ລັດຖະບານຈະເນັ້ນໃສ່ຊຸກຍູ້ການຜະລິດ ຄຸ້ມຄອງລາຄາສິນຄ້າ ແລະ ອັດຕາແລກປ່ຽນ

106

ວຽກຈຸດສຸມຂອງລັດຖະບານໃນເດືອນກຸມພາ ແມ່ນຈະໄດ້ສືບຕໍ່ຕິດຕາມ ແລະ ຄຸ້ມຄອງລາຄາສິນຄ້າ, ອັດຕາແລກປ່ຽນ, ຊຸກຍູ້ການຜະລິດ ໂດຍສະເພາະແມ່ນແກ້ໄຂບັນຫາການສະໜອງນໍ້າໃນການຜະລິດ, ຕິດຕາມ, ເຝົ້າລະວັງ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດປອດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່.

ໃນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນມັງກອນ 2020 ທີ່ມີຂຶ້ນເມື່ອວັນທີ 22 – 23 ມັງກອນຜ່ານມາ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເນັ້ນບາງວຽກຈຸດສຸມຕໍ່ສະມາຊິກລັດຖະບານໃຫ້ເອົາໃຈໃສ່ຊີ້ນໍາ -ນຳພາການຈັດຕັ້ງປະຕິບັດວຽກງານ ທີ່ກ່ຽວຂ້ອງກັບຄວາມຮັບຜິດຊອບຂອງຕົນໃຫ້ມີປະສິດທິຜົນ.

ໂດຍສະເພາະແມ່ນໃຫ້ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ປ້ອງກັນ, ສະກັດກັ້ນບັນຫາປາກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນແມ່ນການຄາfຕະກໍາ, ປຸ້ນຈີ້ຊີງຊັບ, ຂີ້ລັກງັດແງະ, ອັກຄີໄພ, ບັນຫາສິ່ງເສບຕິດ ແລະ ອື່ນໆ ໃຫ້ມີມາດຕະການລະອຽດ ແລະ ເຂັ້ມງວດ ເພື່ອເຮັດໃຫ້ບັນດາປາກົດການຫຍໍ້ທໍ້ຫຼຸດລົງເທື່ອລະກ້າວ.

ໃຫ້ສືບຕໍ່ຕິດຕາມ ແລະ ຄຸ້ມຄອງລາຄາສິນຄ້າ ຫ້າມບໍ່ໃຫ້ພໍ່ຄ້າຊາວຂາຍສວຍໂອກາດຂຶ້ນລາຄາສິນຄ້າ, ກໍລະນີຫາກມີຜູ້ລະເມີດສວຍໂອກາດຂຶ້ນລາຄາສິນຄ້າ ກໍໃຫ້ມີມາດຕະການເຂັ້ມງວດໃນການແກ້ໄຂ ໂດຍສະເພາະໃນໄລຍະເທດສະການຕ່າງໆ.

ໃຫ້ສືບຕໍ່ເອົາໃຈໃສ່ຄຸ້ມຄອງສະພາບອັດຕາແລກປ່ຽນ, ຮັກສາສະຖຽນລະພາບການເງິນ ແລະ ໄພເງິນເຟີ້ໃຫ້ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້. ພ້ອມນີ້, ກໍໃຫ້ຄົ້ນ ຄວ້າ ແລະ ລາຍງານທິດທາງການແກ້ໄຂບັນຫາເງິນເຟີ້ ແລະ ຄຸ້ມຄອງອັດຕາແລກປ່ຽນໄລຍະກາງ ແລະ ໄລຍະຍາວ.

