ພະນັກງານ ການເງິນແຂວງວຽງຈັນ ເຊື່ອມຊືມກົດໝາຍ ແລະ ນິຕິກຳການເງິນ

175

ໃນວັນທີ 03 ກຸມພາ 2020 ຜ່ານມາ, ພະແນກ ການເງິນ ແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍ ການຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍ ອາກອນລາຍໄດ້, ກົດໝາຍວ່າດ້ວຍ ອາກອນຊົມໃຊ້ ແລະ ນີຕິກໍາທີ່ກ່ຽວຂ້ອງຂຶ້ນຢູ່ທີ່ ຫ້ອງປະຊຸມຫ້ອງວ່າການເມືອງວຽງຄຳ ໂດຍການເປັນປະທານຂອງ ທ່ານ ຄຳເຫລັກ ທອງສະຫວັນ ຫົວໜ້າພະແນກການເງິນແຂວງວຽຈັນ, ເຂົ້າຮ່ວມມີທ່ານ ເພັດສະຫວັນ ມາລາບັນດິດ ຮອງຫົວໜ້າກົມສ່ວຍສາອາກອນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳເຫຼັກ ທອງສະຫວັນ ຫົວໜ້າພະແນກການເງິນແຂວງວຽງຈັນໄດ້ກ່າວວ່າ: ການເຜີຍ ແຜ່ກົດໝາຍວ່າດ້ວຍ ການຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍ ອາກອນມູນຄ່າເພີ່ມ, ກົດໝາຍ ວ່າດ້ວຍ ອາກອນລາຍໄດ້, ກົດໝາຍວ່າດ້ວຍ ອາກອນຊົມໃຊ້ ແລະ ນິຕິກໍາທີ່ກ່ຽວຂ້ອງຂົງເຂດການເງິນ ກໍ່ເພື່ອເປັນການຈັດຕັ້ງປະຕິບັດ 15 ຍຸດທະສາດຂອງກະຊວງການເງິນ ໃນການພັດທະນາການເງິນ ແຫ່ງລັດ ຮອດປີ 2025 ກໍ່ຄືການພັດທະນາກົດໝາຍ ແລະ ນິຕິກໍາດ້ານການເງິນໃຫ້ມີລັກສະນະຄົບຊຸດ, ຫັນການຄຸ້ມຄອງການເງິນເຂົ້າສູ່ລະບຽບກົດໝາຍ, ຮັກສາວິໄນການເງິນຢ່າງເຂັ້ມງວດ. ພ້ອມທັງ ຮັບປະກັນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ຕ້ານການສໍ້ລາດບັງຫຼວງ, ປົກປ້ອງຊັບສິນຂອງລັດບໍ່ໃຫ້ຕົກເຮ່ຍເສຍຫາຍ, ຄຸ້ມຄອງງົບປະມານແຫ່ງລັດໃຫ້ມີຄວາມຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ ແລະ ສາມາດກວດສອບໄດ້.

ທ່ານກ່າວຕື່ມວ່າ: ການເຜີຍແຜ່ແນະນໍາຂອງຄະນະຮັບຜິດຊອບຂອງກົມສ່ວຍສາອາກອນ, ກະຊວງການເງິນໃນເທື່ອນີ້ ແມ່ນຈະໄດ້ພ້ອມກັນຄົ້ນຄ້ວາເຖິງ ວິທີການໃນດ້ານຕ່າງໆທີ່ຈະໄດ້ຈັດຕັ້ງປະຕິບັດເພື່ອເຮັດໃຫ້ພະແນກການ, ກົມກອງ, ອົງການ ຈັດຕັ້ງຂອງພາກລັດ ລວມທັງພະນັກງານ, ລັດຖະກອນຂະແໜງການເງິນຮັບຮູ້ຫຼັກການ, ລະບຽບການ, ວິທີການ, ມາດຕະການຕ່າງໆກ່ຽວກັບສ່ວຍສາອາກອນ, ຮັບຮູ້ການແບ່ງຂັ້ນຄຸ້ມຄອງ, ຍົກສູງຄວາມ ຮັບຜິດຊອບຂອງອົງການຈັດຕັ້ງທຸກຂັ້ນ ພ້ອມກັນແກ້ໄຂຂໍ້ຄົງຄ້າງໃນຊຸມປີຜ່ານມາ ເພື່ອໃຫ້ມີຄວາມເປັນ ເອກະພາບໃນການຈັດຕັ້ງປະຕິບັດວຽກງານ.

ພ້ອມນັ້ນ, ຍັງເປັນການສືບຕໍ່ປະຕິບັດຕາມທິດນຳຂອງ ກະຊວງການເງິນ ໃນການປັບປຸງລະບົບງົບປະມານແຫ່ງລັດໃຫ້ມີຄວາມໝັ້ນທ່ຽງ, ສ້າງເງື່ອນໄຂໃຫ້ລາຍຮັບພາຍໃນ, ຫັນການຈັດເກັບລາຍຮັບ, ຄຸ້ມຄອງລາຍຈ່າຍຜ່ານລະບົບທັນສະໄໝ, ແບ່ງຂັ້ນຄຸ້ມຄອງງົບປະມານໃຫ້ຈະແຈ້ງ ແນໃສ່ການແບ່ງຄວາມຮັບຜິດຊອບໃຫ້ທ້ອງຖິ່ນ ຫຼາຍຂຶ້ນ ເພື່ອຫຼຸດຜ່ອນການດຸ່ນດ່ຽງຈາກສູນກາງ.

ທີ່ມາ: ພະແນກສ່ວຍສາອາກອນແຂວງວຽງຈັນ