ປັນຈັກສີລັດ ນວ ຕັ້ງເປົ້າ 2 ຫຼຽນຄໍາໃນຊຽງຂວາງເກມ

76

ສະຫະພັນກີລາປັນຈັກສີລັດນະຄອນຫຼວງວຽງຈັນ (ນວ) ກຽມສົ່ງນັກກີລາປັນຈັກສີລັດ ຈໍານວນ 9 ຄົນ ພ້ອມຕັ້ງເປົ້າຍາດໃຫ້ໄດ້ 2 ຫຼຽນຄໍາ ໃນງານມະຫະກໍາກີລາແຫ່ງຊາດຄັ້ງທີ XI ຫຼື ຊຽງຂວາງເກມ ທີ່ແຂວງຊຽງຊວາງ ເປັນເຈົ້າພາບ ລະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2020.

ທ່ານ ຈອນນີ້ ວົງພັກດີ ຄູເຝິກກີລາປັນຈັກສີລັດ ນວ ໃຫ້ສໍາພາດວ່າ: ສະຫະພັນກີລາປັນຈັກສີລັດ ນວ ໄດ້ມີການຄັດເລືອກເຕົ້າໂຮມເອົານັກກີລາຮຸ້ນເກົ່າ ແລະ ນັກກີລາຮຸ່ນໃໝ່ ທີ່ຄັດເລືອກໄດ້ຈາກບັນດາໂຮງຮຽນອ້ອມຂ້າງ ນວ ໄດ້ຕາມກໍານົດ ຈໍານວນ 9 ຄົນ ແລະ ໄລຍະທໍາອິດແມ່ນໄດ້ເກັບໂຕເຝິກຊ້ອມມາຕັ້ງແຕ່ຕົ້ນເດືອນມັງກອນ 2020 ເປັນຕົ້ນມາ ເຊິ່ງໃນໄລຍະເດືອນກຸມພາແມ່ນໄດ້ເຂົ້າສູນເກັບໂຕເຝິກຊ້ອມເປັນລະບົບ, ພວກເຮົາໄດ້ເນັ້ນໃຫ້ນັກກີລາຮຽກຄວາມຟິດຂອງຮ່າງກາຍ ທາງດ້ານພະລະກໍາລັງ,ເຕັກນິກ ແລະ ຍຸດທະວິທີຕ່າງໆ ປັດຈຸບັນນັກກີລາແມ່ນມີຄວາມພ້ອມແລ້ວ 80%.

ທ່ານກ່າວຕື່ມວ່າ: ແນວໃດກໍຕາມ ໃນການເຂົ້າຮ່ວມແຂ່ງຂັນ ຊຽງຂວາງເກມ ຄັ້ງນີ້ພວກເຮົາຈະພະຍາຍາມສູ້ຊົນຍາດໃຫ້ໄດ້ 2 ຫຼຽນຄໍາ ໃນນັ້ນຈະເນັ້ນໜັກໃສ່ປະເພດຕໍ່ສູ້ ຮຸ່ນນໍ້າໜັກ 60 ກິໂລ ແລະ ຮຸ່ນນໍ້າໜັກ 63 ກິໂລ ສໍາລັບການແຂ່ງຂັນກີລາປັນຈັກສີລັດ ຈະເລີ່ມແຂ່ງວັນທີ 27-29 ມີນາ 2020 ຊີງ20 ຫຼຽນຄຳ ຍິງ 10 ແລະຊາຍ 10 ແຂ່ງຂັນທີ່ສະໂມສອນກີລາໃນຮົ່ມ ວິທະຍາໄລຄູຄັງໄຂ.

(ຮູບ-ຂ່າວ: ຄໍາສອນ)