ຈະສ້າງຕັ້ງໂຮງງານໃນລາວ ຕ້ອງຜ່ານຂັ້ນຕອນເຫຼົ່ານີ້!

268

ເພື່ອຕອບສະໜອງຕໍ່ແນວທາງນະໂຍບາຍຂອງລັດຖະບານໃນການຫັນເປັນອຸດສາຫະກຳ ແລະທັນສະໄໝນັ້ນ ໂຮງງານອຸດສາຫະກຳປຸງແຕ່ງການຜະລິດຕ່າງໆແມ່ນອົງປະກອບສຳຄັນທີ່ຈະຊ່ວຍຂັບເຄື່ອນແນວທາງນະໂຍບາຍໃຫ້ກ້າວສູ່ຄວາມເປັນຈີງ ອີກຢ່າງໂຮງງານຖືເປັນຜູ້ຈ້າງງານທີ່ສ້າງວຽກເຮັດງານທຳໃຫ້ປະຊາຊົນບໍ່ໜ້ອຍຢູ່ປະເທດເຮົາ ແຕ່ກ່ອນຈະສ້າງຕັ້ງໂຮງງານໜຶ່ງໄດ້ຕ້ອງຜ່ານຂັ້ນຕອນວິຊາການຂອງມັນສາກ່ອນ ຈະມີແນວໃດນັ້ນ ມື້ນີ້ແອັດມິນຈຶ່ງໄດ້ຫາຂໍ້ມູນເຫຼົ່ານັ້ນມາໃຫ້ທຸກທ່ານໄດ້ສຶກສານໍາກັນ.

ພາບປະກອບຂ່າວ

ອີງຕາມຂໍ້ຕົກລົງວ່າດ້ວຍການຄຸ້ມຄອງໂຮງງານ ສະບັບເລກທີ 0264/ອຄ.ກອຫ ລົງວັນທີ 15 ມີນາ 2019 ໃຫ້ຮູ້ວ່າ:
ການສະເໜີສ້າງຕັ້ງໂຮງງານ: ຕ້ອງປະຕິບັດຕາມຂັ້ນຕອນດັ່ງນີ້

1 ຍື່ນຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ ຕໍ່ຂະແໜງອຸດສາຫະກໍາ ແລະ ການຄ້າ ຕາມກົດໝາຍວ່າດ້ວຍວິສາຫະກິດ ສໍາລັບກິດຈະການທົ່ວໄປ ຫຼື ຍື່ນຄໍາຮ້ອງຂໍອະນຸຍາດລົງທຶນ ຕໍ່ຂະແໜງການແຜນການ ແລະ ການລົງທຶນ ຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສໍາລັບກິດຈະການສໍາປະທານ ແລະ ກິດຈະການໃນບັນຊີຄວບຄຸມ.

2 ຍື່ນຄໍາຮ້ອງຂໍອະນຸຍາດດໍາເນີນທຸລະກິດ ສໍາລັບກິດຈະການອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ທີ່ຢູ່ໃນບັນຊີຕ້ອງຂໍອະນຸຍາດ ຕໍ່ຂະແໜງການອຸດສາຫະກໍາ ແລະ ການຄ້າ ຕາມລະບຽບການ

3 ຍື່ນບົດວິພາກເສດຖະກິດ-ເຕັກນິກໂຮງງານ ຕາມແບບພິມ ຮ/ງ 14 ຕໍ່ຂະແໜງການອຸດສາຫະກໍາ ແລະ ການຄ້າ ເພື່ອກວດກາຄວາມຖືກຕ້ອງ

4 ຍື່ນຄໍາຮ້ອງຂໍ ໃບຢັ້ງຢືນດ້ານສິ່ງແວດລ້ອມ ແລະ ໃບອະນຸຍາດປຸກສ້າງ ຕາມລະບຽບການທີ່ກ່ຽວຂ້ອງ

