ທ່ານນາຍົກເນັ້ນອົງການກວດກາພັກ-ລັດ ຖ້າພົບເຫັນປະກົດການບໍ່ດີຕ້ອງຮີບແກ້ໄຂ

224

ໃນຕອນເຊົ້າຂອງວັນທີ 18 ກຸມພາ 2020 ທີ່ອົງການກວດກາລັດຖະບານ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 38 ປີ (16/02/1982-16/02/2020) ແລະ ຍ້ອງຍໍຜົນງານຄະນະສະເພາະກິດ ແລະ ພະນັກງານກວດກາສູນກາງພັກ ປະຈໍາປີ 2019 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ; ມີ ທ່ານ ປອ. ບຸນທອງ ຈິດມະນີ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີການນຳຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ສີໃນ ມຽງລາວັນ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ລາຍງານ ແລະ ຍົກໃຫ້ເຫັນປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານທີ່ອົງການກວດກາພັກ-ລັດ ສາມາດຍາດມາໄດ້ຕະຫຼອດ ໄລຍະ 38 ປີຜ່ານມາ ໃນວຽກງານຕິດຕາມ, ກວດກາພັກ, ຕິດຕາມ, ກວດກາລັດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ພ້ອມນີ້ ກໍ່ໄດ້ຈັດຕັ້ງຄະນະກວດກາສະເພາະກິດ (ພິເສດ) ດຳເນີນການກວດກາໂຄງການບໍ່ມີຕົວຕົນ ຢູ່ບັນດາແຂວງ, ໂຄງການຈ່າຍເງິນເກີນ ແລະ ຈ່າຍຊ້ຳຊ້ອນ ຢູ່ບັນດາກະຊວງ-ອົງການ ແລະ ບັນດາແຂວງ-ນະຄອນຫຼວງ; ຜົນງານທີ່ພົ້ນເດັ່ນໃນໄລຍະຜ່ານມາ ແມ່ນສໍາເລັດການກວດກາ ແລະ ດຳເນີນການສືບສວນ-ສອບສວນສາຍເຫດຄູກັນນ້ຳ ເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ແຕກພັງ ພ້ອມທັງ ດຳເນີນການປັບປຸງແກ້ໄຂບັນຫາກັບບໍລິສັດຜູ້ລົງທຶນ ສຳເລັດຕາມການຊີ້ນຳຂອງຂັ້ນເທິງ ຊຶ່ງເປັນການປະກອບສ່ວນ ໃນການແກ້ໄຂສະພາບຫຍໍ້ທໍ້, ການລະເມີດລະບຽບກົດໝາຍ ທີ່ເກີດຂຶ້ນໃນໂຄງການລົງທຶນຂອງລັດ ແລະ ຜົນງານອື່ນໆ ອີກຫຼາຍດ້ານ.

ໂອກາດນີ້, ທ່ານ ທອງລຸນ ສີສຸດລິດ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນໍາຕໍ່ກອງປະຊຸມ ເຊິ່ງກ່ອນອຶ່ນ ທ່ານໄດ້ຍົກໃຫ້ເຫັນຄວາມສຳຄັນຂອງວຽກງານກວດກາ ທີ່ຂາດບໍ່ໄດ້ ໃນວຽກການນຳພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍ ຕໍ່ຜົນສໍາເລັດທີ່ອົງການກວດກາ ພັກ-ລັດ ສາມາດຍາດມາໄດ້ທີ່ສ່ອງແສງເຖິງຄວາມຮັບຜິດຊອບ ຂອງທຸກຂະແໜງການຕໍ່ວຽກງານຕ້ານການສໍ້ລາດບັງຫຼວງ ເຊິ່ງໄດ້ສ້າງຄວາມເຊື່ອໝັ້ນ ສັດທາຂອງປະຊາຊົນ ຕໍ່ພັກ-ລັດ ເພີ່ມຂຶ້ນ ແລະ ເຂົ້າຮ່ວມໃນວຽກງານກວດກາ ກໍ່ຄື ປະກອບສ່ວນເຂົ້າໃນ ການຕ້ານການສໍ້ລາດບັງຫຼວງ. ແຕ່ເຖິງຢ່າງໃດກໍ່ຕາມ ວຽກກວດກາ ເປັນວຽກທີ່ສຳຄັນ, ທ້າທາຍ ແລະ ສັບສົນ ເຮັດໃຫ້ປາສະຈາກບໍ່ໄດ້ ຂໍ້ຄົງຄ້າງຈຳນວນໜຶ່ງທີ່ຕ້ອງໄດ້ສືບຕໍ່ແກ້ໄຂ.

ສະນັ້ນ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ສືບຕໍ່ມີການພັດທະນາ ປະກອບສ່ວນໃນການຈັດຕັ້ງປະຕິບັດ ແນວທາງນະໂຍບາຍ, ແຜນພັດທະນາເສດຖະກິດ-ສັງຄົມ ທີ່ພັກ-ລັດ ວາງອອກ ໃຫ້ປະກົດຜົນເປັນຈິງນັ້ນ, ທ່ານ ທອງລຸນ ສີສຸລິດ ໄດ້ມີຄໍາເຫັນຊີ້ນໍາ ແລະ ເນັ້ນໜັກໃຫ້ອົງການກວດກາພັກ-ລັດ ສືບຕໍ່ເອົາໃຈໃສ່ ເປັນຕົ້ນ ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນ ແລະ ຕາມການມອບໝາຍ ໂດຍສະເພາະ ການຈັດຕັ້ງປະຕິບັດວຽກງານກວດກາຕ້ານການສໍ້ລາດບັງຫຼວງ ໃນຂອບເຂດທົ່ວປະເທດ, ຖ້າພົບເຫັນປະກົດການຫຍໍ້ທໍ້ ຕ້ອງພ້ອມກັນຮີບຮ້ອນແກ້ໄຂ, ສະກັດກັ້ນ ບໍ່ໃຫ້ແຜ່ລາມ ຫຼື ບານປາຍ; ເອົາໃຈໃສ່ສະຫຼຸບຕີລາຄາຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ໃນນີ້ ໃຫ້ຖອດຖອນບົດຮຽນຈາກປະເທດເພື່ອນມິດຍຸດທະສາດ ມາໝູນໃຊ້ໃຫ້ເໝາະສົມ ແທດກັບສະພາບຕົວຈິງຂອງປະເທດເຮົາ.

ສືບຕໍ່ການກວດກາແຕ່ຫົວທີ, ກວດກາໂຄງການລົງທຶນຂອງລັດ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ບັນດາເປົ້າໝາຍທີ່ພວມດໍາເນີນກວດກາທີ່ຍັງບໍ່ທັນສໍາເລັດ ເພື່ອບໍ່ເຮັດໃຫ້ເກີດເປັນການລະເມີດ; ເຜີຍແຜ່ຜົນການ ກວດກາ ແລະ ການຕັດສິນແກ້ໄຂຈາກຜົນການກວດກາ, ຍ້ອງຍໍຜູ້ມີຜົນງານ ແລະ ລົງໂທດຜູ້ກະທຳຜິດ; ໃຫ້ ກວດກາຄືນບັນດານິຕິກຳຕ່າງໆທີ່ກ່ຽວກັບວຽກງານກວດກາ ເພື່ອປັບປຸງ ແລະ ສ້າງ ນິຕິກຳໃດທີ່ຍັງບໍ່ພຽງພໍ; ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຂອງຄະນະກວດກາແຕ່ລະຂັ້ນ ໃຫ້ມີຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງ ສົມຄູ່ກັບຄວາມຮັບຜິດຊອບການເມືອງ; ເພີ່ມທະວີການກໍ່ສ້າງ-ບໍາລຸງພະນັກງານ ໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຈັນຍາບັນ, ຄວາມຮູ້ດ້ານວິຊາການ ແລະ ຄວາມສາມາດໃນການກວດກາຕົວຈິງ.

ການກວດກາຕ້ອງຮັບປະກັນຄວາມຖືກຕ້ອງ, ຊັດເຈນ, ທ່ຽງທໍາ, ພາວະວິໄສ, ມີໄຫວພິບ, ຄ່ອງແຄ້ວ, ນີ້ມນວນ, ທັນເວລາ ແລະ ມີຄວາມສັກສິດ; ສໍາລັບການກວດກາ ຕ້ອງຊອກໃຫ້ເຫັນສາຍເຫດຂອງການກະທໍາຜິດ, ມີວິທີການແກ້ໄຂ ແລະ ສາມາດຈັດຕັ້ງປະຕິບັດໄດ້, ພ້ອມກັນນັ້ນ ໃຫ້ຈັດກອງປະຊຸມສໍາມະນາຖອດຖອນບົດຮຽນວຽກງານດັ່ງກ່າວ ໃນສະພາບປະຈຸບັນ ແລະ ກຳນົດທິດທາງໃນຕໍ່ໜ້າ ເພື່ອປະກອບສ່ວນໃນການກະກຽມ ແລະ ການດຳເນີນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ.

ໃນໂອກາດນີ້ ຍັງໄດ້ມີພິທີຍ້ອງຍໍຜົນງານຂອງຄະນະສະເພາະກິດ ແລະ ພະນັກງານຂອງຄະນະກວດກາສູນກາງພັກ ທີ່ມີຜົນງານໃນການກວດກາສາຍເຫດຂອງຄູກັນນໍ້າເຊປຽນ-ເຊນໍ້ານ້ອຍ ແຕກພັງ ແລະ ປະກອບສ່ວນ ກວດກາກະຊວງ, ແຂວງ ຈໍານວນໜຶ່ງທີ່ດໍາເນີນໂຄງການບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການໃນໄລຍະຜ່ານມາ ໃນນີ້ປະດັບຫຼຽນໄຊແຮງງານ ຊັ້ນ I ມີ 41 ທ່ານ, ຫຼຽນໄຊແຮງງານ ຊັ້ນ II ມີ 104 ທ່ານ, ຫຼຽນໄຊແຮງງານ