ຜົນການປະເມີນ PEFA ສປປ ລາວ ມີຄະແນນໃນລະດັບຕໍ່າ ຫຼາຍຂົງເຂດຕ້ອງປັບປຸງ

153

ຜົນການປະເມີນການຄຸ້ມຄອງລາຍຈ່າຍພາກລັດ ແລະ ຄວາມຮັບຜິດຊອບທາງດ້ານການເງິນ ຫຼື PEFA ຊີ້ໃຫ້ເຫັນ ສປປ ລາວ ຍັງມີຄະແນນໃນລະດັບຕໍ່າຢູ່ຫຼາຍຂົງເຂດ ຈະຕ້ອງໄດ້ເອົາໃຈໃສ່ປັບປຸງ, ສືບຕໍ່ນຳເອົາບັນດາຈຸດອ່ອນ ແລະ ຂໍ້ຄົງຄ້າງແກ້ໄຂ ເພື່ອໝູນໃຊ້ໃນການປະຕິຮູບຂະແໜງການເງິນ ເຊື່ອມກັບ 6 ແຜນງານການປະຕິຮູບລະບົບການຄຸ້ມຄອງການເງິນແຫ່ງລັດ ໃນໄລຍະທີ 2 ແຕ່ປີ 2021 – 2025.

ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ໄດ້ຖະແຫຼງຕໍ່ສື່ມວນຊົນ ໃນວັນທີ 12 ກຸມພາ 2020 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ວ່າ: ຜົນສໍາເລັດຂອງຜົນການປະເມີນການຄຸ້ມຄອງລາຍຈ່າຍພາກລັດ ແລະ ຄວາມຮັບຜິດຊອບທາງດ້ານການເງິນ ( PEFA ) ປະຈໍາປີ 2018.

ກະຊວງການເງິນ ຮ່ວມກັບ ທະນາຄານໂລກ, ອົງການອີຢູ ແລະ ບັນດາຄູ່ຮ່ວມພັດທະນາອື່ນໆໄດ້ເລີ່ມດຳເນີນການປະເມີນການຄຸ້ມຄອງລາຍຈ່າຍພາກລັດ ແລະ ຄວາມຮັບຜິດຊອບທາງດ້ານການເງິນ ( PEFA ) ປະຈໍາປີ 2018 ຂອງສປປ ລາວ ນັບແຕ່ທ້າຍປີ 2017 ການປະເມີນຄັ້ງນີ້ເປັນການປະເມີນຜົນການຈັດຕັ້ງປະຕິບັດງົບປະມານແຫ່ງລັດສົກປີ 2014/15, 2015/16 ແລະ ປີ 2017 ຂອງ ສປປ ລາວ.

ການປະເມີນໄດ້ກໍານົດເປົ້າໝາຍ ແມ່ນບັນດາຫົວໜ່ວຍງົບປະມານຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ, ການປະເມີນແມ່ນມີລັກສະນະເລິກເຊິ່ງ ໂດຍໄດ້ປະເມີນທຸກລາຍການທີ່ປະກອບໃນໂຄງສ້າງການຄຸ້ມຄອງການເງິນພາກລັດ, ການບໍລິຫານການເງິນທັງໝົດ ໂດຍສະເພາະດ້ານລາຍຮັບ ແລະ ດ້ານລາຍຈ່າຍຕາມຮອບວຽນງົບປະມານ, ທຸກຂັ້ນຕອນນັບແຕ່ຂັ້ນຕອນການສ້າງແຜນງົບປະມານ, ການຈັດຕັ້ງປະຕິບັດ ຕະຫຼອດເຖິງການລາຍງານ ແລະ ກວດສອບ.

ການປະເມີນໄດ້ກວມເອົາ 46 ຫົວໜ່ວຍ ງົບປະມານຂັ້ນກະຊວງ ແລະ ທຽບເທົ່າທີ່ລະບຸໃນບົດສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ການປະເມີນຂອງ ສປປ ລາວ ແມ່ນໄດ້ຮັບການຊີ້ນຳຢ່າງໃກ້ຊິດຂອງບັນດາລັດຖະມົນຕີ, ພ້ອມກັບບັນດາຜູ້ຕາງໜ້າຈາກກົມກ່ຽວຂ້ອງພາຍໃນກະຊວງການເງິນ ແລະ ຂະແໜງການກ່ຽວຂ້ອງຕ່າງໆ.

ຄະນະວິຊາການການປະເມີນ PEFA ຂອງ ສປປ ລາວ ຊີ້ນຳໂດຍ ທ່ານຮອງລັດຖະມົນຕີກະຊວງການເງິນ ແລະ ປະກອບມີບັນດາຜູ້ຕາງໜ້າຈາກບັນດາກົມກ່ຽວຂ້ອງຂອງກະຊວງການເງິນ ແລະ ກະຊວງອື່ນໆ, ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ ໂດຍໄດ້ຮັບການຊ່ວຍເຫຼືອທາງດ້ານວິຊາການຈາກທະນາຄານໂລກ, ການປະເມີນ PEFA ໄດ້ສຳເລັດໃນຕົ້ນປີ 2019 ແລະ ຮັບຮອງຈາກກອງເລຂາ PEFA.

