ການພັດທະນາສິນຄ້າ ແລະ ຜະລິດຕະພັນ

156

ການພັດທະນາສິນຄ້າ ແລະ ຜະລິດຕະພັນ ຖືເປັນຫົວໃຈສຳຄັນທີ່ຈະເຮັດໃຫ້ສິນຄ້າຂອງທ່ານເຕີບໂຕໃນຕະຫຼາດ ເຊິ່ງການພັດທະນາສິນຄ້ານີ້ກໍເພື່ອທີ່ຈະຂາຍສິນຄ້າໃໝ່ໃນຕະຫຼາດເດີມ ຫຼື ຕະຫຼາດເກົ່າ ໂດຍການນຳສິນຄ້າ ຫຼື ຜະລິດຕະພັນທີ່ຢູ່ໃນຕະຫຼາດມາດົນແລ້ວ ມາປັບປຸງພັດທະນາໃໝ່ ດັ່ງນີ້:

1 ສິນຄ້າໃໝ່ທີ່ປັບປຸງຈາກສິນຄ້າດັ້ງເດີມ: ເປັນການນຳສິນຄ້າເດີມຂອງເຮົາທີ່ມີມາປັບປຸງພັດທະນາຮູບຮ່າງໜ້າຕາໃໝ່, ລົດຊາດໃໝ່, ກິ່ນໃໝ່, ການຫຸ້ມຫໍ່ໃໝ່ ຫຼື ແມ່ນແຕ່ຮູບຊົງໃໝ່ ເພື່ອສ້າງຄວາມປ່ຽນແປງ ແລະ ແຕກຕ່າງຈາກເດີມທີ່ລູກຄ້າຮູ້ສຶກຈື່ຈຳ ແລະ ຄຸ້ນເຄີຍມາເປັນເວລາດົນນານ ອັນຈະເປັນການເປີດຊ່ອງທາງໃຫ້ກຸ່ມລູກຄ້າກຸ່ມໃໝ່ໆຫັນມາສົນໃຈສິນຄ້າຂອງເຮົາອີກທາງໜຶ່ງ.

2 ໃສ່ຄວາມຄິດສ້າງສັນໃໝ່ໆລົງໄປໃນສິນຄ້າເດີມ: ການສ້າງຄວາມຄິດສ້າງສັນໃໝ່ໆລົງໄປໃນສິນຄ້າເດີມ ຈະຕ້ອງເບິ່ງໃຫ້ເໝາະສົມ ແລະ ສອດຄ່ອງກັນກັບສິນຄ້າ ແລະ ບໍລິການຂອງເຮົາດ້ວຍ ຢ່າໃຫ້ເກີນໄປຈົນລູກຄ້າຮັບບໍ່ໄດ້ ເຊັ່ນ: ຖ້າເປັນນໍ້ານົມຖົ່ວເຫຼືອງເຮົາພັດທະນາຈາກລົດດັ້ງເດີມໃຫ້ມີລົດງາດຳ, ລົດຊ໋ອກໂກແລັດ, ລົດໃບເຕີຍ ອັນນີ້ກໍຖືວ່າເປັນການພັດທະນາໄປໃນທາງທີ່ລູກຄ້າຮັບໄດ້.

3 ການຈັບມືເປັນຄູ່ຄ້າໃໝ່ໆກັບບໍລິສັດອື່ນ: ເປັນການເປີດໂອກາດໃຫ້ທຸລະກິດຕົນເອງເປີດຊ່ອງທາງການຕະຫຼາດທີ່ກວ້າງ ແລະ ໄວອອກໄປແທນທີ່ຈະໃຫ້ສິນຄ້າ ແລະ ຜະລິດຕະພັນຂອງເຮົາຢູ່ໃນວົງແຄບໆດ້ວຍການໃຊ້ຫຼັກ WINWIN ຕ່າງຄົນຕ່າງໄດ້ປະໂຫຍດເຊິ່ງກັນ ແລະ ກັນ ໂດຍການເປີດໃຈກວ້າງໆຍອມຮັບເຊິ່ງກັນ ແລະ ກັນວ່າ “ ເຮົາຈະມີສ່ວນທີ່ເຮົາໄດ້ ແລະ ສ່ວນທີ່ເຮົາເສຍໄປແດ່ ” ເພາະມັນຄືການແບ່ງສັນປັນສ່ວນກັນ.

4 ປັບກົນລະຍຸດທາງການຕະຫຼາດໃໝ່ໆ: ຢ່າຍອມໃຫ້ທຸລະກິດຢຸດນິ້ງຢູ່ກັບທີ່ດົນເກີນໄປ ເພາະການນິ້ງດົນເກີນໄປຄືການບໍ່ເຕີບໂຕ. ດັ່ງນັ້ນ, ຈຶ່ງຕ້ອງມີການປັບກົນລະຍຸດໃໝ່ໆໃນດ້ານຕ່າງໆທີ່ເໝາະສົມຢູ່ຕະຫຼອດເວລາ ເຊັ່ນ: ປັບຮູບຮ່າງໜ້າຕາຫຸ້ມຫໍ່ໃໝ່, ປັບໃຫ້ມີຮູບແບບໃໝ່ໆ, ເບິ່ງທັນສະໄໝສອດຄ່ອງກັບໂລກທີ່ປ່ຽນແປງໄປຕະຫຼອດ ຈົນສອດຄ່ອງກັບເທຣນຂອງຄົນຮຸ່ນໃໝ່ໃນແຕ່ລະຍຸກ ເພາະການທີ່ເຮົາພັດທະນາຢ່າງບໍ່ຢຸດ ເປັນການສະແດງສັກກະຍະພາບໃຫ້ລູກຄ້າ ແລະ ຄູ່ແຂ່ງໄດ້ເຫັນວ່າອົງກອນຂອງເຮົານຳໜ້າຄູ່ແຂ່ງສະເໝີ.

[ ຮຽບຮຽງ: ສັນຕິ ]