ລາຄາຮຸ້ນແອເອເຊຍຕົກໜັກເມື່ອມີຂ່າວບໍລິສັດຮັບເງິນສິນບົນ

77
People wait at Don Mueang International Airport, as AirAsia aircraft is seen outside the terminal in Bangkok, Thailand, December 23, 2018. REUTERS/Jorge Silva - RC114D0ED740

ເມື່ອກາງອາທິດນີ້,ລາຄາຮຸ້ນຂອງບໍລິສັດ ແອເອເຊຍເຊິ່ງເປັນສາຍການບິນລາຄາຖືກລາຍໃຫຍ່ທີ່ສຸດຂອງອາຊີຕົກລົງໜັກໃນການຊື້ຂາຍຢູ່ທີ່ຕະຫຼາດຮຸ້ນກົວລາລໍາເປີຂອງມາເລເຊຍຫຼັງມີຂ່າວວ່າບໍລິສັດໄດ້ຮັບເງິນສິນບົນຈໍານວນ50ລ້ານໂດລາຈາກບໍລິສັດແອບັດເພື່ອໃຫ້ມີການຊື້ເຮືອບິນຂອງແອບັດ.

ທັງນີ້,ລາຄາຮຸ້ນແອເອເຊຍຕົກລົງ11%ຈຸລະດັບ1,27ຣິງກິດເຊິ່ງເປັນລະດັບຕໍ່າທີ່ສຸດນັບຕັ້ງແຕ່ເດືອນ ພຶດສະພາປີ2016ຂະນະທີ່ລາຄາຮຸ້ນແອເອເຊຍ ເອ໊ກ ຕົກລົງ12%ຈຸລະດັບຕໍ່າສຸດເປັນປະຫວັດການ.

ດ້ານແອເອເຊຍອອກແຈ້ງການປະຕິເສດຂ່າວທີ່ວ່າບໍລິສັດຮັບເງິນສິນບົນຈາກແອບັດເພື່ອແລກກັບການຊື້ເຮືອບິນແອບັດຈໍານວນ180ລໍາ.

ຂໍ້ກ່າວຫາດັ່ງກ່າວມີຂຶ້ນຫຼັງຈາກທີ່ແອບັດຍອມຈ່າຍເງິນຄ່າປັບໃໝໃຫ້ແກ່ທາງອາເມຣິກາ,ອັງກິດ ແລະ ຝຣັ່ງຈໍານວນ4ຕື້ໂດລາເພື່ອຢຸດເຊົາການສືບສວນຂໍ້ກ່າວຫາທີ່ວ່າບໍລິສັດໄດ້ຈ່າຍເງິນຕິດສິນບົນສາຍການບິນຫຼາຍແຫ່ງເພື່ອໃຫ້ມາຊື້ເຮືອບິນຂອງແອບັດ.