ສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ໃນໄລຍະ 2 ປີ ຂອງວຽກງານຄະນະໂຄສະນາອົບຮົມ

84

ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປະຈຳປີ 2018 – 2019 ຂຶ້ນເພື່ອຜ່ານບົດສະ ຫຼຸບຕີລາຄາການຈັດຕັ້ງປະຕິບັດໃນໄລຍະ 2 ປີ (2018-2019) ແລະ ທິດທາງປີ 2020.

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນລະຫວ່າງວັນທີ 12-13 ກຸມພາ 2020 ທີ່ຄະນະໂຄສະນາອົບຮົມສູນກາງພັກນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ຄຳພັນ ພົມມະທັດ ກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ມີບັນດາຜູ້ແທນກອງປະຊຸມທີ່ມາຈາກກະຊວງ-ອົງການ ແລະ ທ້ອງຖິ່ນເຂົ້າຮ່ວມ.

ທ່ານ ຄຳພັນ ພົມມະທັດ ກ່າວວ່າ: ໃນ 2 ປີຜ່ານມາ ວຽກງານໂຄສະນາສຶກສາອົບຮົມ, ການຊຸກຍູ້ປຸກລະດົມຂະບວນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ເຂົ້າສູ່ຊີວິດຕົວຈິງໃນທົ່ວສັງຄົມຍັງບໍ່ທັນແຂງແຮງ, ເລິກເຊິ່ງ ແລະ ທົ່ວເຖິງທຸກເປົ້າໝາຍ, ກໍາລັງຄວາມສາມາດ ແລະ ຄຸນນະພາບຂອງວຽກງານໂຄສະນາອົບຮົມ ບໍ່ທັນໄດ້ຍົກລະດັບໃຫ້ສູງຂຶ້ນເທົ່າທີ່ຄວນ ແລະ ຈຸດອ່ອນ-ຂໍ້ຄົງຄ້າງຈໍານວນໜຶ່ງຂອງວຽກງານໂຄສະນາອົບຮົມໃນຊຸມປີຜ່ານມາບໍ່ທັນໄດ້ຮັບການແກ້ໄຂຢ່າງເຖິງຖອງ.

ດັ່ງນັ້ນ, ກອງປະຊຸມຄັ້ງນີ້ພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າຕີລາຄາບັນດາປັດໄຈຕັ້ງໜ້າ ແລະ ຫຍໍ້ທໍ້ທີ່ສົ່ງຜົນກະທົບຕໍ່ແນວຄິດ ແລະ ການເຄື່ອນໄຫວວຽກງານໂຄສະນາອົບຮົມ, ບັນຫາທີ່ພົ້ນເດັ່ນທາງດ້ານແນວຄິດ ໃນປີ 2018-2019.

ທ່ານ ຄຳເຈນ ວົງໂພສີ ຮອງຫົວໜ້າຄະນະໂຄສະນາອົບຮົມສູນການພັກ ກ່າວວ່າ: ການຈັດຕັ້ງຄົ້ນຄວ້າເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ VIII ຂອງລັດ ຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນຫຼາຍແຂວງ ໄດ້ເປັນເສນາທິການທີ່ດີໃຫ້ແກ່ກົມການເມືອງສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານ ໃນການຈັດຕັ້ງຮ່ຳຮຽນເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 6, 7, 8, 9 ຂອງຄະນະບໍລິຫານງານສູນກາງພັກ ສະໄໝ X ຂອງພັກ

ບັນດານິຕິກໍາຂອງສູນກາງພັກໃນແຕ່ລະໄລຍະ, ອັນພົ້ນເດັ່ນແມ່ນຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ກ່ຽວກັບການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ, ການຜະລິດ, ທຸລະກິດ, ການທ່ອງທ່ຽວ, ການແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ, ການແກ້ໄຂຜົນກະທົບຈາກໄພພິບັດທາງທໍາມະຊາດ, ສະພາບການລະບາດຂອງພະຍາດສັດ, ສັດຕູພືດ ແລະ ອື່ນໆໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດຢ່າງເປັນຂະບວນການຕໍ່ເນື່ອງ ເຊິ່ງມີຜູ້ເຂົ້າຮ່ວມເຊື່ອມຊຶມທັງໝົດ 1.085.600 ຄົນ ຍິງ 378.364 ຄົນ (ໃນນັ້ນມີສະມາຊິກພັກ 62.059 ສະຫາຍ ຍິງ 19.806 ສະຫາຍ).