ຍັງໜາວຢູ່! ອຸຕຸແຈ້ງອາກາດຈະເຢັນລົງ 1 ຫາ 2 ອົງສາ

141

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງອາທິດນີ້ອາກາດຍັງຈະເຢັນລົງ 1 ຫາ 2 ອົງສາ ໃນແຕ່ລະພາກ ເນື່ອງຈາກມວນອາກາດໜາວເຢັນທີ່ປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດໃນໄລຍະວັນທີ 10 ຫາ 16 ກຸມພາ 2020: ໃນໄລຍະວັນທີ 10 ຫາ 14 ກຸມພານີ້ ມວນອາກາດໜາວເຢັນທີ່ປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ. ພ້ອມດຽວກັນນັ້ນ, ກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດເຢັນຫາໜາວເຢັນລົງ 1 ຫາ 2 ອົງສາ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ໃນແຕ່ລະພາກ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກເໜືອ ລົງຫາພາກກາງ ແລະ ພາກໃຕ້.

ພາບປະກອບຂ່າວເທົ່ານັ້ນ

ຈາກນັ້ນ, ໃນໄລຍະວັນທີ 15 ຫາ 16 ກຸມພາ 2020 ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຈະອ່ອນກໍາລັງລົງເລັກໜ້ອຍແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສ່ຽງເໜືອພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດຍັງສືບຕໍ່ເຢັນຫາໜາວເຢັນໃນຕອນກາງຄືນຫາຕອນເຊົ້າຢູ່ໃນແຕ່ລະພາກ ແລະ ຢູ່ແຂວງພາກເໜືອເຂດພູສູງ, ຮ່ອມພູ ແລະ ພູດອຍ, ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຍັງຈະໜາວຫາໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຄາດຄະເນສະພາບອາກາດໃນແຕ່ລະພາກ ໄວ້ໃນແຈ້ງການລຸ່ມນີ້

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 10 ຫາ 12 ກຸມພາ ອາກາດຈະໜາວເຢັນລົງ 1 ຫາ 2 ອົງສາ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ. ຈາກນັ້ນ, ວັນທີ 13 ຫາ 16 ກຸມພາ ອາກາດຍັງຈະສືບຕໍ່ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຊຽງຂວາງ ອຸນຫະພູມຕໍ່າສຸດ 9 – 11 ອົງສາ ແລະ ສູງສຸດ 21 – 23 ອົງສາ.

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 10 ຫາ 16 ກຸມພາ ອາກາດຍັງຈະໜາວເຢັນຫຼາຍຢູ່ແຂວງອຸດົມໄຊ, ບໍ່ແກ້ວ ແລະ ຫຼວງນໍ້າທາ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມໃນລະຫວ່າງ 8 – 30 ອົງສາ, ສະເພາະແຂວງຫຼວງພະບາງ ແລະ ໄຊຍະບູລີ ອາກາດຈະໜາວເຢັນໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ອຸນຫະພູມໃນລະຫວ່າງ 16 – 32 ອົງສາ.

ພາກກາງ: ໃນໄລຍະວັນທີ 10 ຫາ 13 ກຸມພາ ອາກາດຈະເຢັນລົງໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນແຂວງບໍລິຄໍາໄຊ ແລະ ສະຫວັນນະເຂດ. ຈາກນັ້ນ, ວັນທີ 13 ຫາ 16 ກຸມພາ ອາກາດຍັງຈະສືບຕໍ່ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ໂດຍສະເພາະທາງດ້ານຕາເວັນອອກຂອງພາກ ອຸນຫະພູມຕໍ່າສຸດ 14 – 16 ອົງສາ ແລະ ສູງສຸດ 30 – 32 ອົງສາ.

ສະເພາະແຂວງໄຊສົມບູນ, ເຂດຫຼັກ 20, ເມືອງວຽງທອງ ແລະ ເມືອງນາກາຍ: ໃນໄລຍະວັນທີ 10 ຫາ 16 ກຸມພາ ອາກາດຍັງຈະໜາວຫາໜາວເຢັນຫຼາຍ ພ້ອມຈະມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ, ພ້ອມມີລົມພັດແຮງເປັນບາງໂອກາດ ອຸນຫະພູມຕໍ່າສຸດ 7 – 9 ອົງສາ ແລະ ສູງສຸດ 23 – 25 ອົງສາ.

ພາກໃຕ້: ໃນໄລຍະວັນທີ 10 ຫາ 14 ກຸມພາ ອາກາດຍັງຈະເຢັນລົງໃນຕອນກາງຄືນຫາຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ຈາກນັ້ນ, ວັນທີ 15 ຫາ 16 ກຸມພາ ອຸນຫະພູມອາກາດຈະຮ້ອນຂຶ້ນໃນຕອນບ່າຍ ອຸນຫະພູມຕໍ່າສຸດ 17 – 19 ອົງສາ ແລະ ສູງສຸດ 32 – 34 ອົງສາ.

ສະເພາະເຂດພູພຽງບໍລະເວນ: ໃນໄລຍະວັນທີ 10 ຫາ 16 ກຸມພາ ອາກາດຍັງຈະໜາວເຢັນຫາໜາວເຢັນຫຼາຍ, ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ຈະມີຝົນຕົກໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 5 – 7 ອົງສາ ແລະ ສູງສຸດ 24 – 26 ອົງສາ.
ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 10 ຫາ 16 ກຸມພາ 2020 ອາກາດຍັງຈະເຢັນຫາໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ, ໃນຕອນບ່າຍອາກາດຮ້ອນຂຶ້ນ ອຸນຫະພູມຕໍ່າສຸດ 17 – 19 ອົງສາ ແລະ ສູງສຸດ 31 – 33 ອົງສາ.