ຄົບຮອບ 30 ປີ ແຫ່ງການເຕີບໂຕຂອງທະນາຄານຮ່ວມພັດທະນາລາວ

240

ທະນາຄານຮ່ວມພັດທະນາ (JDB) ໄດ້ຈັດງານສະເຫຼີມສະຫຼອງວັນສ້າງຕັ້ງທະນາຄານ ຄົບຮອບ 30 ປີ (1989-2019) ພ້ອມທັງສະຫຼຸບຜົນການດໍາເນີນດໍາເນີນທຸລະກິດ ປະຈໍາປີ 2019 ແລະ ທິດທາງແຜນການປີ 2020 ລວມທັງຍ້ອງຍໍຊົມເຊີຍພະນັກງານຜູ້ທີ່ມີຜົນງານດີເດັ່ນ. ດ້ານຜູ້ວ່າການ ທຫລ ເນັ້ນໃຫ້ JDB ສືບຕໍ່ຮັກສາມູນເຊື້ອໃນການບໍລິຫານທຸລະກິດທະນາຄານໃຫ້ເຕີບໃຫຍ່ຂະຫຍາຍຕົວໄປເລື້ອຍໆ ພ້ອມທັງນໍາໃຊ້ລະບົບເຕັກໂນໂລຊີໃຫ້ຫຼາຍຂຶ້ນ ແລະ ຮ່ວມມືກັບບັນດາທະນາຄານຕ່າງໆເພື່ອພ້ອມກັນກ້າວໜ້າໃນອະນາຄົດ.

ງານດັ່ງກ່າວ ຈັດຂຶ້ນໃນວັນທີ 7 ກຸມພາ 2020 ທີ່ໂຮງແຮມ ແລນມາກ ແມ່ຂອງ ຣິເວີໄຊ ນະຄອນຫຼວງວຽງຈັນ ເຊິ່ງໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ; ທ່ານ ເອກະພັນ ພະພິທັກ ປະທານສະພາຜູ້ບໍລິຫານ ທະນາຄານຮ່ວມພັດທະນາ; ທ່ານ ສູນທອນ ຈັນທະວົງ ຮອງປະທານສະພາບໍລິຫານ; ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ ພ້ອມດ້ວຍບັນດາຫົວໜ້າໜ່ວຍບໍລິການ ແລະ ພະນັກງານທົ່ວປະເທດເຂົ້າຮ່ວມ 600 ກວ່າຄົນ.

ຂໍ້ມູນຂອງທະນາຄານຮ່ວມພັດທະນາ ໃຫ້ຮູ້ວ່າ: ໃນປີ 2019 ຖືວ່າເປັນປີທີ່ມີຜົນງານພົ້ນເດັ່ນຫຼາຍດ້ານ ແລະ ກໍ່ເປັນປີທີ່ມີຄວາມໝາຍສໍາຄັນທະນາຄານຮ່ວມພັດທະນາ ຄົບຮອບ 30 ປີ ເຊິ່ງໃນປີ 2019 ແມ່ນມີຜົນກໍາໄລຢ່າງໜ້າເພີ່ງພໍໃຈ. ປັດຈຸບັນ, ມີໜ່ວຍບໍລິການ 60 ແຫ່ງ ລວມທັງອອກຜະລິດຕະພັນ ໃໝ່ເພື່ອຕອບສະໜອງລູກຄ້າໃຫ້ໄດ້ຊົມໃຊ້ຜະລິດຕະພັນຢ່າງຫຼວງຫຼາຍ ເປັນຕົ້ນແມ່ນ: ສິນເຊື່ອເພື່ອພະ ນັກງານ-ລັດຖະກອນ, ສິນເຊື່ອເພື່ອການສຶກສາ, ສິນເຊື່ອຫັນຊັບເປັນທຶນ, ສິນເຊື່ອ SME ແລະ ທຸລະກິດລາຍໃຫຍ່. ນອກນັ້ນ, ຍັງມີຜະລິດຕະພັນເຮັດທຸລະກໍາຜ່ານມືຖື (Mobile Banking); ອອກຜະລິດຕະພັນໃໝ່ ເຊັ່ນ: ອອກບັດ ATM Union Pay, ບັດ VISA Debit, ບັດ Credit ແລະ ອື່ນໆ ເພື່ອຫັນໃຫ້ເປັນ Digital Banking ເທື່ອລະກ້າວ.

