ອາເມລິກາ ສະໜັບສະໜູນໂຄງການນຳໃຊ້ລະບົບຕິດຕາມການຕອບໂຕ້ໄພພິບັດ ຢູ່ ສປປ ລາວ 145 ພັນກວ່າໂດລາ

53

ໃນວັນທີ 18 ກຸມພາ 2020 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ມີພິທີເຊັນບົດບັນທຶກ ຂໍ້ຕົກລົງ ຮ່ວມມືໂຄງການ ນຳໃຊ້ລະບົບຕິດຕາມການຕອບໂຕ້ໄພພິບັດ (DMRS) ເພື່ອເພີ່ມຄວາມອາດສາມາດ ສຳລັບການຕິດຕາມໄພອັນຕະລາຍ ໃນການເຕືອນໄພພິບັດລ່ວງໜ້າ ແລະ ການຄຸ້ມຄອງໄພພິບັດຢູ່ ສປປ ລາວ, ເຊິ່ງມີມູນຄ່າ 145.000 ກວ່າໂດລາສະຫະລັດ ໂດຍຈະເລີ່ມຈັດຕັ້ງປະຕິບັດເປັນເວລາ 6 ເດືອນ (ເດືອນພຶດສະພາ ຫາ ເດືອນ ພະຈິກ 2020). ຕາງໜ້າເຊັນບົດບັນທຶກດັ່ງກ່າວໂດຍທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ນາງ ວິກຕໍເຣຍ ລີດ ຜູ້ໃຫ້ຄຳປຶກສາຄຸ້ມຄອງໄພພິບັດປາຊີຟິກ (PCD) ເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ປະເດີມພອນ ສົນທະນີ ຮອງລັຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ປະເດີມພອນ ສົນທະນີ ໄດ້ກ່າວວ່າ: ບັນຫາໄພພິບັດ ແລະ ຄວາມສ່ຽງຈາກການປ່ຽນແປງຂອງດິນຟ້າອາກາດ ເປັນຕົ້ນ ໄພນ້ຳຖ້ວມ, ແຜ່ນດິນໄຫວ, ຄື້ນສຸນາມິ, ລົມພາຍຸ, ການລະບາດຂອງພະຍາດ ແລະ ອື່ນໆ ໄດ້ກາຍເປັນສິ່ງທ້າທາຍຢ່າງໃຫຍ່ຫລວງຕໍ່ພາກພື້ນ ແລະ ສາກົນ. ໄພພິບັດດັ່ງກ່າວ ໄດ້ເກີດຂຶ້ນເປັນປະຈຳ ແລະ ເພີ່ມຄວາມຮຸນແຮງຂຶ້ນເລື້ອຍໆ ສ້າງຜົນກະທົບ ແລະ ຄວາມເສຍຫາຍຢ່າງຫລວງຫລາຍ ຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ກໍຄືສ່ວນລວມ ທັງໄລຍະສັ້ນ ແລະ ໄລຍະຍາວ.

ພາບປະກອບ

ການຊ່ວຍເຫລືອໂຄງການຈາກອົງການພັດທະນາສາກົນ (USAID) ຂອງສະຫະລັດອາເມລິກາ ໂດຍຜ່ານສູນຄຸ້ມຄອງໄພພິບັດ ປະຈຳຂົງເຂດປາຊີຟິກ ໃນຄັ້ງນີ້ ແມ່ນມີຄວາມສຳຄັນທີ່ສຸດ ເຊິ່ງເປັນການສະໜັບສະໜູນຊ່ວຍເຫລືອແກ່ລັດຖະບານ ສປປ ລາວ ໃນການສ້າງຄວາມເຂັ້ມແຂງ ໃນລະບົບການຕິດຕາມ, ການພະຍາກອນແຈ້ງຂ່າວເຕືອນໄພ ແລະ ການຄຸ້ມຄອງໄພພິບັດ ຢູ່ ສປປ ລາວ. ພ້ອມກັນນີ, ໂຄງການດັ່ງກ່າວຍັງເປັນການຍົກລະດັບຂີດຄວາມສາມາດໃຫ້ແກ່ລະບົບການຕິດຕາມ ແລະ ການຄຸ້ມຄອງໄພພິບັດ ຂອງສູນປະສານງານຊ່ວຍເຫລືອດ້ານມະນຸດສະທຳ ຂອງອາຊຽນ-AHA Center ໃຫ້ມີຄວາມເຂັ້ມແຂງຂຶ້ນ ໃນການແບ່ງປັນ ແລະ ແລກປ່ຽນຂໍ້ມູນຂ່າວສານ ດ້ານການເຕືນໄພ ແລະ ການຄຸ້ມຄອງໄພພິບັດ ຂອງອາຊຽນ.

ພາບປະກອບ

ທ່ານກ່າວຕື່ມວ່າ: ການປະຕິບັດກິດຈະກຳໂຄງການ ແມ່ນຈະໄດ້ຮັບການສະໜັບສະໜູນດ້ານເຕັກນິກວິຊາການຈາກສູນ PCD ແລະ ສູນ AHA Center ພ້ອນກັນນີ້, ໂຄງການດັ່ງກ່າວ ຍັງໄດ້ປະສານສົມທົບ ແລະ ເຮັດວຽກກັບທຸກພາກສ່ວນ ໂດຍສະເພາະບັນດາກະຊວງທີ່ກ່ຽວຂ້ອງຢູ່ສູນກາງ.

(ຂ່າວສານຮສສ:ເພັດສະໄໝ)