ໃຫ້ເອົາໃຈໃສ່ຕິດຕາມຊຸກຍູ້ການຜະລິດ ເປັນຕົ້ນແມ່ນການແກ້ໄຂບັນຫາການສະໜອງນໍ້າໃນການຜະລິດ, ການລະບາດຂອງພະຍາດສັດ ( ໄຂ້ຫວັດສັດປີກ ) ແລະ ການປ້ອງກັນ – ສະກັດກັ້ນສັດຕູພືດ ພ້ອມທັງມີການຄຸ້ມຄອງຈໍາກັດການນໍາເຂົ້າ, ການສົ່ງເສີມການຜະລິດ ແລະ ຊົມໃຊ້ພາຍໃນຂອບເຂດທົ່ວປະເທດຢ່າງເປັນຮູບປະທໍາ. ພ້ອມດຽວກັນ, ໃຫ້ເອົາໃຈໃສ່ການຜະລິດລະດູແລ້ງ ແລະ ມາດຕະການຮັບມືກັບໄພແຫ້ງແລ້ງທີ່ອາດຈະເກີດຂຶ້ນ.

ໃຫ້ເອົາໃຈໃສ່ ແລະ ຕິດຕາມເຝົ້າລະວັງສະພາບການປ່ຽນແປງອາກາດ ເປັນຕົ້ນແມ່ນສະພາບອາກາດທີ່ເປັນມົນລະພິດ ແລະ ສະພາບປະລິມານນ້ໍຳບົກແຫ້ງ ແລະ ມີການແຈ້ງເຕືອນໃຫ້ປະຊາຊົນຮັບຊາບ ແລະ ກຽມຮັບມືຢ່າງທັນການ; ຕິດຕາມ, ເຝົ້າລະວັງ, ສະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັສຊະນິດໃໝ່ ( ອັກເສບປອດ ) ທີ່ພວມແຜ່ລະບາດຢູ່ ສປ ຈີນ ພ້ອມທັງໃຫ້ຂໍ້ມູນຄວາມສ່ຽງແກ່ສັງຄົມທີ່ຖືກຕ້ອງ ແລະ ທັນການ ເພື່ອປ້ອງກັນ ແລະ ສະກັດກັ້ນໃຫ້ທັນເວລາມີປະສິດທິຜົນ.

ສືບຕໍ່ຕິດຕາມຢ່າງໃກ້ຊິດຕໍ່ສະພາບການຂອງສາກົນ ແລະ ພາກພື້ນທີ່ມີຄວາມສັບສົນ ພ້ອມທັງມີການວິເຄາະ, ວິໄຈໃຫ້ຊັດເຈນທີ່ອາດສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ ສປປ ລາວ. ພ້ອມນີ້, ກໍໃຫ້ກະກຽມແຜນການເຄື່ອນໄຫວວຽກງານຕ່າງປະເທດຂອງການນໍາຂັ້ນສູງ ໂດຍສະເພາະແມ່ນກຽມຕ້ອນຮັບ ແລະ ພົບປະສອງຝ່າຍກັບນາຍົກລັດຖະມົນຕີມາເລເຊຍ, ບັນດາຜູ້ນໍາຂອງຕ່າງປະເທດທີ່ຈະເຂົ້າຮ່ວມກອງປະຊຸມສາກົນໃນເດືອນມີນາ 2020 ແລະ ກະກຽມເປັນເຈົ້າພາບຮ່ວມກອງປະຊຸມແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ ແລະ ກອງປະຊຸມທີ່ຕິດພັນ.

ເພື່ອຈັດຕັ້ງປະຕິບັດທິດຊີ້ນຳຂອງ ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນມັງກອນ 2020 ໃຫ້ມີປະສິດທິຜົນ ກອງປະຊຸມມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຜັນຂະຫຍາຍຜົນກອງປະຊຸມລັດຖະບານໃນຄັ້ງນີ້ເປັນມະຕິ ແລະ ແຈ້ງການເປັນອັນລະອຽດຕື່ມ ເພື່ອມອບຄວາມຮັບຜິດຊອບໃຫ້ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງນໍາໄປຈັດຕັ້ງປະຕິບັດ ພ້ອມທັງມອບໃຫ້ສະມາຊິກລັດຖະບານເອົາໃຈໃສ່ຊີ້ນໍາ – ນຳພາການຈັດຕັ້ງປະຕິບັດວຽກງານຈຸດສຸມປະຈໍາເດືອນກຸມພາ ທີ່ກ່ຽວຂ້ອງກັບຄວາມຮັບຜິດຊອບຂອງຕົນໃຫ້ມີປະສິດທິຜົນ.