ຫາເສື້ອກັນໜາວໄວ້! ທ້າຍອາທິດອາກາດຈະເຢັນລົງ 1 – 3 ອົງສາ

65

ໄລຍະວັນທີ 7 ຫາ 9 ກຸມພານີ້ ຢູ່ແຕ່ລະພາກຂອງປະເທດເຮົາ ອຸນຫະພູມຈະຫຼຸດລົງ 1 – 3 ອົງສາ ເນື່ອງຈາກມວນອາກາດເຢັນທີ່ປະເທດຈີນ ຈະເພີ່ມກໍາລັງແຮງຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດໃນໜຶ່ງອາທິດຕໍ່ໜ້າໃນໄລຍະວັນທີ 3 ຫາ 9 ກຸມພາ 2020 ວ່າ: ໃນໄລຍະວັນທີ 3 ຫາ 6 ກຸມພານີ້ ຄວາມກົດດັນສູງຂອງອາກາດເຢັນທົ່ວປະເທດຈີນ ທີ່ມີກໍາລັງປານກາງຍັງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດເຢັນຫາໜາວເຢັນລົງຢູ່ໃນແຕ່ລະພາກ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກເໜືອ. ຈາກນັ້ນ, ໃນໄລຍະວັນທີ 7 ຫາ 9 ກຸມພາ 2020 ມວນອາກາດເຢັນທີ່ປະເທດຈີນ ຈະເພີ່ມກໍາລັງແຮງຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ.

ພ້ອມດຽວກັນນັ້ນ, ກະແສລົມຕາເວັນອອກສ່ຽງເໜືອທີ່ມີກໍາລັງປານກາງປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດເຢັນຫາໜາວເຢັນລົງ 1 – 3 ອົງສາ ຢູ່ໃນແຕ່ລະພາກ ແລະ ຢູ່ແຂວງພາກເໜືອເຂດພູສູງ, ຮ່ອມພູ ແລະ ພູດອຍ, ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຍັງຈະໜາວຫາໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ.