ວິທີຂົ້ວເຫັດເຟືອງ ງ່າຍໆ

113

ເຫັດເຟືອງ ມີສານ vo- vatoxin ເຊິ່ງຊ່ວຍປ້ອງກັນການຈະເລີນເຕີບໂຕຂອງໄວຣັສທີ່ເຮັດໃຫ້ເກີດໄຂ້ຫວັດ  ໃຫຍ່, ຊ່ວຍຫຼຸດຜ່ອນບັນຫາກ່ຽວກັບໄຂມັນໃນເສັ້ນເລືອດ ແລະ ພະຍາດຫົວໃຈ. ນອກຈາກນັ້ນ, ຍັງມີຄຸນຄ່າທາງອາຫານອີກ ເປັນຕົ້ນແມ່ນ: ໃຫ້ພະລັງງານ, ໂປຣຕິນ, ໄຂມັນ, ແຄລຊຽມ, ຄາໂບໄຮເດຣດ, ທາດເຫຼັກ ແລະ ອື່ນໆອີກ.

ສ່ວນປະສົມ:

1 ເຫັດເຟືອງ 1 ກິໂລ ກຣາມ.

2 ຊີ້ນໝູ 200 ກຣາມ ຫຼື ບໍ່ໃສ່ກໍໄດ້.

3 ນ້ຳມັນໝາກກອກ 1 ບ່ວງແກງ.

4 ນ້ຳມັນຫອຍ 2 ບ່ວງແກງ.

5 ນ້ຳຕານ 1/2 ບ່ວງແກງ.

6 ພິກໄທ 1 ບ່ວງກາເຟ.

7 ນ້ຳປາ 2 ບ່ວງກາເຟ.

8 ກະທຽມສັບ 1 ບ່ວງແກງ.

ວິທີປຸງແຕ່ງ:

ຊ້ອມເຫັດເຟືອງຜ່າເຄິ່ງລ້າງໃຫ້ສະອາດ ( ຖ້າດອກນ້ອຍບໍ່ຜ່າກໍໄດ້ ). ຈາກນັ້ນ, ເອົານ້ຳມັນໃສ່ໝໍ້ຄ້າງໄຟປານກາງ ພໍຮ້ອນເອົາກະທຽມລົງຂົ້ວຈົນມີກິນຫອມ ຈຶ່ງເອົາຊີ້ນໝູລົງຂົ້ວຈົນເລີ່ມສຸກກໍເອົາເຫັດລົງປຸງລົດດ້ວຍນ້ຳຕານ, ນ້ຳປາ ແລະ ນ້ຳມັນຫອຍແລ້ວຄົນທຸກຢ່າງໃຫ້ເຂົ້າກັນ ( ກໍລະນີທີ່ມັນແຫ້ງເກີນໄປໃຫ້ເອົານ້ຳຕື່ມໜ້ອຍໜຶ່ງ ແຕ່ສ່ວນ   ໃຫຍ່ແລ້ວນ້ຳຈາກເຫັດຈະອອກມາຫຼາຍຢູ່ແລ້ວ ) ເມື່ອທຸກຢ່າງສຸກກໍຊີມລົດຊາດຕາມໃຈມັກ ແລະ ຕັກໃສ່ຈານພ້ອມໂຮຍໜ້າດ້ວຍຜັກບົ່ວໃບ ຫຼື ຜັກເຊີເນຣີຕາມໃຈມັກ.

( ຂໍ້ມູນຈາກ: www.foodtravel )

( ຮຽບຮຽງ: ນຸ້ມນິ້ມ )