ຫົງສາ ອະນຸຍາດໃຫ້ຜູ້ປະກອບການເຊົ່າທີ່ດິນປູກໝາກໂມ 160 ກວ່າເຮັກຕາ

250

ເມືອງຫົງສາ ອະນຸຍາດໃຫ້ 2ບໍລິສັດເຂົ້າມາເຊົ່າທີ່ດິນນາຂອງປະຊາຊົນ 7ບ້ານເພື່ອປູກໝາໂມຂາຍເປັນສິນຄ້າ ໃນນັ້ນ ໃຫ້ບໍລິສັດນໍ້າເຜິ້ງພັດທະນາກະສິກໍາ ເຊົ່າໃນເນື້ອທີ່ 95,27 ເຮັກຕາ, ບໍລິສັດ ເອເຊຍກະເສດອິນຊີ ເຊົ່າ 65,67 ເຮັກຕາ ລວມທັງໝົດ 160,94 ເຮັກຕາ, ໃນມູນຄ່າການລົງທຶນ 4ຕື້ກີບ ເຊິ່ງເປັນເຂດດິນນາຂອງປະຊາຊົນ ຈໍານວນ 14ບ້ານ ພາຍໃນເມືອງດັ່ງກ່າວ ໂດຍມີກໍານົດເວລາ 5ປີ (2019-2024)

ພິທີເຊັນສັນຍາ ໂຄງການສົ່ງເສີມການປູກຫມາກໂມ ເປັນສິນຄ້າ ລະຫວ່າງ ອົງການປົກຄອງເມືອງຫົງສາ ຕາງໜ້າໂດຍແມ່ນຫ້ອງການແຜນການ ແລະ ການລົງທຶນ ກັບ ບໍລິສັດນໍ້າເຜິ້ງພັດທະນາກະສິກໍາ ຈໍາກັດ, ໄດ້ຈັດຂຶ້ນໃນວັນທີ 12 ກຸມພາ 2020 ຢູ່ທີ່ຫ້ອງປະຊຸມຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ໂດຍການໃຫ້ກຽດເຂົ້າຮວ່ມເປັນປະທານ ຂອງທ່ານ ຈັນເພັງ ອູ່ທອງຄໍາ  ຮອງເຈົ້າເມືອງຫົງສາ ແຂວງໄຊຍະບູລີ, ໂດຍມີຫົວໜ້າຫ້ອງການ, ນາຍບ້ານ, ບໍລິສັດ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮວ່ມ.

ໃນພິທີ ທ່ານ ພູວົງ ກອງຊັບ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ກໍ່ໄດ້ຜ່ານ ຂໍ້ຕົກລົງຂອງທ່ານເຈົ້າເມືອງຫົງສາ ສະບັບເລກທີ 126 ຈມ. ຫສ, ລົງວັນທີ 7 ກຸມພາ 2020 ວ່າດ້ວຍການອະນຸຍາດໃຫ້ບໍລິສັດເອເຊຍກະເສດອິນຊີ ແລະ ບໍລິສັດນໍ້າເຜິ້ງພັດທະນາກະສິກຳເຊົ່າດິນນາຂອງປະຊາຊົນ ເພື່ອສົ່ງເສີມການປູກໝາກໂມ ຢູ່ໃນຂອບເຂດເມືອງຫົງສາ ແຂວງໄຊຍະບູລີ

ໂດຍໄດ້ຕົກລົງໃຫ້ບໍລິສັດນໍ້າເຜີິ້ງພັດທະນາກະສິກຳ ມີຂອບເຂດເຊົ່າດິນນານໍາປະຊາຊົນ ໃນຈໍານວນ 07 ບ້ານ ຄື ບ້ານໂພນໄຊ, ໂພນສະອາດ, ໂພນສູງ, ສີບຸນເຮືອງ, ແທ່ນຄໍາ, ນາແກ່ນຄໍາ ແລະ ບ້ານນາປຸ່ງ ລວມທັງໝົດ 214 ຕອນ, ໃນຈໍານວນເນື້ອທີ່ທັງໝົດ 95, 27 ເຮັກຕາ, ອານຸຍາດໃຫ້ບໍລິສັດເອເຊຍກະເສດອິນຊີເຊົ່າດິນນານໍາປະຊາຊົນ ໃນຈໍານວນ 7 ບ້ານ ຄື ບ້ານສີມຸງຄຸນ, ຈອມແຈ້ງ, ຈໍາປາ, ນາສ້ານ, ວຽງແກ້ວ, ເມືອງຫານ ແລະ ບ້ານໂພນຈັນ, ລວມທັງໝົດ 137 ຕອນ, ມີເນື້ອທີ່ທັງໝົດ 65, 67 ເຮັກຕາ.

ພາບປະກອບຂ່າວເທົ່ານັ້ນ

ຫຼັງຈາກນັ້ນຜູ້ເຂົ້າຮ່ວມກໍໄດ້ ພ້ອມກັນປຶກສາຫາລື ແລະ ເປັນເອກະພາບກັນຕໍ່ກັບເນື້ອໃນສັນຍາວ່າດ້ວຍການເຊົ່າທີ່ດິນປູກໝາກໂມເປັນສີນຄ້າ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ເພື່ອຜົນປະໂຫຍດລວມຂອງສອງຝ່າຍ ເຊິ່ງໂຄງການດັ່ງກ່າວນີ້ ບໍລິສັດນໍ້າເຜິ້ງພັດທະນາກະສິກໍາຈໍາກັດ ເປັນຜູ້ສະໜອງທຶນໂດຍກົງທັງໝົດ 100% ໃນການເຊົ່າທີ່ດິນ, ພັນທະອາກອນຕ່າງໆ, ຄ່າບໍລິຫານບ້ານ ແລະ ຄ່າບໍລິຫານວິຊາການ, ມູນຄ່າຂອງໂຄງການລົງທຶນທັງໝົດແມ່ນ 4 ຕື້ກີບ, ມີໄລຍະ 5 ປີ (ນັບແຕ່ປີ 2019 – 2024)

ຫຼັງຈາກນັ້ນທັງສອງຝ່າຍແມ່ນໄດ້ຮ່ວມເຊັນສັນຍານໍາກັນຕາງໜ້າເມືອງຫົງສາ ໂດຍແມ່ນທ່ານ ບຸນທະວີ ສີປະເສີດ ຮັກສາການຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ ກັບທ່ານ ວູ ເຊົາຈີນ ຕາງໜ້າບໍລິສັດນໍ້າເຜິ້ງພັດທະນາກະສິກໍາຈຳກັດ, ໂດຍຊ່ອງໜ້າທ່ານ ຈັນເພັງ ອູ່ທອງຄໍາ ກໍາມະການປະຈໍາພັກເມືອງ ຮອງເຈົ້າຫົງສາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ, ທັງນີ້ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວໄດ້ຮັບຜົນເປັນຢ່າງດີ, ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ຖືກຕ້ອງຕາມລະບຽບກົດໝາຍ ເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວ, ປະຊາຊົນມີລາຍຮັບເພີ້ມຂື້ນ ແລະ ຮັບປະກັນທາງດ້ານສິ່ງແວດລ້ອມ.

ຂໍ້ມູນຈາກ: ສະຖານີວິທະຍຸໂທລະໂຄ່ງເມືອງຫົງສາ