“ຜັກນາງເລີດ” ສູດນໍ້າສະໜຸນໄພ ຫຼູດນໍ້າຕານໃນເລືອດ

249

ພືດຜັກສະໜຸນໄພໃບນາງເລີດ ສາມາດນຳມາປະ¬ກອບອາ¬ຫານໄດ້ຢ່າງຫຼາຍ ເຊິ່ງຜັກນາງເລີດ ເປັນພືດລົ້ມລຸກ¬ຂະໜາດນ້ອຍ ມັກຂຶ້ນຢູ່ໃນບໍລິເວນພື້ນທີ່ທີ່ມີຄວາມປຽກຊຸ່ມ ມີສີຂຽວສົດເບິ່ງເຫັນເສັ້ນໃບ ແລະ ມີກິ່ນສະເພາະ. ຜັກນາງເລີດເປັນພືດສະໜຸນໄພ ທີ່ມີສ່ວນຊ່ວຍບຳລຸງ ແລະ ເບິ່ງແຍງສຸຂະພາບໃນດ້ານຕ່າງໆ ໂດຍສັບພະຄຸນຂອງມັນ ຊ່ວຍຂັບລົມໃນທ້ອງ, ບຳລຸງ ແລະ ປັບສົມດຸນຮ່າງກາຍ, ຊ່ວຍຫຼຸດລະດັບນ້ຳຕານໃນເລືອດໄດ້ເປັນຢ່າງດີ ໂດຍສະເພາະຜູ້ທີ່ປ່ວຍເປັນພະຍາດເບົາຫວານ.

ມື້ນີ້, ເຮົາຈະມານຳສະເໜີ ສູດນ້ຳດື່ມສະໜຸນໄພຜັກນາງເລີດ ທີ່ຊ່ວຍຫຼຸດເບົາຫວານ ໂດຍນຳເອົາຜັກນາງເລີດ ນັບແຕ່ລຳຕົ້ນຈົນເຖິງຮາກ ມາປະມານ 1 ກຳມື ຈາກນັ້ນ, ນຳໄປຕົ້ມໂດຍໃສ່ນ້ຳພໍປະມານ ແລ້ວຄ້ຽວໄປເລື້ອຍໆ ຈາກນັ້ນ ນຳມາຕອງເອົາດ້ວຍຜ້າຂາວບາງ. ຫຼັງຈາກນັ້ນ, ນຳມາດື່ມຄັ້ງລະ 1 ເຄິ່ງຈອກກາເຟ ກ່ອນອາຫານມື້ລະ 3 ຄາບ ຫາກດື່ມຢ່າງຕໍ່ເນື່ອງ ຈະຊ່ວຍຫຼຸດລະດັບນ້ຳຕານໄດ້ເປັນຢ່າງດີ.

ນອກນັ້ນ, ສັບພະຄຸນຂອງຜັກນາງເລີດ ຍັງຊ່ວຍເຮັດໃຫ້ຫາຍໃຈໂລ່ງ, ບັນເທົາອາການຫອບຫືດໃຫ້ຫຼຸດລົງ, ອາການຫວັດຕ່າງໆ ກໍ່ຈະດີຂຶ້ນ; ເມື່ອນຳໃບຜັກນາງເລີດສົດໆຫຍໍ້າ ຫຼື ຕົ້ມດື່ມ ຫຼັງຈາກທີ່ຮັບປະທານອາຫານ ຈະຊ່ວຍກະຕຸ້ນລະບົບຍ່ອຍອາຫານ ເຮັດໃຫ້ລະບົບການຍ່ອຍອາຫານເຮັດວຽກມີປະສິດທິພາບຂຶ້ນ.

ນອກນີ້, ໃບຜັກນາງເລີດມີເບຕ້າແຄໂຣທີນຫຼາຍ ເຊິ່ງຊ່ວຍໃນການບຳລຸງ ແລະ ຮັກສາສາຍຕາ, ຊ່ວຍໃຫ້ການເບິ່ງເຫັນໄດ້ເປັນຢ່າງດີ ແຖມຍັງຊ່ວຍບຳລຸງແຂ້ວໃຫ້ແຂງແຮງນຳອີກ.

ຂໍ້ມູນ, postsod.com