ເມືອງນາໝໍ້ ມີພື້ນທີ່ປູກພືດລະດູແລ້ງ 1 ພັນກວ່າເຮັກຕາ

173

ປີ 2020 ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງນາໝໍ້ ແຂວງອຸດົມໄຊ ໄດ້ຊຸກຍູ້ໃຫ້ປະຊາຊົນປູກພືດລະດູແລ້ງໃນເນື້ອທີ່ 1 ພັນກວ່າເຮັກຕາ. ໃນນີ້, ມີເນື້ອທີ່ປູກພືດເປັນສິນຄ້າຂອງນັກລົງທຶນ ປະມານ 300 ກວ່າເຮັກຕາ.

ທ່ານ ວັນດີ ສີວິໄລພອນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງນາໝໍ້ ໃຫ້ຮູ້ວ່າ: ການປູກພືດລະດູແລ້ງ ປະຈຳປີ 2020 ນີ້ ມີເນື້ອທີ່ທັງໝົດ 1.467 ເຮັກຕາ. ໃນນັ້ນ, ເນື້ອທີ່ການຜະລິດສະບຽງອາຫານຂອງປະຊາຊົນ ເພື່ອບໍລິໂພກ ແລະ ຈຳໜ່າຍພາຍໃນເມືອງ ໂດຍສະເພາະແມ່ນເຂົ້ານາແຊງ, ສາລີ, ມັນດ້າງ, ໝາກເຜັດ, ໝາກຖົ່ວ, ໝາກແຕງ ແລະ ພືດພັກຊະນິດອື່ນໆ ມີ 895,5 ເຮັກຕາ, ການປູກພືດເປັນສິນຄ້າຂອງນັກລົງທຶນ ເຊັ່ນ: ຖົ່ວເບີ, ໝາກໂມ, ໝາກອຶ ແລະ ຢາສູບ ມີເນື້ອທີ່ 339 ເຮັກຕາ ແລະ ການປູກອ້ອຍຂອງປະຊາຊົນ ເພື່ອສະໜອງໃຫ້ແກ່ ບໍລິສັດ ນ້ຳຕານ ຈົງຢຸນ ເມືອງລ້າ ສປ ຈີນ ມີເນື້ອທີ່ 233 ເຮັກຕາ ຖ້າທຽບໃສ່ປີຜ່ານມາເຫັນວ່າເນື້ອທີ່ການປູກພືດລະດູແລ້ງໃນປີນີ້ແມ່ນມີຈໍານວນເພີ່ມຂຶ້ນ.

ເພື່ອເປັນການຊຸກຍູ້ການຜະລິດຂອງປະຊາຊົນ ທາງຫ້ອງການກະສິກຳ ແລະ ປ່າໄມ້ ໄດ້ສົມທົບກັບອຳນາດການປົກຄອງເມືອງ ລົງເຄື່ອນໄຫວຊຸກຍູ້ການເກັບກູ້ຜົນຜະລິດອ້ອຍຢູ່ ບ້ານມູ່ຕຶ່ນ, ສະປື, ຕືກາ, ການປູກເຂົ້ານາແຊງ, ຢາສູບ, ໝາກຖົ່ວຢູ່ບ້ານນາສະຫວ່າງ, ການປູກໝາກແຕງໂມ ແລະ ໝາກອຶ ຢູ່ບ້ານນ້ຳວຶນເໜືອ.

ພາຍຫຼັງສໍາເລັດການລົງເຄື່ອນໄຫວຢູ່ 2 ຈຸດໃຫຍ່ ຄື: ເຂດນໍ້າເງິນ ແລະ ເຂດນາທົ່ງນີ້ແລ້ວ ການນຳເມືອງນາໝໍ້ ຍັງມີແຜນສືບຕໍ່ເຄື່ອນໄຫວຢູ່ເຂດນ້ຳແຊ່ຕອນໃຕ້ ໂດຍສະເພາະແມ່ນການປູກໝາກຖົ່ວ, ໝາກແຕງໂມ ແລະ ພືດຊະນິດອື່ນໆຕື່ມອີກ.

[ ຂ່າວ: ຄານມະນີ ຮຽນດໍຈັນ ]