ເບິ່ງຜົນງານ 5 ປີພະແນກການເງິນແຂວງອັດຕະປື ກັບການເກັບລາຍຮັບ

278

ຫົວໜ້າພະແນກການເງິນແຂວງອັດຕະປື ເຜີຍ 5 ປີຜ່ານມາ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 710ຕື້ກວ່າກີບ ເທົ່າກັບ 84,37% ຂອງແຜນການ ໃນນັ້ນ ພູດລາຍຮັບສູນກາງ 136 ຕື້ກວ່າກີບ ເທົ່າກັບ 70,03% ຂອງແຜນການ, ສ້ວນພູດລາຍຮັບທ້ອງຖິ່ນ ປະຕິບັດໄດ້ 573 ຕື້ກວ່າກີບ ເທົ່າ 6,11% ຂອງ GDP.

ຄະນະພັກຮາກຖານ ພະແນກການເງິນແຂວງ ອັດຕະປື ໄດ້ໄຂກອງປະຊຸມໃຫຍ່ ຄັ້ງທີ II ສະມາຊິກພັກຂອງຕົນຂຶ້ນໃນວັນທີ 10 ກຸມພາ 2020 ທີ່ຫໍປະຊຸມໃຫຍ່ຂອງແຂວງ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ອັດຕະປື, ມີ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາ ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກການ, ຂະແໜງການກ່ຽວຂ້ອງ, ຄະນະພັກຮາກຖານ ພ້ອມດ້ວຍພະນັກງານອ້ອມຂ້າງພະແນກການເງິນເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ຄຳເຜີຍ ໂສມຖາວອນ ຫົວໜ້າພະແນກການເງິນແຂວງ ອັດຕະປື ໄດ້ຍົກໃຫ້ເຫັນໃນຮ່າງບົດລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ ຄັ້ງນີ້ວ່າ: ຕະຫລອດໄລຍະ 5 ປີຜ່ານມາ ໄດ້ມີຄວາມເອົາໃຈໃສ່ຊີ້ນຳໆພາ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII, ຍຸດທະສາດການພັດທະນາສຽກງານການເງິນ-ງົບປະມານຂອງແຂວງ ຮອດ ປີ 2025, ວິໄສທັດຮອດປີ 2030 ຕິດພັນກັບວຽກງານ 3 ສ້າງນັ້ນ ແມ່ນໄດ້ຫັນເຂົ້າສູ່ລວງເລິກໃນລະດັບຕໍ່ເນື່ອງ, ໄດ້ສືບຕໍ່ປັບປຸງຮາກຖານການເມືອງ ຂອງລະບອບປະຊາທິປະໄຕ ປະຊາຊົນ ໃຫ້ເຂັ້ມແຂງ, ໜັກແໜ້ນ, ເພີ່ມທະວີ ການນໍາພາແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງີນ ແລະ ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງມະຫາພາກ ເພື່ອຄວາມເປັນເອກະລາດໃນການຜັນຂະຫຍາຍ ຈັດຕັ້ງປະຕິບັດເຂົ້າໃນຂົງເຂດວຽກງານຕົວຈິງໃນຂະແໜງການຂອງຕົນ ໃຫ້ມີປະສິດຕິພາບສູງເປັນກ້າວມາ.

ຕະຫລອດໄລຍະ 5 ປີຜ່ານມາ ໄດ້ປັບປຸງກົນໄກ ແລະ ລະບົບການຈັດເກັບລາຍຮັບເຂົ້າງົບປະມານໃຫ້ວ່ອງໄວ, ກະທັດຮັດ, ມີຄວມໂປ່ງໄສ ແລະ ທັນສະໄໝ ເຊິ່ງມັນສະແດງອອກດ້ານຕົວເລກປະຕິບັດໄດ້ 710.163.930.000 ກີບ ເທົ່າກັບ 84,37% ຂອງແຜນການ, ໃນນັ້ນ ພູດລາຍຮັບສູນກາງ 136.715.120.000 ກີບ ເທົ່າກັບ 70,03% ຂອງແຜນການ ແລະ ພູດລາຍຮັບທ້ອງຖິ່ນ 573.448.810.000 ກີບ ເທົ່າກັບ 6,11% ຂອງ GDP ພ້ອມນີ້ ກໍ່ຍັງໄດ້ພົບບັນຫາອື່ນໆນຳອີກ.

ກອງປະຊຸມໃນຄັ້ງນີ້ ຍັງໄດ້ຮັບຟັງການລາຍງານຂອງຄະນະພັກຮາກຖານ ແລະ ແຜນພັດທະນາວຽກງານວິຊາສະເພາະ ຮອດປີ 2025 ໃນຂົງເຂດທີ່ຕິດພັນກັບວຽກງານຂະແໜງການຂອງຕົນ ທາງດ້ານດີ-ຂໍ້ຄົງຄ້າງ ເພື່ອຊອກໃຫ້ເຫັນເຖິງ ບັນຫາ ສາເຫດພື້ນຖານ ພ້ອມທັງວາງມາດຕະການວິທີທາງແກ້ໄຂທີ່ຖືກຕ້ອງ ແທດເໝາະໃນການຈັດຕັ້ງປະຕິບັດເຂົ້າສູ່ສະພາບຕົວຈິງໃນຕໍ່ໜ້າ.

ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ Il ຂອງຄະນະພັກຮາກຖານ ພະແນກການເງິນ ຍັງໄດ້ມີການປ່ອນຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່, ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ເລຂາພັກແຂວງ ແລະ ກອງປະຊຸມຈະໄດ້ດຳເນີນໄປເປັນເວລາ 1 ວັນຈິ່ງສຳເລັດ.

ຂໍ້ມູນຈາກ: Attapeu Media; ໂດຍ: ສາຍນ້ຳ