ເປີດໂຕມາດຕະຖານ Lao QR Code ເພື່ອການຊໍາລະຂອງ ສປປ ລາວ

307

ທະນາຄານແຫ່ງ ສປປ ລາວ ( ທຫລ ) ໄດ້ເປີດໂຕມາດຕະຖານ Lao QR Code ເພື່ອການຊຳລະຂອງ ສປປ ລາວ ຖືວ່າເປັນຜົນສຳເລັດບາດກ້າວທຳອິດໃນການພັດທະນາມາດຕະຖານ QR Code ທີ່ສາມາດຮອງຮັບຊ່ອງທາງການຊຳລະໃຫ້ມີ ຄວາມສະດວກ, ປອດໄພ ໃຫ້ແກ່ຜູ້ໃຫ້ບໍລິການຊໍາລະໃນ ສປປ ລາວ ທັງເປັນການຕອບສະໜອງຍຸດທະສາດຂະແໜງການເງິນ – ເງິນຕາ ໃນການຫຼຸດຜ່ອນການໃຊ້ເງິນສົດ ( Cashless Society ) ແລະ ຂັບເຄື່ອນສັງຄົມໃຫ້ກ້າວເຂົ້າສູ່ເສດຖະກິດດິຈິຕອລ ( Digital Economy ) ໃຫ້ມີຄວາມກ້າວໜ້າຂຶ້ນເທື່ອລະກ້າວ.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 29 ມັງກອນ 2020 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ການໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງຂອງບັນດາກົມພາຍໃນ ທຫລ, ກະຊວງກ່ຽວຂ້ອງ, ທະນາຄານທຸລະກິດ, ສະຖາບັນການເງິນ, ບໍລິສັດ Fintech, ກຸ່ມທະນາຄານໂລກ, ບໍລິສັດ UnionPay ແລະ ທະນາຄານແຫ່ງປະເທດໄທ.

ສໍາລັບມາດຕະຖານ Lao QR Code ເພື່ອການຊໍາລະຂອງ ສປປ ລາວ ທີ່ຈະປະກາດນຳໃຊ້ນີ້ແມ່ນສາມາດຮັບໃຊ້ 05 ຈຸດປະສົງຫຼັກຂອງການຊໍາລະ ຄື:

1 ສາມາດຮອງຮັບການໂອນເງິນແບບບຸກຄົນຫາບຸກຄົນ ( Peer-to-peer: P2P ).

2 ການຊຳລະຄ່າສິນຄ້າ – ບໍລິການທັງພາຍໃນ ແລະ ຕ່າງປະເທດ ກວມເອົາທັງຮ້ານຄ້າທົ່ວໄປ ແລະ ຮ້ານຄ້າອອນລາຍ ( e-commerce ).

3 ຮອງຮັບການເສຍອາກອນຕ່າງໆໃຫ້ພາກລັດໄດ້ໃນອະນາຄົດ.

4 ຮອງຮັບການຮັບບໍລິຈາກເພື່ອຊ່ວຍເຫຼືອສັງຄົມແບບ e-donation.

5 ຮອງຮັບການພັດທະນານະວັດຕະກຳການຊໍາລະ ( Payment Innovation ) ໃນອະນາຄົດ.

ປັດຈຸບັນທະນາຄານທຸລະກິດທີ່ໄດ້ຮັບອະນຸຍາດໃນການໃຫ້ບໍລິການຮັບຊຳລະຜ່ານ QR Code ຈາກ ທຫລ ປະກອບມີ 8 ແຫ່ງ ຄື: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກຳ, ທະນາຄານຮ່ວມພັດທະນາ, ທະນາຄານຮ່ວມທຸລະກິດ ລາວ – ຫວຽດ, ທະນາຄານເອຊີລີດາລາວ ຈໍາກັດ, ທະນາຄານກະສິກອນໄທ ຈຳກັດ ແລະ ທະນາຄານໄຊງ່ອນເທື່ອງຕິນ ລາວ ຈໍາກັດ ທີ່ໄດ້ໃຫ້ບໍລິການໄປແລ້ວຈໍານວນໜຶ່ງ ແລະ ພວມກະກຽມການເປີດໃຫ້ບໍລິການອີກຈໍານວນໜຶ່ງໃນໄວໆນີ້.

ພ້ອມດຽວກັນນີ້, ໃນງານຄັ້ງນີ້ຍັງໄດ້ຈັດເວທີສົນທະນາ ເພື່ອເປີດໂອກາດໃຫ້ແຂກຜູ້ເຂົ້າຮ່ວມໄດ້ແລກປ່ຽນຄວາມຮູ້ ແລະ ປະສົບການໃນການພັດທະນາກ່ຽວກັບລະບົບການຊຳລະ ຈາກທັງພາຍໃນ ແລະ ຕ່າງປະເທດ ເພື່ອເປັນແນວທາງໃນການພັດທະນາ ແລະ ສ້າງນະວັດຕະກຳໃໝ່ໆທີ່ຊ່ວຍໃຫ້ລະບົບການຊຳລະມີຄວາມທັນສະໄໝ ແລະ ຮອງຮັບຄວາມຕ້ອງການນຳໃຊ້ຂອງສັງຄົມໃນປັດຈຸບັນ ແລະ ອະນາຄົດ ໂດຍສະເພາະການຫັນສູ່ເສດຖະກິດດິຈິຕອລ.

ຂ່າວ: ສົມສະຫວິນ