ຄຽງຄູ່ກັນນັ້ນ, JDB ຍັງໄດ້ເຂົ້າຮ່ວມຫຼາຍໂຄງການກັບທະນາຄານອື່ນເຊັ່ນ: ການຊໍາລະພາສີທີ່ດິນ; ເສຍຄ່າທາງລົດປະຈໍາປີ; ເບີກຈ່າຍເງິນເດືອນຜ່ານທະນາຄານ; ໄດ້ປ່ອຍສິນເຊື່ອເຂົ້າໃນກໍ່ສ້າງໂຄງລ່າງພື້ນຖານເຊັ່ນ: ໂຄງການທາງດ່ວນວຽງຈັນໝາຍເລກ1, (ບຶງທາດຫຼວງ-ດົງໝາກຄາຍ) ແລະ ໂຄງ ການອື່ນໆຕາມເສັ້ນທາງລົດໄຟລາວ-ຈີນ. ສໍາລັບແຜນການປີ 2020 JDB ໄດ້ສູ້ຊົນສ້າງຜົນກໍາໄລໃຫ້ບັນລຸເປົ້າໝາຍທີ່ວາງໄວ້ ເພື່ອປະກອບສ່ວນໃນການສ້າງສາພັດທະນາປະເທດຊາດ ຕາມຄໍາຂວັນຂອງທະນາຄານຮ່ວມພັດທະນາ “ເຕີບໃຫ່ຍໄປພ້ອມກັນ”.

ໂອກາດນີ້, ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ກໍ່ໄດ້ມີຄຳເຫັນວ່າ: ໃນໄລຍະ 30 ປີກ່ອນໜ້ານີ້ ທະນາຄານຮ່ວມພັດທະນາມີທຶນພຽງແຕ່ 37 ຕື້ກີບ, ມາຮອດປັດຈຸບັນ ເພີ່ມຂຶ້ນເປັນ 5 ພັນ 19 ຕື້ກີບ ເປັນການເພີ່ມຂຶ້ນ 20 ເທົ່າຕົວ ເວົ້າໄດ້ວ່າເປັນທະນາຄານເອກະຊົນທີ່ມີການເຕີບໃຫຍ່ຂະຫຍາຍຕົວໄວ ແລະ ໜີ້ບໍ່ເກີດດອກອອກຜົນມີພຽງແຕ່ (NPL) ມີພຽງແຕ່ 0,2% ເທົ່ານັ້ນ.

ຂະນະດຽວກັນ, ນັບແຕ່ທໍາອິດເຮົາມີພະນັກງານ 30 ຄົນ ແລະ ຮອດປັດຈຸບັນ ເພີ່ມຂຶ້ນເປັນ 600 ກວ່າຄົນແລ້ວ ຫາກທຽບໃສ່ກັບ 43 ທະນາຄານໃນລາວ ເຫັນວ່າທະນາຄານຮ່ວມພັດທະນາມີຍອດຊັບສິນຢູ່ອັນດັບທີ 6; ດ້ານໜີ້ສິນຢູ່ອັນດັບທີ 7; ດ້ານສິນເຊື່ອຢູ່ອັນດັບທີ 8; ຄຸນນະພາບຂອງໜີ້ບໍ່ເກີດດອກອອກຜົນ (NPL) ມີພຽງແຕ່ 0,2%. ສໍາລັບກໍາໄລຂອງປີ 2019 ເພີ່ມຂຶ້ນສູງເຖິງ 900% ຫາກທຽບໃສ່ປີ 2015.

ນອກຈາກນັ້ນ, ຜູ້ວ່າການ ທຫລ ຍັງໄດ້ເນັ້ນໃຫ້ JDB ສືບຕໍ່ຮັກສາມູນເຊື້ອໃນການບໍລິຫານທຸລະກິດທະນາຄານໃຫ້ເຕີບໃຫຍ່ຂະຫຍາຍຕົວໄປເລື້ອຍໆ ພ້ອມທັງນໍາໃຊ້ລະບົບເຕັກໂນໂລຊີໃຫ້ຫຼາຍຂຶ້ນ ແລະ ຮ່ວມມືກັບບັນດາທະນາຄານຕ່າງໆເພື່ອພ້ອມກັນກ້າວໜ້າໃນອະນາຄົດ.