ລັດຖະມົນຕີ ເນັ້ນໃຫ້ສາທາແຂວງບໍ່ແກ້ວ ຖືສຳຄັນວຽກປ້ອງກັນພະຍາດ

161

ໃນໂອກາດ ເຂົ້າຮ່ວມກອງປະຊຸມວຽກງານສາທາລະນະສຸກແຂວງ ບໍ່ແກ້ວ ປະຈຳປີ 2019 ແລະ ທິດທາງແຜນການປີ 2020 ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ເນັ້ນໜັກໃຫ້ສາທາແຂວງ ເອົາໃຈໃສ່ ແລະ ຖືວຽກງານປ້ອງກັນພະຍາດເປັນຕົ້ນຕໍ, ເອົາໃຈໃສ່ຍົກສູງຄຸນນະພາບຂອງການບໍລິການ, ການຄວບຄຸມ, ການຕອບໂຕ້  ແລະ ເຝົ້າລະວັງພະຍາດທີ່ມັກລະບາດຕາມລະດູການ.

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 11 ກຸມພາ 2020 ຜ່ານມາ ທີ່ພະແນກສາທາລະນະສຸກແຂວງ ເຊິ່ງມີທ່ານ ຈອມສີ ລັດຕະນະປັນ ຮອງເຈົ້າແຂວງບໍ່ແກ້ວ, ມີ ທ່ານ ຄໍາຜະຫຍາ ພົມປັນຍາ ຫົວໜ້າພະແນກສາທາແຂວງ, ມີຮອງພະແນກຂະແໜງການ ແລະ ຕົວແທນວິຊາການຈາກຫ້ອງການສາທາ 05 ເມືອງເຂົ້າຮ່ວມ.

ທ່ານ ບຸນກອງ ສີຫາວົງ ຍັງໄດ້ເນັ້ນ ໜັກໃຫ້ສືບຕໍ່ຫຼາຍວຽກງານທີ່ຍັງຄົງຄ້າງໂດຍສະເພາະ ແມ່ນໃຫ້ປຸກລະດົມແນວຄິດ ພະນັກງານ-ລັດຖະກອນ ກຳແໜ້ນ ແນວທາງນະໂຍບາຍຂອງພັກ – ຂອງລັດ ກົດໝາຍຂອງລັດ, ໃຫ້ຖືເປັນຕົ້ນຕໍວຽກງານປ້ອງກັນພະຍາດ ແລະ ສົ່ງເສີມສຸຂະພາບ ແລະ ເອົາໃຈໃສ່ຍົກສູງຄຸນນະພາບຂອງການບໍລິການປິ່ນປົວ, ການຄວບຄຸມ, ການຕອບໂຕ້, ການເຝົ້າລະວັງຕໍ່ພະຍາດລະບາດທີ່ມັກເກີດຕາມລະດູການ. ພ້ອມນັ້ນ ກໍ່ຕ້ອງມີແບບແຜນ ວິທີການເຮັດວຽກແບບໃໝ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອເຮັດໃຫ້ການເຄື່ອນ ໄຫວວຽກງານ ໄປຕາມພາລະບົດບາດໜ້າທີ່ ແລະ ຕາມແຜນການທີ່ກຳນົດໄວ້.

ຂະນະທີ່, ທ່ານ ນາງ ຄຳຫຼ້າ ໄຍຫຽງອ່ອນ ຮອງຫົວໜ້າພະແນກສາທາລະນະສຸກແຂວງບໍ່ແກ້ວ ໄດ້ຍົກໃຫ້ເຫັນຜົນງານ ທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດ 1 ປີຜ່ານມາ ໂດຍສະເພາະວຽກງານອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີນໍ້າໜັກຕໍ່າກວ່າມາດຕະຖານ 14,67%, ອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີລວງສູງບໍ່ໄດ້ມາດຕະຖານ 10.04%, ອັດຕາການຕາຍຂອງເດັກນ້ອຍ ລຸ່ມ 1 ປີ 22/100 ຄົນ ຂອງເດັກເກີດມີຊີວິດ, ອັດຕາການຕາຍຂອງເດັກນ້ອຍ ລຸ່ມ 5 ປີ 26/1.000 ຄົນ ຂອງເດັກເກີດມີຊີວິດ, ອັດຕາສ່ວນການຕາຍຂອງແມ່ 126\100.000 ຂອງເດັກເກີດມີຊີວິດ, ອັດຕາການເກີດມີແພດຊ່ວຍບັນລຸໄດ້ 71%, ອັດຕາການສັກຢາກັນພະຍາດໃຫ້ບັນລຸໄດ້ 95%, ອັດຕາການຊົມໃຊ້ນໍ້າສະອາດບັນລຸໄດ້ 95%, ອັດຕາການຊົມໃຊ້ວິດຖ່າຍຄົວເຮືອນບັນລຸໄດ້ 88% ແລະ ໂຮງຮຽນໄດ້ 91,04% ຂອງຈຳນວນຄົວເຮືອນ.

ສ່ວນວຽກງານສະກັດກັ້ນ, ຕ້ານພະຍາດເຊື້ອເອດສ ( HIV ) ແລະ ພະຍາດຕິດເຊື້ອທາງເພດສໍາພັນ ( ພຕພ ) ມາຮອດປະຈຸບັນມີ ຜູ້ມາກວດຫາເຊື້ອ ພຕພ 1,988 ຄົນ, ພົບຜູ້ຕິດເຊື້ອ 1,350 ຄົນ, ມີຜູ້ມາກວດກາເຊື້ອໂລກ ເອດສ 3,766 ຄົນ, ພົບຜູ້ຕິດເຊື້ອ 22 ຄົນ, ໄດ້ຮັບການປິ່ນປົວ 15 ຄົນ ກວມເອົາ 68%, ອັດຕາການປົກຄຸມປະກັນສຸຂະພາບບັນລຸໄດ້ 100 % ຂອງຈໍານວນປະຊາກອນທັງຫມົດ, ສ້າງບ້ານສາທາລະນະສຸກແບບຢ່າງ 224 ບ້ານ ກວມເອົາ 90.3 % ຂອງຈໍານວນບ້ານໃນແຂວງ ແລະ ວຽກງານອື່ນໆ.

ທີ່ມາ, ໜັງສືພິມບໍ່ແກ້ວ