂ້ອງຂຶ້ນມາເຜີຍແຜ່ແກ່ບໍລິສັດ ເຖິງມາດຕະການປັບໃໝຕັ້ງແຕ່ 10ລ້ານ ຫາ 1,2ຕື້ກີບ ຕາມຄວາມຮ້າຍແຮງຂອງແຕ່ລະກໍລະນີ.

ນອກຈາກນີ້ ທ່ານ ອໍາໄພ ໂສລັດຕະນະວົງ ຍັງໃຫ້ຮູ້ຕື່ມວ່າ: ໃນກອງປະຊຸມ ບໍລິສັດຜູ້ຮັບເໝົາກໍ່ສ້າງກໍ່ໄດ້ສະເໜີກ່ຽວກັບກໍລະນີທີ່ເກີດຂຶ້ນຢູ່ເມືອງກາສີ ຍັງບໍ່ຮ້າຍແຮງ ຈຶ່ງສະເໜີຟື້ນຟູຜົນເສຍຫາຍທັງໝົດດ້ວຍເງິນ 70ລ້ານກີບ, ແຕ່ພາກລັດກໍ່ຄືອໍານາດການປົກຄອງຂັ້ນເມືອງ ຍັງບໍ່ທັນໄດ້ຕົກລົງເຫັນດີແຕ່ຢ່າງໃດ, ທັງນີ້ກໍ່ຕ້ອງລໍຟັງຄໍາຊີ້ນໍາຂອງຂັ້ນແຂວງເພີ່ມຕື່ມ. ແນວໃດກໍ່ດີ ໃນກອງປະຊຸມ ບໍລິສັດໃຫຍ່ກໍ່ໄດ້ສະແດງເຈດຈໍານົງໃນການຢຽວຢາ ພ້ອມຮັບຜິດຊອບຜົນເສຍຫາຍທັງໝົດທີ່ເກີດຂຶ້ນ

ສ່ວນນໍ້າລີກ ຫຼັງຈາກມີເຫດການຖັງນໍ້າຢາແຕກ ກໍ່ໄດ້ຈົກເອົາຕະກອນຢູ່ອ່າງດັກຕະກອນອອກ ເຊິ່ງເຮັດໃຫ້ນໍ້າໃສຂຶ້ນ ແລະ ບໍ່ມີປາຕາຍແລ້ວ, ສ່ວນການບໍລິໂພກນໍ້ານັ້ນ ໃຫ້ຢຸດຊົມໃຊ້ກ່ອນ ຈົນກວ່າຈະຮູ້ຜົນວິໃຈສານປົນເປື້ອນຕ່າງໆທີ່ເຈືອປົນຢູ່ໃນນໍ້າ ແລະ ຄາດວ່າຈະຮູ້ຜົນອີກໃນ 10ວັນ.