ສປປ ລາວ ກຽມເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5

188

ສປປ ລາວ ກຽມເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 (5th Mekong-Lancang Cooperation Foreign Ministers’ Meeting) ໃນວັນທີ 20 ກຸມພາ 2020 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ທີ່ປຶກສາແຫ່ງລັດ ແລະ ລັດຖະມົນຕີຕ່າງປະເທດ ແຫ່ງ ສປ ຈີນ.

ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແມ່ນໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນມີນາ 2016 ໂດຍການຕົກລົງເຫັນດີຂອງຜູ້ນຳຈາກ 5 ປະເທດແມ່ນໍ້າຂອງ (ກໍາປູເຈຍ, ສປປ ລາວ, ມຽນມາ, ໄທ, ແລະ ຫວຽດນາມ) ແລະ ສປ ຈີນ (ໃນນາມຄູ່ຮ່ວມພັດທະນາ) ເຊິ່ງມີກົນໄກການຮ່ວມມືໃນ 3 ເສົ້າຄໍ້າ ປະກອບມີ: ການເມືອງ-ຄວາມໝັ້ນຄົງ, ການພັດທະນາເສດຖະກິດ, ສັງຄົມ-ວັດທະນະທໍາ ແລະ ການໄປມາຫາສູ່ຂອງປະຊາຊົນ ໃນພາກພື້ນແມ່ນໍ້າຂອງ.

ພາບປະກອບຂ່າວ

ຂອບການຮ່ວມມືດັ່ງກ່າວ ປະກອບມີ 5 ຂົງເຂດທີ່ເປັນບູລິມະສິດຄື: ການບໍລິຫານຊັບພະຍາກອນນໍ້າ; ການພັດທະນາກະສິກໍາ ແລະ ການລຶບລ້າງຄວາມທຸກຍາກ; ການເຊື່ອມໂຍງ ແລະ ການເຊື່ອມຈອດ; ການສ້າງຂີດຄວາມສາມາດໃນການຜະລິດ ແລະ ເສດຖະກິດຂ້າມຊາຍແດນ.

ພາບປະກອບຂ່າວ

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອທົບທວນຄືນ ການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມຜູ້ນຳແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2, ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4 ແລະ ແຜນປະຕິບັດງານ 5 ປີ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (2018-2022) ແລະ ຈະໄດ້ຮ່ວມກັນປຶກສາຫາລື ໃນການວາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍແນໃສ່ການຮ່ວມກັນພັດທະນາເສດຖະກິດ-ສັງຄົມ ໃນຂົງເຂດພາກພື້ນແມ່ນໍ້າຂອງ ບົນພື້ນຖານ 3 ເສົ້າຄໍ້າ ແລະ 5 ຂົງເຂດບູລິມະສິດ.

ພາບປະກອບຂ່າວ

ນອກຈາກນິີ້, ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໃນຄັ້ງນີ້ ຈະເປັນການກະກຽມໃຫ້ແກ່ກອງປະຊຸມຜູ້ນຳ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ທີ່ ສປປ ລາວ ຈະເປັນເຈົ້າພາບຈັດຂຶ້ນໃນເດືອນມີນາ 2020 ທີ່ ນະຄອນຫຼວງວຽງຈັນ.

ຂ່າວ: ກົມຂ່າວ ກະຊວງຕ່າງປະເທດ