ສຸດຍອດ! ຄຸນປະໂຫຍດຜັກບົວລະພາສາມາດຊ່ວຍ​ແກ້​ບັນຫາ​ອາການນອນ​ບໍ່​ຫຼັບໄດ້

330

ບົວລະ​ພາຖື​ວ່າ​ເປັນ​ຜັກ​ກິນ​ກັບ​ເຟີ, ​ເຂົ້າ​ປຽກ, ​ເຂົ້າປຸ້ນທີ່​ຫຼາຍ​ຄົນ​ນິຍົມ​ກິນ ​ແຕ່​ສຳລັບ​ບາງ​ຄົນ​ກໍ​ບໍ່​ມັກ​ເນື່ອງ​ຈາກ​ກິ່ນ​ສະ​ເພາະ​ຂອງ​ມັນນັ້ນ​ເອງ ​ແລະ ມັນ​ຍັງເປັນ​ຜັກອີກ​ຊະນິດ​ໜຶ່ງ​​ທີ່ສາມາດ​​ຊ່ວຍ​ເຮັດໃຫ້​ຄົົນທີ່​ເປັນ​ພະຍາດ​ນອນ​ບໍ່​ຫຼັບ​ສາມາດ​ນອນ​ຫຼັບ​ໄດ້ສະບາຍ​ຂຶ້ນ.

ໂດຍມີ​ວິທີ​ງ່າຍໆ​ຄື: ໃຫ້​ເອົາ​ໃບບົວລະພາສົດ ​ປະ​ມານ 1 ກຳ​ມື, ​ແລ້ວນຳ​ມາລ້າງ​ນ້ຳ​ໃຫ້​ສະ​ອາດຕົ້ມ​ກັບ​ນ້ຳ​ໃນ​ປະລິມານ 1/2 ລິດ​ຕົ້ມ​ຈົນ​ຟົດ ຫຼື ຂ້ຽວຕໍ່​ໄປ​ເລື່ອງ​ຈົນ​ໃຫ້​ເຫຼືອນ້ຳ​ປະ​ມານ 3/4 ຂອງ​ຈອກ​ເທົ່າ​ນນັ້ນ, ໃຊ້ດື່ມ​ຂະນະທີ່​ຍັງ​ອຸ່ນໆ​ກ່ອນ​ຈະ​ເຂົ້າ​ນອນຈະ​ຊ່ວຍ​ໃຫ້​ນອນ​ຫຼັບ​ໄດ້. ​ເຊິ່ງຜູ້​ທີ່​ມີ​ບັນຫາ​​ພະຍາດ​ນອນ​ບໍ່​ຫຼັບ​ໃຫ້​ທົດລອງ​​ເຮັດເບິ່ງ ​ໂດຍບໍ່​​ເປັນອັນຕະລາຍ, ​ໄດ້​ຄຸນ​ປະ​ໂຫຍ​ດທຳ​ລ້ວນໆ ​ແລະ ປອບ​ໄພ​ຈາກ​ສານ​ເຄມີອີ​ຫດ້ວຍ ​ຖ້າ​ໄດ້​ຜົນດີກໍ່​ສາມາດຕົ້ມ​ດື່ມ​ໄດ້​ເລື່ອຍ​ໆ​​ແຕ່​ຖ້າ​ບາງ​ຄົນີ່​ໃຊ້​ບໍ່​ໄດ້ຜົນ​ກໍ່​ໃຫ້​ຢຸດ​ດື່ມ.

ບົວລະ​ພາ ຫຼື OCIMUM BASILICUM LINN ຢູ່ໃນ​ວົງ LABIATAE ​ໂດຍປະໂຫຍດ​ທາ​ງຢາ​ພື່ນ​ເມື່ອ​ງ​ໃຊ້​ໄດ້ໝົດ​ຕົ້ນ​​ຈຳນວນ​ພໍ​ປະ​ມານ​ຕົ້ມ​ນ້ຳ​ດື່ມ​ແກ້​ປວດ, ແກ້​ຫວັດ, ​ແກ້ຖອກທ້ອງ​, ຊ່ວຍ​ໃຫ້ຈະເລີນ​ອາຫານ, ຊ່ວຍຂັບ​ເຫື່ອ, ຊ່ວຍຂັບ​ເສມ​ຫະ, ຊ່ວຍຂັບ​ລົມ, ​ແກ້​ເຈັບ​ຫົວ, ປວດ​ຂໍ້ ​ແລະ ​ແກ້ໜອງ​ໃນ. ​ໂດຍນຳ​ເອົາໃບ​ສົດ​ມາຕຳ​ລະອຽດ​ຄັ້ນ​ເອົາ​ສະເພາະ​ນ້ຳ​ ຫຼື ​ຈະ​ໃຊ້ກາກ​ທາບາດແຜ​ຟົກ​ຊ້ຳ, ແຜ​ເປັນ​ໜອງ​ຊຳເຮື້ອ, ​ແກ້ແມງໄມ້​​ກັດ​.

ສ່ວນເມັດ​ແຫ້ງ​ແມ່ນ​ໃຫ້​ຕົ້ມ ​ຫຼື ​ແຊ່​ນ້ຳ​ກິນ​ເປັນ​ຢາ​ລະບາຍ, ແກ້​ພະຍາດ​ຕາ​ແດງ ​ແລະ ຮາກ​ສົດ​ ຫຼື​ ​ເຮັດ​ຕາກແຫ້ງ​ແມ່ນ​ໃຫ້​ເຜົາ​ໄຟ​ໃຫ້ເປັນ​ຂີ້ເທົ່າ​ແລ້ວ​ນຳ​ມາບົດ​ລະອຽດ​ທາບາດແຜ​ຊຳເຮື້ອຈະ​ດີ​ຊ່ວຍ​ໃຫ້​ເຊົາ​ໄວ​ຂຶ້ນ.