ກະທຽ​ມອາດ​ມີ​ປະ​ໂຫຍ​ດຫຼາຍ​ກວ່າ​ການນຳ​ມາ​ປຸງ​ແຕ່ງ​ອາຫານ​ໄດ້​ເທົ່າ​ນັ້ນ

219

ກະ​ທຽມ​ມັນ​ຈະ​ມີ​ກິ່ນ​ແຮງເຮັດໃຫ້ບໍ່ຢາກກິນ ​ແລະ ​ບາງ​ຄົນ​ອາດ​​ເຂ່ຍ​ຖິ້ມ​ທຸກຄັ້ງທີ່​ເຫັນ​ເທິງ​ຈານ​ອາຫານ ແຕ່​ຮູ້​ບໍ່​ວ່າ​ມັນ​ມີ​ປະໂຫຍດ​ຫຼວງຫຼາຍ​ເລີຍ​. ​ເຊິ່ງ​ມາ​ເບິ່ງ​ສາລະພັດ​​ຂໍ້​ດີ​ຂອງກະ​ທຽມ​ກັນ​ດີກວ່າບອກ​ໄວ້​ເລີຍ​ວ່າ​ຖ້າ​ຢາກ​ງາມ​ແມ່ນຄວນກິນ.

1 ເຮັດໃຫ້​ຜົມງາມ: ເມື່ອ​ເຮົາ​​ກິນ​ກະ​ທຽມ​ເຂົ້າໄປມັນ​ຈະຊ່ວຍ​ຜະລິດ​ນ້ຳ​ມັນ​ເທິງ​ໜັງ​ຫົວ​ຂອງ​ເຮົາ ​​ເຊິ່ງ​ຊ່ວຍ​ແກ້​ໄຂ​ບັນຫາ​ຜົມ​ເສຍ​ຕ່າງໆ​ໂດຍ​ມີ​ສານ​ອັນ​ລິ​ຊິນ​ທີ່​ເຮັດໃຫ້​ຜົມ​ຂອງ​ທ່ານ​ງົດ​ງາມ ແລະ ຫຼຸດ​ບັນຫາ​ເສັ້ນ​ຜົມ​ຂາດຫຼົ່ນນຳອີກ.

2 ກຳຈັດ​ສິວ:ລອງ​ໃຊ້​ກະ​ທຽມ​ຈັດການ​ສິວ​ຂອງ​ທ່ານ​ເບິ່ງໂດຍການນຳ​ກະ​ທຽມ​ມາ​ຖູ​ເບົາໆ​ບໍລິເວນ​ທີ່​ສິວ​ຂຶ້ນ ​ເພາະ​ມັນ​ອຸດົມ​ໄປ​ດ້ວຍ​ສານອາ​​ນຸ​ມູນ​ອິດສະຫຼະ​ທີ່​ຊ່ວຍ​ຕ້ານ​ທານ​ແບກ​ທີ​ເລຍ ​ແລະ​ ເຮັດໃຫ້​​ຢ່າງ​ຜິວ​ໜ້າງາມ​ໃສ​ບໍ່​ສິວ​ນຳອີກ.

3 ເພີ່ມ​ພູ​ມ​ຄຸ້ມ​ກັນ: ໜຶ່ງ​ໃນ​ເຫດຜົນ​ຫຼັກ​ທີ່​ເຮົາ​ຄວນ​ກິນ​ກະ​ທຽມ​ເພາະ​ມັນ​ອຸດົມ​ໄປ​ດ້ວຍ​ສາ​ນອາ​ນຸ​ມູນ​ອິດສະຫຼະ ​ເພາະຊ່ວຍ​ເຮັດໃຫ້ລະບົບ​ພູ​ມຄຸ້ມ​ກັນ​ຂອງ​ເຮົາ​ດີ​ຂຶ້ນ ເມື່ອ​ເຮົາ​ມີ​ພູ​ມຄຸ້ມ​ກັນ​ທີ່​ດີຮ່າງກາຍ​ເຮົາ​ກໍ່​ຈະ​ແຂງ​ແຮງ ​ແລະ ບອກ​ລາ​ໄຂ້​ຫວັດ​ໄດ້​ເລີຍ.

4 ຄວບ​ຄຸມ​ນ້ຳ​ໜັກ: ຍິ່ງ​ກິນ​ກະ​ທຽມຍິ່ງ​ຊ່ວຍ​ເຮັດໃຫ້​ໄຂ​ມັນ​ຫຼຸດລົງ ​ເຊິ່ງລອງ​ຫາ​ເມ​ນູ​ອາຫານ​ສູດ​ແຄ​ລໍ​ຣີ​ຕ່ຳທີ່​ມີ​ສ່ວນ​ປະສົມ​ຂອງ​ກະ​ທຽມ​ເປັນ​ຫຼັກ​ເບິ່ງຮັບຮອງ​ວ່າ​ການ​ໄດ​ເອດ (ການ​ຄອບ​ຄຸມ​ອາການ) ​ເທື່ອ​ນີ້​ຂອງທ່ານຈະ​ສຳ​ເລັດ​ຢ່າງ​ແນ່ນອນ.

5 ບາດແຜ​ຫາຍ​ດ້ວຍ​ກະທຽມ: ພຽງ​ແຕ່​ວາງ​ກະ​ທຽມ​ໄວ້​ເທິງເກັດ​ບາດ​ຂອງ​ທ່ານ ​ແລະ ​ປິດ​ທັບ​ດ້ວຍ​ຜ້າ​ພັນ​​ແຜຮັບຮອງ​ແຜ​ຕົກ​ສະ​ເກັດ​ຂອງທ່ານ​​ຈະ​ບໍ່​ຖິ້ມ​ຮອຍ​ດຳ​ປາກົດ​ຢູ່​ເລີຍ.