ຄຸກກີ້ສີແດງຂອງຂວັນໃນວັນແຫ່ງຄວາມຮັກ ( Red Velvet Cookies )

83

ເຂົ້າໜົມຄຸກກີ້ສູດນີ້ເໝາະສຳລັບຜູ້ທີ່ກຳລັງຄວບຄຸມນ້ຳໜັກ ຫຼື ຄົນທີ່ຢ້ານຕຸ້ຍ ເພາະມີສ່ວນປະສົມຫຼັກເປັນເຂົ້າໂອ໊ດ ແລະ ບີທູຣ ( Beetroot ຫົວຜັກກາດຝຣັ່ງທີ່ເປັນສີແດງ ) ໂດຍຈະໄດ້ເນື້ອເຂົ້າໜົມທີ່ນຸ້ມຫອມກິ່ນກ້ວຍຫອມ ແລະ ຍັງໄດ້ກິ່ນຫອມຈາກຊ໋ອກໂກແລັດຊິບອີກດ້ວຍຖືເປັນຂອງຫວານທີ່ໜ້າສົນໃຈທີ່ຈະນຳໄປເຮັດໃຫ້ຄົນພິເສດ.

ສ່ວນປະສົມ:

1 ໝາກກ້ວຍຫອມ 2 ໜ່ວຍໃຫຍ່.

2 ບີທູຣ 50 ກຣາມ.

3 ເຂົ້າໂອ໊ດ 2 ຖ້ວຍ.

4 ແປ້ງໂຮວີດ 150 ກຣາມ.

5 ນ້ຳເຊື່ອມ ຫຼື ນ້ຳເຜິ້ງ 60 ມິນລີລິດ.

6 ນົມແອລມອນ, ນົມສົດ ຫຼື ນົມຖົ່ວເຫຼືອງ 1/2 ຖ້ວຍ.

7 ຊ໋ອກໂກແລັດຊິບ 1 ຖ້ວຍ.

8 ເມັດໝາກຖົ່ວ 1/2 ຖ້ວຍ.

9 ຊ໋ອກໂກແລັດຊິບ, ເມັດໝາກຖົ່ວ ຫຼື ເກັດນ້ຳຕານສຳລັບຕົກແຕ່ງໜ້າຄຸກກີ້.

ວິທີເຮັດ:

ກ່ອນອື່ນແມ່ນເປີດເຕົາອົບໄວ້ທີ່ອຸນຫະພູມ 190 ອົງສາ ກຽມໄວ້. ຈາກນັ້ນ, ເອົາກ້ວຍຫອມມາບົດດ້ວຍມືໂດຍໃຊ້ຊ້ອມ ຫຼື ພາຍຕີ ແລະ ເອົາບີທູຣມາປັ່ນ ແລ້ວຄັ້ນເອົານ້ຳມັນມາໄວ້ໃຊ້, ເອົາໝາກກ້ວຍທີ່ບົດແລ້ວປະສົມກັບເຂົ້າໂອ໊ດ, ແປ້ງໂຮວີດ, ນ້ຳເຜິ້ງ ແລະ ນົມສົດລົງໄປໃຫ້ເຂົ້າກັນ.

ຫຼັງຈາກນັ້ນ, ເອົາເມັດໝາກຖົ່ວ ແລະ ຊ໋ອກໂກແລັດຊິບລົງພ້ອມນ້ຳບີທູຣທີ່ບີບໄວ້ລົງໄປແລ້ວນວດທຸກຢ່າງເຂົ້າກັນດີ ເມື່ອຮຽບຮ້ອຍແລ້ວໃຊ້ບ່ວງ ຫຼື ແນວຕັກກະແລັມຕັກເປັນກ້ອນໆ ແລະ ວາງໃສ່ຖາດທີ່ຈະອົບ ( ໂດຍຖາດຕ້ອງໄດ້ທາເນີຍຂາວ ຫຼື ໃຊ້ແຜ່ນເຈ້ຍໄຂຈະງ່າຍກວ່າ ).

ສຸດທ້າຍຕົກແຕ່ງດ້ວຍເມັດຊ໋ອກໂກແລັດຊິບ ແລະ ເມັດຖົ່ວ ແລ້ວນຳໄປອົບດ້ວຍການປັບອຸນຫະພູມລົງມາ 180 ອົງສາ ໂດຍໃຊ້ເວລາອົບປະມານ 15 – 20 ນາທີ ຫຼື ຂຶ້ນກັບຂະໜາດຂອງຄຸກກີ້ ເມື່ອສຸກແລ້ວເອົາອອກຈາກເຕົາປະໄວ້ພໍອຸ່ນຈະຕົກແຕ່ງດ້ວຍເກັດນ້ຳຕານເພີ່ມຕື່ມກໍໄດ້ ແລະ ປະໄວ້ໃຫ້ເຢັນແລ້ວຈຶ່ງນຳມາໃສ່ກ່ອງ ຫຼື ໃຊ້ໂບມັດຄຸກກີ້ຊ້ອນໆກັນເທົ່ານີ້ຂອງຂວັນທີ່ໜ້າຮັກກໍຮຽບຮ້ອຍແລ້ວ.

( ຂໍ້ມູນຈາກ: Cooking.com )

[ ຮຽບຮຽງ: ນຸ້ມນິ້ມ ]