ນັກວິໄຈເຕືອນ! ຄວນງົດດື່ມກາເຟລະຫວ່າງກິນຢາພາລາເຊຕາມອນ

181

ການດື່ມກາເຟລະຫວ່າງກິນຢາພາລາເຊຕາມອນອາດເຮັດໃຫ້ຕັບເສຍຫາຍຮຸນແຮງໄດ້ ເຊິ່ງທຽບເທົ່າກັບການກິນຢາແກ້ປວດຂະນະດື່ມເຫຼົ້າເລີຍກໍ່ວ່າໄດ້. ໂດຍປົກກະຕິແລ້ວການກິນຢາພາລາເຊຕາມອນເກີນຂະໜາດພຽງໜ້ອຍໜຶ່ງກໍ່ສາມາດເຮັດໃຫ້ຕັບເສຍຫາຍຖາວອນ. ນອກຈາກນັ້ນ, ນັກວິໄຈຍັງຮູ້ດີວ່າການດື່ມແອລກໍຮໍເຂົ້າໄປຈຳນວນຫຼາຍອາດເຮັດປະຕິກິລິຍາໃຫ້ຢາຊະນິດນີ້ກາຍເປັນພິດຫຼາຍຂຶ້ນນຳ. ສະນັ້ນ, ງານວິໄຈນີ້ຖືເປັນເທື່ອທໍາອິດທີ່ບອກວ່າການກິນຢາພາລາເຊຕາມອນ ແລະ ດື່ມກາເຟອາດສົ່ງຜົນຮ້າຍເຊັ່ນດຽວກັນ.

ປັດຈຸບັນມີການເຕີມຄາເຟອີນລົງໄປໃນຢາພາລາເຊຕາມອນ ເພາະເຊື່ອວ່າຈະຊ່ວຍເພີ່ມປະສິດທິພາບໃນການລະງັບປວດ ແລະ ນັກວິໄຈຈາກມະຫາວິທະຍາໄລວໍຊິງຕັນຈຶ່ງເຫັນວ່າ: ຄວນຈຳກັດປະລິມານຄາເຟອີນລະຫວ່າງກິນຢາພາລາເຊຕາມອນ.

ດຣ ຊິດ ເນນສັນບອກວ່າ: ຂໍ້ແນະນຳນີ້ບໍ່ໄດ້ໝາຍຄວາມໃຫ້ເຊົາກິນຢາພາລາເຊຕາມອນ ຫຼື ເຊົາກິນຜະລິດຕະພັນທີ່ມີກາເຟອິນພຽງແຕ່ຕ້ອງລະວັງໃຫ້ຫຼາຍຂຶ້ນຖ້າກິນພ້ອມໆກັນ ໂດຍສະເພາະຖ້າດື່ມແອລກໍຮໍນໍາກໍ່ຈະຍິ່ງເປັນອັນຕະລາຍຫຼາຍຂຶ້ນພ້ອມ. ໃນການສຶກສານີ້ນັກວິໄຈໃຊ້ແບກທີເຣຍອີໂຄໄລທີ່ຜ່ານການດັດແປງພັນທຸກຳໃຫ້ຜະລິດສານເຄມີສຳຄັນທີ່ປອດເພື່ອໃຊ້ໃນການຍ່ອຍສະລາຍຢາພາລາເຊຕາມອນ ນັກວິໄຈພົບວ່າ: ເມື່ອປະສົມຢາພາລາເຊຕາມອນກັບຄາເຟອີນໃນປະລິມານຫຼາຍຈະເຮັດໃຫ້ເກີດສານພິດທີ່ເປັນອັນຕະລາຍຕໍ່ຕັບເພີ່ມຂຶ້ນເຖິງ 3 ເທົ່າ.

ດຣ ເນນສັນ ອະທິບາຍຕື່ມວ່າ: ສຳລັບຄົນປົກກະຕິຕັບຈະເສຍຫາຍຮ້າຍແຮງຖ້າດື່ມກາເຟລະຫວ່າງກິນຢາແກ້ປວດ ແຕ່ສຳລັບບາງຄົນອາດໄດ້ຮັບຜົນກະທົບເຊັ່ນດຽວກັນໂດຍມີການກິນຢາແກ້ປວດ ຫຼື ກາເຟໃນປະລິມານທີ່ໜ້ອຍກໍ່ຕາມເຊັ່ນ: ຄົົນທີ່ກິນຢາແກ້ພະຍາດລົມບ້າໝູ ເຊິ່ງເປັນຢາທີ່ຊ່ວຍບຳບັດອາການຊຶມເສົ້າ ແລະ ມີລິດເຮັດໃຫ້ຮ່າງກາຍຜະລິດສານພິດອອກມາຫຼາຍກວ່າປົກກະຕິ.

ອີກຢ່າງໜຶ່ງແມ່ນຢາພາລາເຊຕາມອນມີປະໂຫຍດຫຼາຍກວ່າໃຊ້ລະງັບອາການປວດ ໂດຍມີການວິໄຈກ່ອນໜ້ານີ້ວ່າ: ຜູ້ຍິງທີ່ກິນຢານີ້ຂະນະເປັນປະຈຳເດືອນແມ່ນມີຄວາມສ່ຽງເປັນມະເຮັງຮວຍໄຂ່ຫຼຸດລົງ 30% ແຕ່ຖ້າໃຊ້ໄປດົນໆອາດເປັນອັນຕະລາຍຕໍ່ຕັບ ແລະ ໝາກໄຂ່ຫຼັງໄດ້ ລວມເຖິງເພີ່ມຄວາມສ່ຽງໃນການເປັນພະຍາດຄວາມດັນເລືອດສູງ ແລະ ພະຍາດຫຼອດເລືອດສະໝອງນຳ.

ຈາກ: health