ຮັບຮອງເອົາບ້ານຜາຄຳ ເມືອງນາໝໍ້ ເປັນບ້ານວັດທະນະທຳໃໝ່

192

ພິທີປະກາດຮັບຮອງເອົາ ບ້ານຜາຄໍາ ເມືອງນາໝໍ້ ແຂວງອຸດົມໄຊ ເປັນບ້ານວັດທະນະທຳໃໝ່ ໄດ້ຈັດຂຶ້ນໃນວັນທີ 29 ມັງກອນ 2020 ໂດຍມີ ທ່ານ ວົງສະຫວັນ ໄຊຍະວົງ ເຈົ້າເມືອງນາໝໍ້, ທ່ານ ມະຫາໄຊ ເກດບຸນພັນ ຮອງຫົວໜ້າພະແນກກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ )ແຂວງ, ຫົວໜ້າຫ້ອງການ ຖວທ ເມືອງ, ຕາງໜ້າຫ້ອງການກ່ຽວຂ້ອງຂັ້ນເມືອງ, ນາຍບ້ານອ້ອມຂ້າງ ຕະຫຼອດຮອດປະຊາຊົນພາຍໃນບ້ານຜາຄຳ ເຂົ້າຮ່ວມຢ່າງພ້ອມພຽງ.

ພາບປະກອບຂ່າວ

ບ້ານຜາຄໍາ ເປັນບ້ານໜຶ່ງໃນຈໍານວນ 63 ບ້ານ ຂອງເມືອງນາໝໍ້ ແຂວງອຸດົມໄຊ ຕັ້ງຢູ່ຫ່າງຈາກເທສະບານເມືອງ 47 ກິໂລແມັດ, ປະກອບມີ 2 ຊົນເຜົ່າ ຄື: ຊົນເຜົ່າລື້ ແລະ ຊົນເຜົ່າມົ້ງ, ມີ 64 ຫຼັງຄາເຮືອນ, ມີພົນລະເມືອງ 334 ຄົນ ຍິງ 168 ຄົນ. ປະຊາຊົນສ່ວນຫຼາຍຢຶດຖືອາຊີບໃນການປູກຝັງ – ລ້ຽງສັດ ກວມ 85% ແລະ ຄ້າຂາຍ 15%. ໃນປີຜ່ານມາສາມາດສ້າງລາຍຮັບໄດ້ທັງໝົດເກືອບ 8 ຮ້ອຍລ້ານກີບ, ສະເລ່ຍໃສ່ຫົວຄົນໄດ້ 2 ລ້ານ 3 ແສນກວ່າກີບຕໍ່ຄົນຕໍ່ປີ.

ພາບປະກອບຂ່າວ

ການຈັດຕັ້ງປະຕິບັດວຽກງານສ້າງຄອບຄົວ ແລະ ວັດທະນະທຳໃໝ່ຂອງ ບ້ານຜາຄຳ ແມ່ນເລີ່ມແຕ່ປີ 2017 ເປັນຕົ້ນມາ ພາຍໃຕ້ການຊີ້ນຳ – ນຳພາຂອງຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະແມ່ນຫ້ອງການ ຖວທ ເມືອງ ແລະ ອົງການປົກຄອງບ້ານຢ່າງເອົາຈິງເອົາຈັງ ເຮັດໃຫ້ບ້ານຜາຄຳ ສາມາດບັນລຸຕາມການປະເມີນໃນ 5 ມາດຖານຂອງການສ້າງຄອບຄົວ ແລະ ບ້ານວັດທະນະທຳໃໝ່ ຄືວຽກງານແຕ່ລະດ້ານແມ່ນບັນລຸ 85% ຂຶ້ນໄປ.

ດັ່ງນັ້ນ, ເຈົ້າແຂວງອຸດົມໄຊ ຈຶ່ງໄດ້ອອກຂໍ້ຕົກລົງວ່າດ້ວຍການຮັບຮອງເອົາບ້ານຜາຄຳ ເມືອງນາໝໍ້ ແຂວງອຸດົມໄຊ ເປັນບ້ານວັດທະນະທໍາໃໝ່ ບ້ານທີ 31 ຂອງເມືອງ ເຊິ່ງໃຫ້ກຽດມອບໃບຢັ້ງຢືນບ້ານວັດທະນະທຳໃໝ່ໂດຍ ທ່ານ ວົງສະຫວັນ ໄຊຍະວົງ ເຈົ້າເມືອງນາໝໍ້ ແລະ ຮັບໂດຍ ທ່ານ ອຸ່ນແກ້ວ ອຸ່ນມະນີ ນາຍບ້ານຜາຄຳ.

( ຂ່າວ: ຄານມະນີ ຮຽນດໍຈັນ )