ການບິນລາວຍິນດີຂົນສົ່ງຟຣີ ທຸກການຊ່ວຍເຫຼືອທີ່ສົ່ງໄປ ສປ ຈີນ

285

ເພື່ອເປັນການປະກອບສ່ວນຊ່ວຍເຫຼືອ ແລະ ປ້ອງກັນການແພ່ລະບາດຂອງພະຍາດອັກເສບປອດສາຍພັນໃໝ່ ບໍ່ເມືອງອູຮ່ານ ບໍ່ໃຫ້ແພ່ລາມໄປຍັງຂົງເຂດອື່ນໆຂອງປະເທດ, ທາງການຈີນ ໄດ້ແນະນໍາໃຫ້ປະຊາຊົນພ້ອມກັນເບິ່ງແຍງສຸຂະພາບ, ໃຫ້ສວມໃສ່ໜ້າກາກອະນາໄມ, ຫຼີກລ່ຽງການຢຸ່ໃນຊຸມຊົນແອອັັັັັັັັັັັັັດ. ຈາກສະຖານະການດັ່ງກ່າວ ເຮັດໃຫ້ການສະໜອງປາກປິດປາກ (ໜ້າກາກອະນາໄມ) ເປັນສິນຄ້າທີ່ມີຄວາມຕ້ອງການສູງ ແລະ ເປັນສິນຄ້າຂາດຕະຫຼາດ.

ຕໍ່ກັບສະຖານະການດັ່ງກ່າວ ຫຼາຍພາກສ່ວນຂອງລາວ ກໍ່ໄດ້ມີການປະກອບສ່ວນຊ່ວຍເຫຼືອອຸປະກອນທີ່ຈຳເປັນໃນການປ້ອງກັນ ໂດຍສະເພາະແມ່ນຜ້າປິດປາກ, ຖົງມື ແລະ ນໍ້າຢາລ້າງມື ເພື່ອນຳໄປຊ່ວຍເຫຼືອພີ່ນ້ອງຊ່ວຍຈີນ ທີ່ປະສົບກັບການລະບາດຂອງພະຍາດດັ່ງກ່າວ. ຂະນະທີ່, ການບິນລາວທ່ານຜູ້ອຳນວຍການກ່າວວ່າ ຈະບໍລິການຂົນສົ່ງໄປສູ່ຈຸດໝາຍຟຣີ ສຳລັບເຄື່ອງຊ່ວຍເຫຼືອທຸກຢ່າງ.

ໃນວັນທີ 4 ກຸມພາ 2020 ຜ່ານມາ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ປະທານສະມາຄົມມິດຕະພາບລາວ-ຈີນ ຂັ້ນສູນກາງ, ຜູ້ຕາງໜ້າຄະນະສະມາຄົມຊາວຈີນຕ່າງດ້າວ, ຜູ້ຕາງໜ້າສະພາການຄ້າຈີນແຂວງກວາງຕຸ້ງ, ພ້ອມດ້ວຍພາກສ່ວນຕ່າງໆ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອອັນຈຳເປັນຈາກຫຼາຍພາກສ່ວນ ໄປມອບໃຫ້ສະຖານທູດຈີນ ປະຈຳ ສປປ ລາວ ເພື່ອປະກອບສ່ວນຊ່ວຍບັນເທົາຄວາມເດືອດຮ້ອນ ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່, ທີ່ເກີດຂຶ້ນຢູ່ເມືອງອູຮ່ານ, ແຂວງຫູເປີ່ຍ ຂອງສປຈີນ.

