ຫຼາຍພາກສ່ວນຮ່ວມສໍາມະນາທຸລະກິດການທະນາຄານ ສໍາລັບ SME

65

ເນື່ອງຈາກຂະແໜງການ SME ການເຂົ້າເຖິງແຫຼ່ງທຶນສຳລັບຜູ້ປະກອບການແມ່ນຖືວ່າຍັງໄດ້ຮັບຄວາມທ້າທາຍຫຼາຍຢ່າງ ເຊິ່ງໃນນັ້ນລວມທັງຄວາມພ້ອມຂອງສະຖາບັນການເງິນທີ່ຈະມາສະໜອງບໍລິການ ເພື່ອແກ້ໄຂບັນດາຫາດັ່ງກ່າວ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ(SME), ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ບໍລິສັດທີ່ປຶກສາ ດ້ານກະສິກໍາ ແລະ ການເງິນ ຫຼື AFC ຂອງປະເທດເຢຍລະມັນ ຈິ່ງໄດ້ຈັດກອງປະຊຸມສໍາມະນາໃນຫົວຂໍ້ “ທຸລະກິດການທະນາຄານ ສໍາລັບ SME”.

ກອງປະຊຸມດັ່ງກ່າວ, ຈັດຂຶ້ນໃນວັນທີ 13 ກຸມພາ 2020 ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ ພາຍໃຕ້ໂຄງການການເຂົ້າເຖິງແຫຼ່ງທຶນ ສໍາລັບ SME ທີ່ໃຫ້ທຶນສະໜັບສະໜູນຈາກທະນາຄານໂລກ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 40 ທ່ານ ທີ່ມາຈາກຕາງໜ້າຈາກ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມບໍລິການທະນາຄານ, ທະນາຄານ ແຫ່ງ ສປປ ລາວ, ສາມທະນາຄານຄູ່ຮ່ວມງານຂອງໂຄງການ, ສະພາການຄ້າ ແລະ ອຸດສາຫະກໍາ ແລະ ພາກສ່ວນກ່ຽວຂ້ອງຕ່າງໆ.

ກອງປະຊຸມໃນຄັ້ງນີ້ແມ່ນເພື່ອສົນທະນາແລກປ່ຽນຄໍາຄິດຄໍາເຫັນ ແລະ ປະສົບການ ກ່ຽວກັບແນວຄວາມຄິດຂອງທຸລະກິດການທະນາຄານ ສໍາລັບ SME ໂດຍຜ່ານຮູບແບບການນໍາສະເໜີແລະ ການຈັດເວທີສົນທະນາ, ນະໂຍບາຍສົ່ງເສີມການເຂົ້າເຖິງແຫຼ່ງທຶນຂອງ SME ນໍາສະເໜີໂດຍຕາງໜ້າຈາກກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ແລະ ຍຸດທະສາດການພັດທະນາທຸລະກິດການທະນາຄານ ສໍາລັບ SME. ຈາກນີ້ບັນດາຜູ້ເຂົ້າຮ່ວມກໍ່ ສົນທະນາແລກປ່ຽນຂໍ້ມູນຂ່າວສານ,ຂໍ້ຄິດເຫັນ ແລະ ບົດຮຽນ ເປັນຕົ້ນທະນາຄານແຫ່ງສປປ ລາວ, ທະນາຄານພັດທະນາລາວ, ທະນາຄານຊາຄອມແບັງ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ແລະ ຊຽວຊານ AFC.

ໃນກອງປະຊຸມໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງຂະແໜງການ SME ໃນການປະກອບສ່ວນໃຫ້ແກ່ການພັດທະນາດ້ານເສດຖະກິດ-ສັງຄົມ ຂອງ ສປປ ລາວ, ພາລະບົດບາດຂອງທະນາຄານຕໍ່ການພັດທະນາຂະແໜງການ SME ແລະ ຍຸດທະສາດຂອງທະນາຄານໃນການໃຫ້ບໍລິການທີ່ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂະແໜງການ SME.