ຄວາມຮູ້ກ່ຽວກັບຢາຄຸມກຳເນີດ

165

ຢາຄຸມກຳເນີດຈະມີຢູ່ 2 ຊະນິດ ຄື: ຢາຄຸມກຳເນີດຊະນິດປະສົມເປັນຊະນິດທີ່ນິຍົມໂດຍຢາຄຸມກຳເນີດຊະນິດນີ້ຈະມີສ່ວນປະສົມຂອງຮໍໂມນໂປ   ເຈສໂຕໂຣນ ແລະ ເອັສໂຕຣເຈນໃນປະລິມານຕໍ່າ ສ່ວນຊະນິດທີ 2 ແມ່ນຢາຄຸມກໍາເນີດຊະນິດຮໍໂມນດ່ຽວຄືໂປເຈສຕິນ ເໝາະກັບແມ່ລູກອ່ອນທີ່ລ້ຽງລູກດ້ວຍນົມແມ່ ແລະ ເໝາະສຳລັບແມ່ຍິງຜູ້ທີ່ບໍ່ສາມາດກິນຢາຄຸມຊະນິດເອສ  ໂຕຣເຈນ ໄດ້.

ສະຫຼຸບຄື: ຢາຄຸມທັງ 2 ປະເພດນີ້ແມ່ນມີສ່ວນປະສົມຂອງປະລິມານຮໍໂມນທີ່ຕໍ່າ ແລະ ສາມາດຄຸມກຳເນີດໄດ້ທັງ 2 ເຊັ່ນກັນ ໂດຍຫ້າມບໍ່ໃຫ້ໄຂ່ຂອງແມ່ຍິງຕົກ, ວິທີການກິນແມ່ນຕ້ອງໄດ້ກິນທຸກໆມື້ ແລະ ກົງເວລາ ຖ້າທ່ານກິນບໍ່ກົງເວລາ ຫຼື ຂ້າມມື້ກິນຈະເຮັດໃຫ້ປະສິດທິພາບໃນການຄຸມກຳເນີດຕໍ່າ ແລະ ອາດເຮັດໃຫ້ຖືພາ  ໄດ້.

ຂໍ້ດີຂອງການກິນຢາ: ປະສິດທິພາບຂອງການປ້ອງກັນການຖືພາ 93% ແລະ ຈະໄດ້ຜົນກວ່ານີ້ຖ້າກິນກົງເວລາ ແລະ ກິນທຸກໆມື້. ນອກຈາກນີ້, ຍັງສະດວກໃນການຕັດສິນໃຈສາມາດຢຸດກິນໄດ້ທັນທີ ເມື່ອບໍ່ຕ້ອງການຄຸມກຳເນີດ.

ຂໍ້ເສຍ: ເມື່ອເລີ່ມກິນປະຈຳເດືອນຈະມາຜິດປົກກະຕິອາດຈະມາຫຼາຍ ຫຼື ໜ້ອຍ ອີງຕາມສະພາບຮ່າງກາຍຂອງແຕ່ລະຄົນ, ອາດຮູ້ສຶກປວດຮາກ ຫຼື ນໍ້າໜັກຜິດປົກກະຕິ.

( ຂໍ້ມູນຈາກ: hukmiplan.com )

[ ຮຽບຮຽງ: ນຸ້ມນິ້ມ ]