ສໍາລັບ ເຄື່ອງຊ່ວຍເຫຼືອທີ່ນໍາໄປມອບໃຫ້ໃນຄັ້ງນີ້ປະກອບມີ: ພາກສ່ວນສະມາຄົມມິດຕະພາບລາວ-ຈີນ ຂັ້ນສູນກາງ ໄດ້ມອບໜ້າກາກອະນາໄມ ຈຳນວນ 10.000 ຜືນ ແລະ ຖົງມືອະນາໄມການແພດ 10.000 ຄູ່; ສະພາການຄ້າແຂວງຮູນານ ປະຈຳ ລາວ ໄດ້ມອບໜ້າກາກອະນາໄມ ຈຳນວນ 350.000 ຜືນ, ຖົງມືການແພດ ຈຳນວນ 90.000 ຄູ່ ແລະ ໝວກສຳລັບແພດຈຳນວນ 25.000 ໜ່ວຍ (ເຊິ່ງໄດ້ຈັດສົ່ງໄປກ່ອນໜ້ານີ້ແຕ່ວັນທີ 31 ມັງກອນ 2020).

ສະພາການຄ້າຊາວຈີນຕ່າງດ້າວປະຈຳລາວ ໄດ້ມອບໜ້າກາກອະນາໄມຈຳນວນ 202.000 ຜືນ ແລະ ຖົງມືສຳລັບແພດຈຳນວນ 60.000 ຄູ່ (ໄດ້ຈັດສົ່ງໄປກ່ອນແຕ່ວັນທີ31ມັງກອນ 2020); ສະພາການຄ້າແຂວງກວາງຕຸງປະຈຳລາວໄດ້ມອບໜ້າກາກອະນາໄມຈຳນວນ 30.000 ຜືນ ແລະ ແວ່ນຕາສຳລັບແພດຈຳນວນ 1000 ອັນ (ໄດ້ຈັດສົ່ງໄປກ່ອນແຕ່ວັນທີ 28 ມັງກອນ 2020).

ນອກນັ້ນ, ບໍລິສັດກໍ່ສ້າງ ແຂວງຢຸນນານ ຈຳກັດ ໄດ້ມອບໜ້າກາກອະນາໄມຈຳນວນ 70.000 ຜືນ (ໄດ້ຈັດສົ່ງໄປກ່ອນແຕ່ວັນທີ 1 ກຸມພາ 2020) ພ້ອມກັນນີ້ ສະມາຄົມມິດຕະພາບລາວ-ຈີນ ຂັ້ນສູນກາງ ຍັງຈະສືບຕໍ່ສົມທົບກັບທຸກພາກສ່ວນໃນສັງຄົມໃນການປະກອບສ່ວນວັດຖຸສິ່ງຂອງອັນຈຳເປັນເພື່ອປະກອບສ່ວນຊ່ວຍເຫຼືອແບ່ງເບົາຜົນກະທົບ ຈາກພະຍາດລະບາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່ ທີ່ເກີດຂຶ້ນແກ່ປະຊາຊົນຊາວຈີນ.

ຂະນະທີ່, ທ່ານ ບຸນມາ ຈັນທະວົງສາ ຜູ້ອຳນວຍການບໍລິສັດລັດວິສາຫະກິດການບິນລາວ ກ່າວຕໍ່ທີມຂ່າວເສດຖະກິດ-ການຄ້າ ຜ່ານມາວ່າ: ເພື່ອເປັນການປະກອບສ່ວນຊ່ວຍເຫຼືອປະທດຈີນ ກໍ່ຄືປະຊາຊົນຊາວຈີນ, ທາງການບິນລາວຂອງພວກເຮົາໄດ້ປະກອບສ່ວນຊ່ວຍໃນການສົ່ງຂົນ ໂດຍນໍາເອົາເຄື່ອງຊ່ວຍເຫຼືອຕ່າງໆຈາກຫຼາຍພາກສ່ວນເປັນຕົ້ນແມ່ນ ໜ້າກາກອະນາໄມ, ຖົງມື, ໝວກຕ່າງ ທີ່ຈຳເປັນສົ່ງໄປ ສປປ ຈີນ ໂດຍທີ່ບໍ່ໄດ້ເສຍຄ່າໃດໆ ພວກເຮົາພ້ອມຈະຢືນຢູ່ຂຽງຂ້າງປະຊາຊົນຈີນສະເໝີ.

ທີ່ມາ: CRI