ສຶກສາຄວາມເປັນໄປໄດ້ໃນການພັດທະນາເຕັກໂນໂລຊີພະລັງງານແສງຕາເວັນ

157

ກົມແຜນການ ແລະ ຮ່ວມມື, ສະຖາບັນພະລັງງານ ແລະ ວັດສະດຸໃໝ່ ກະຊວງວິທະ ຍາສາດ ແລະ ເຕັກໂນໂລຊີ ( ກວຕ ) ຮ່ວມກັບ ບໍລິສັດ AMZ Group ຈຳກັດ ແລະ ບໍລິສັດ Marubeni ຈຳກັດ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການສຶກສາຄວາມເປັນໄປໄດ້ໃນການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີພະລັງງານແສງຕາເວັນໃນ ສປປ ລາວ.

ໂອກາດນີ້, ທ່ານ ປອ. ຄຳເພັດ ວົງດາລາ ຫົວໜ້າກົມແຜນການ ແລະ ຮ່ວມມື ກະຊວງ ກວຕ ກ່າວວ່າ: ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ແມ່ນສອດຄ່ອງກັບຈຸດສຸມຂອງແຜນພັດທະນາວຽກງານວິທະຍາສາດ ແລະ ເຕັກໂນໂລຊີໃນປັດຈຸບັນ ໂດຍສະເພາະແມ່ນການຍົກສູງການນໍາໃຊ້ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າໃນການສຶກສາຄວາມເປັນໄປໄດ້ໃນການຄົ້ນຄວ້າ ແລະ ພັດທະນາພະລັງງານໄຟຟ້າແສງຕາເວັນຢູ່ ສປປ ລາວ.

ທ່ານ SHIGERUNA GASHIMA ຮອງອຳນວຍການ, ພະແນກພັັດທະນາທຸລະກິດພະລັງງານ ບໍລິສັດ Marubeni ຈາກປະເທດຍີ່ປຸ່ນ ໄດ້ກ່າວວ່າ: ກຸ່ມບໍລິສັດ Marubeni ຂອງພວກເຮົາມີຖານໂຮງງານ ແລະ ສະຖານີຜະລິດພະລັງງານໄຟຟ້າຢູ່ທົ່ວໂລກຫຼາຍກວ່າ 38.000 MW ໂດຍເປັນທຸລະກິດຮ່ວມພັດທະນາ IPP ສຳລັບທຸລະກິດຜະລິດພະລັງງານແສງຕາເວັນ ເຊິ່ງຜ່ານມາພວກເຮົາໄດ້ລົງທຶນພັດທະນາຢູ່ໃນຂົງເຂດພູມມີພາກຕາເວັນອອກກາງ ເຊັ່ນ: ປະເທດອາບູດາບີ ( Abu dhabi ) ເຊິ່ງໄດ້ສ້າງສະຖານີຜະລິດພະລັງງານໄຟຟ້າແສງຕາເວັນ 1.177 MW ສຳເລັດໃນເດືອນເມສາ ປີ 2019.

ຫຼັງຈາກນັ້ນ, ກຸ່ມບໍລິສັດຂອງພວກເຮົາກໍໄດ້ເຊັນສັນຍາຊື້ – ຂາຍໄຟ PPA ເພື່ອສ້າງຕັ້ງສະຖານີຜະລິດພະລັງງານແສງຕາເວັນຢູ່ປະເທດກາຕາ ( Qatar ) 800 MW ແລະ ກຸ່ມບໍລິສັດຂອງພວກເຮົາ ເປັນກຸ່ມບໍລິສັດທີ່ຜະລິດພະລັງງານແສງຕາເວັນອັນດັບໜຶ່ງຂອງໂລກ.

ສໍາລັບການລົງທຶນຢູ່ອາຊີ, ພວກເຮົາໄດ້ຊອກຫາພື້ນທີ່ໃນການພັດທະນາສະຖານີຜະລິດໄຟຟ້າແສງຕາເວັນທີ່ໃຫຍ່ກວ່າ 100 MW ຂຶ້ນໄປ ເພື່ອຜະລິດເປັນພະລັງງານທົດແທນທີ່ສະອາດ ແລະ ດີຕໍ່ສິ່ງແວດລ້ອມ ເຊິ່ງປະເທດລາວເປັນປະເທດທີ່ໄດ້ຮັບແສງຕາເວັນຫຼາຍ ຈຶ່ງໄດ້ຮ່ວມມືກັບກະຊວງ ກວຕ ເພື່ອນຳໃຊ້ທີ່ດິນຂອງປະເທດລາວໃຫ້ເກີດປະໂຫຍດ ເຊິ່ງ ກຸ່ມບໍລິສັດ Marubeni ມີຄວາມຫວັງວ່າຈະນຳໃຊ້ປະສົບການ ແລະ ເຕັກໂນໂລຊີຂອງກຸ່ມບໍລິສັດຂອງພວກເຮົາມາປະກອບສ່ວນເຂົ້າໃນການສ້າງສະຖານີຜະລິດໄຟຟ້າແສງຕາເວັນທີ່ໃຫຍ່ທີ່ສຸດໃນອາຊີໃຫ້ປະສົບຄວາມສຳເລັດຢ່າງທີ່ຫວັງໄວ້ໄດ້.

ທ່ານກ່າວຕື່ມວ່າ: ໃນສ່ວນການສຶກສາຄວາມເປັນໄປໄດ້ ( Pre – FS ) ໃນຄັ້ງນີ້, ການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີໃໝ່ໆເຂົ້າໃນການສ້າງໃຫ້ເປັນເສດຖະກິດຕ້ອງໄດ້ມີການຕັດສິນໃຈຢ່າງວ່ອງໄວ, ພວກເຮົາຄິດວ່າຄວາມສຳເລັດຂອງໂຄງການນີ້ຕ້ອງໄດ້ມີການຮ່ວມມືຈາກປະເທດອ້ອມຂ້າງໃນການຊົມໃຊ້ໄຟຟ້າພະລັງງານແສງຕາເວັນ.

ພິທີລົງນາມບົດບັນທຶກດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ນະຄອນຫຼວງ ວຽງຈັນລະຫວ່າງ ທ່ານ ປອ. ຄຳເພັດ ວົງດາລາ ຫົວໜ້າກົມແຜນການ ແລະ ການຮ່ວມມື; ທ່ານ ນາງ ໄມຕີ ວົງຄຳຊາວ ຫົວໜ້າສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່; ທ່ານ SHIGERUNA GAS- HIMA ຮອງອຳນວຍການພະແນກພັດທະນາທຸລະກິດພະລັງງານ ບໍລິສັດ Marubeni ຈຳກັດ ແລະ ທ່ານ ອາລິວັນ ສີທາລາ ປະທານ ບໍລິສັດ ເອເອັມແຊັດ ກຣຸບ ຈຳກັດ ເຊິ່ງໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກວຕ, ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ກົມ, ສະຖາບັນເຂົ້າຮ່ວມ.