ຫຼັງຈາກນັ້ນ, ຄະນະວິຊາການໄດ້ສັງລວມລາຍງານຜົນການປະເມີນ PEFA ຕໍ່ຄະນະນໍາກະຊວງການເງິນ ເພື່ອຮັບຮອງ ແລະ ດຳເນີນການເຜີຍແຜ່ ເປັນຕົ້ນຈັດພິມປຶ້ມເຜີຍແຜ່ຜົນການປະເມີນ PEFA ລົງໃນເວັບໄຊກະຊວງການເງິນ, ທະນາຄານໂລກ, ອົງການ PEFA. ພ້ອມນີ້ໄດ້ຈັດກອງປະຊຸມພິທີຖະແຫຼງຮ່ວມກັບທະນາຄານໂລກ, ສະຫະພາບເອີຣົບ ແລະ ຜູ້ໃຫ້ທຶນເພື່ອເຜີຍແຜ່ບົດລາຍງານຜົນການປະເມີນ PEFA ໃຫ້ແກ່ກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ.

ພາບປະກອບຂ່າວເທົ່ານັ້ນ

ມາຮອດປັດຈຸບັນການປະເມີນໄດ້ສຳເລັດ ແລະ ໄດ້ຖືກຮັບຮອງຈາກກອງເລຂາ PEFA ສາກົນ, ໃນຂັ້ນຕອນຕໍ່ໄປແມ່ນກະຊວງການເງິນ ຈະໄດ້ສັງລວມລາຍງານຜົນການປະເມີນ PEFA ດັ່ງກ່າວນີ້ຕໍ່ລັດຖະບານເພື່ອຮັບຮອງ ແລະ ດຳເນີນການເຜີຍແຜ່ຜົນການປະເມີນ.

ສຳລັບເປົ້າໝາຍການປະເມີນປະກອບມີ 7 ພາກສຳຄັນ ດັ່ງນີ້: 1 ຄວາມໜ້າເຊື່ອຖືຂອງງົບປະມານ; 2  ຄວາມໂປ່ງໃສຂອງການເງິນແຫ່ງລັດ; 3 ການຄຸ້ມຄອງຊັບສິນ ແລະ ໜີ້ສິນຂອງລັດ; 4 ການສ້າງແຜນງົບປະມານ ແລະ ຍຸດທະສາດການເງິນຕາມນະໂຍບາຍ; 5 ຄວາມສາມາດຄາດຄະເນ ແລະ ການຄວບຄຸມການປະຕິບັດງົບປະມານ; 6 ການລົງບັນຊີ ແລະ ການລາຍງານ; 7 ການກວດກາ ແລະ ການກວດສອບພາຍນອກ.

ພາບປະກອບຂ່າວເທົ່ານັ້ນ

ໂດຍອີງໃສ່ຜົນໄດ້ຮັບຈາກການປະເມີນໃນ 7 ພາກ ຊີ້ໃຫ້ເຫັນວ່າ ສປປ ລາວ ຍັງມີຄະແນນໃນລະດັບຕໍ່າຢູ່ຫຼາຍຂົງເຂດ ເຊິ່ງເປັນເຂດທີ່ອາດຈະຕ້ອງໄດ້ເອົາໃຈໃສ່ປັບປຸງ, ກະຊວງການເງິນ ຈະສືບຕໍ່ນຳເອົາບັນດາຈຸດອ່ອນ ແລະ ຂໍ້ຄົງຄ້າງທີ່ເຫັນໄດ້ຈາກການປະເມີນເພື່ອໝູນໃຊ້ກຳນົດເປັນຄາດໝາຍໃນການປະຕິຮູບຂະແໜງການເງິນ ແລະ ນຳໃຊ້ຜົນໄດ້ຮັບຂອງແຕ່ລະຕົວຊີ້ວັດມາເຊື່ອມກັບ 6 ແຜນງານການປະຕິຮູບລະບົບການຄຸ້ມຄອງການເງິນແຫ່ງລັດ ໃນໄລຍະທີ 1 ແຕ່ປີ 2018 – 2020 ແລະ ແຜນງານປະຕິຮູບການເງິນແຫ່ງລັດ ໃນໄລຍະທີ 2 ແຕ່ປີ 2021 – 2025.

ເຖິງຢ່າງໃດກໍຕາມ, ໃນນາມກະຊວງການເງິນ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ໃຫ້ການສະໜັບສະໜູນແຜນງານການປະຕິຮູບການຄຸ້ມຄອງການເງິນແຫ່ງລັດ ກໍຄືການຈັດຕັ້ງປະຕິບັດວິໄສທັດ ຮອດປີ 2030 ແລະ ແຜນພັດທະນາການເງິນແຫ່ງລັດຮອດປີ 2025.

ເພື່ອປະກອບສ່ວນໃຫ້ການເງິນແຫ່ງລັດມີຄວາມເຂັ້ມແຂງ, ຮັກສາໄດ້ຄວາມໝັ້ນຄົງຂອງເສດຖະກິດແຫ່ງຊາດ, ຮັບປະກັນໃຫ້ເສດຖະກິດມະຫາພາກ, ມີຄວາມໝັ້ນທ່ຽງ ແລະ ປະກອບສ່ວນຢ່າງຕັ້ງໜ້າຕໍ່ການຈັດຕັ້ງປະຕິບັດແຜນພັັດທະນາເສດຖະກິດ – ສັງຄົມແຫ່ງຊາດ ຄັ້ງທີ VIII ແລະ ການກະກຽມແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ IX ( 2021 – 2025 ).