ດ່ານສາກົນບໍ່ເຕ່ນມີເຄື່ອງມືການແພດຄົບພ້ອມຫ້ອງແຍກປ່ຽວ

95

ຈາກບັນຫາໄວຣັສສາຍພັນໃໝ່ ທີ່ລະບາດຢູ່ ສປ ຈີນ ແລະພົບຢູ່ຫຼາຍປະເທດໃນຂະນະນີ້ ເຮັດໃຫ້ປະຊາຊົນລາວເປັນຫ່ວງບໍ່ໜ້ອຍຕໍ່ມາດຕະການປ້ອງກັນຂອງປະເທດເຮົາ ໂດຍສະເພາະການເຝົ້າລະວັງຢູ່ບັນດາດ່ານສາກົນ ແລະແຂວງທີ່ມີຊາຍແດນຮ່ວມເຊັ່ນ: ແຂວງນ້ຳທາ, ບໍ່ແກ້ວ ແລະ ແຂວງອື່ນໆ, ຕໍ່ບັນຫາດັ່ງກ່າວ ດ່ານສາກົນບໍ່ເຕ່ນແມ່ນໄດ້ນຳເອົາເຄື່ອງມືການແພດພ້ອມທີມແພດໝໍກວດກາຢ່າງເປັນລະບົບ ລວມເຖິງຫ້ອງແຍກປ່ຽວກໍລະນີກວດພົບຜູ້ມີໄຂ້ຂຶ້ນສູງໃຫ້ສາມາດຮັບມືໄດ້ບໍ່ກະທົບຕໍ່ປະຊາຊົນພາຍໃນປະເທດ.

ໃນວັນທີ 10 ກຸມພາ 2020ນີ້ ທ່ານ ຮສຈ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນາສຸກ ພ້ອມດ້ວຍຄະນະໄດ້ລົງຊີ້ນໍາວຽກງານ ສາທາລະນະສຸກ ປະຈຳຢູ່ດ່ານສາກົນບໍ່ເຕ່ນແຂວງຫຼວງນໍ້າທາ.

ໃນໂອກາດນີ້ ທ່ານ ຄໍາຈັນ ອິນທອງໄຊ ຫົວໜ້າພະແນກສາທາລະນະສຸກ ແຂວງຫຼວງນໍ້າທາ, ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານການກວດກາ ແລະ ສະກັດກັ້ນພະຍາດທີ່ເກີດຈາກ ສປ ຈີນ ຄື: ພະຍາດໄວຣັດໂຄໂຣນ່າ ໃຫ້ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຮັບຊາບກ່ຽວກັບການນໍາໃຊ້ອຸກອນການແພດ ເຊັ່ນ: ເຄື່ອງກວດວັດອຸນຫະພູມ, ເຄື່ອງວັດແທກ, ເຄື່ອງສະແກນ, ຈຸດກວດກາເຄື່ອງ ແລະ ອື່ນໆ.

ຈາກນັ້ນ ທ່ານ ລັດຖະມົນຕີພ້ອມດ້ວຍຄະນະກໍ່ໄດ້ລົງກວດກາອຸປະກອນການແພດໃນການກວດກາເຊື້ອພະຍາດຄົນເຂົ້າ – ອອກເມືອງ ແລະ ຊີ້ນໍາດ້ານວິຊາການແພດໃນການເຝົ້າລະວັງ, ຕ້ານ, ສະກັດກັ້ນຕໍ່ພະຍາດໄວຣັດໂຄໂຣນ່າ, ພ້ອມທັງໄດ້ກວດກາບ່ອນທີ່ຈະຕັ້ງຫ້ອງແຍກປ່ຽວເພື່ອປິ່ນປົວຄົນເຈັບ ໃນກໍລະນີທີ່ກວດພົບຜູ້ຕິດເຊື້ອດັ່ງກ່າວ, ໂອກາດນີ້ ທ່ານຍັງໄດ້ເນັ້ນໜັກໃຫ້ພະນັກງານແພດ, ທຸກພາກສ່ວນ, ຈົ່ງເອົາໃຈໃສ່ ຮ່ວມກັນເຝົ້າລະວັງ, ຕ້ານ ແລະ ສະກັດກັ້ນພະຍາດໄວຣັດໂຄໂຣນ່າ ທີ່ເກີດຂື້ນຢູ່ ສປ ຈີນ ຢ່າງເຂັ້ມງວດ ເພື່ອບໍ່ໃຫ້ແພ່ລະບາດລາມເຂົ້າມາ ສປປ ລາວ ເວົ້າລວມ, ເວົ້າສະເພາະກໍ່ຄືແຂວງຫຼວງນໍ້າທາ ແລະ ບ່ອນອື່ນໆຕື່ມອິກ.

ຂ່າວ: ມຸນຕີ