5 ເລີ່ມກໍ່ສ້າງໂຮງງານ ພາຍໃນ 90 ວັນ ນັບແຕ່ມື້ອອກໃບອະນຸຍາດປຸກສ້າງ

ພາບປະກອບຂ່າວ

ສໍາລັບຂັ້ນຕອນການສ້າງຕັ້ງໂຮງງານ: ພາຍຫຼັງໄດ້ຮັບໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດໍາເນີນທຸລະກິດ ຫຼື ໃບອະນຸຍາດລົງທຶນ ຜູ້ລົງທຶນຕ້ອງສ້າງບົດວິພາກເສດຖະກິດ-ເຕັກນິກໂຮງງານ ຕາມແບບພິມ ຮ/ງ 14 ສະເໜີຕໍ່ຂະແໜງການອຸດສາຫະກໍາ ແລະ ການຄ້າ, ພາຍຫຼັງໄດ້ຮັບບົດວິພາກແລ້ວໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້

1 ກວດກາເນື້ອໃນບົດວິພາກເສດຖະກິດ-ເຕັກນິກໂຮງງານ

2 ປະສານກັບຂະແໜງການທີ່ກ່ຽວຂ້ອງ ລົງກວດກາສະຖານທີ່ຕັ້ັງໂຮງງານ

3 ລົງຕິດຕາມກວດກາ ແລະ ຊຸກຍູ້ສົ່ງເສີມການກໍ່ສ້າງໂຮງງານ ຕາມບົດວິພາກເສດຖະກິດ-ເຕັກນິກໂຮງງານ.

ພາບປະກອບຂ່າວ

ສ່ວນການລົງກວດກາສະຖານທີ່ຕັ້ງໂຮງງານ: ພາຍຫຼັງກວດກາບົດວິພາກສໍາເລັດ ຂະແໜງການອຸດສາຫະກໍາ ແລະ ການຄ້າ ຕ້ອງປະສານກັບຂະແໜງການທີ່ກ່ຽວຂ້ອງ ເພື່ອລົງກວດກາສະຖານທີ່ຕັ້ງໂຮງງານ. ການລົງກວດກາແຕ່ລະຄັ້ງ ຕ້ອງປະກອບມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງດັ່ງນີ້: ກົມອຸດສາຫະກໍາ ແລະ ຫັດຖະກໍາ ຕາມການແບ່ງຂັ້ນຄຸ້ມຄອງ; ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ຕາມການແບ່ງຂັ້ນຄຸ້ມຄອງ; ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ; ຂະແໜງການໂຍທາທິການ ແລະ ຂົນສົ່ງ ພ້ອມພາກສ່ວນອື່ນທີ່ກ່ຽວຂ້ອງຕາມແຕ່ລະກໍລະນີ; ນາຍບ້ານບ່ອນທີ່ຕັ້ງໂຮງງານ.

ພາບປະກອບຂ່າວ

ທັງນີ້ ການລົງກວດກາໃນແຕ່ລະຄັ້ງ ຕ້ອງເຮັດບົດບັນທຶກ ຕາມແບບພິມ ຮ/ງ 6 ໂດຍກໍານົດແຈ້ງຈຸດທີ່ຕັ້ງໂຮງງານ, ສະພາບແວດລ້ອມອ້ອມຂ້າງໂຮງງານ ຕາມເງື່ອນໄຂທີ່ກໍານົດໄວ້ໃນມາດຕາ 12 ຂອງກົດໝາຍວ່າດ້ວຍອຸດສາຫະກໍາ ແລະ ປຸງແຕ່ງ ສະບັບເລກທີ 48/ສພຊ, ລົງວັນທີ 27 ທັນວາ 2013 ຄື ໂຮງງານຕ້ອງບໍ່ຕັ້ງຢູ່ໃນເຂດຊຸມຊົນ ແລະ ເຂດຫວງຫ້າມທາງການເປັນຕົ້ນ ໂຮງຮຽນ, ໂຮງໝໍ, ວັດ, ແຫຼ່ງວັດທະນະທໍາ, ເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປ່າສະຫງວນ, ປ່າປ້ອງກັນ, ປ່າຜະລິດ, ແຫຼ່ງຕົ້ນນໍ້າ, ເຂດອະນຸລັກຊີວະນາໆພັນ ແລະ ເຈົ້າໜ້າທີ່ຜູ້ລົງກວດກາຕ້ອງລົງລາຍເຊັນໃນບົດບັນທຶກ, ເນື້ອໃນການກວດກາຕ້ອງຖືກຕາມລະບຽບກົດໝາຍໃນແຕ່ລະໄລຍະ.