ປະຊາຊົນຜູ້ຖືກກະທົບຈາກໂຄງການກໍ່ສ້າງເສັ້ນທາງເບຕົງຢູ່ແຂວງໄຊສົມບູນ ໄດ້ຮັບເງິນຊົດເຊີຍ

114

ແຂວງໄຊສົມບູນ ມອບເງິນຊົດເຊີຍໃຫ້ປະຊາຊົນຜູ້ຖືກຜົນກະທົບຈາກໂຄງການ ກໍ່ສ້າງທາງເບຕົງ ຖະໜົນອະນຸວົງ ເທດສະບານ ແຂວງໄຊສົມບູນ ໃນມູນຄ່າ 97ລ້ານກວ່າກີບ.

ພິທີ ມອບ-ຮັບເງິນ ຊົດເຊີຍດັ່ງກ່າວໄດ້ຈັດຂື້ນໃນຕອນບ່າຍຂອງວັນທີ 29 ມັງກອນ 2020 ທີ່ຜ່ານມາ, ທີ່ຫ້ອງປະຊຸມພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ໂດຍການເຂົ້າຮ່ວມຂອງທ່ານ ຄຳພຸດ ແກ້ວວົງພອນ, ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ມີປະຊາຊົນ 2 ບ້ານ ທີ່ຖືກຜົນກະທົບ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ຄຳພຸດ ແກ້ວວົງພອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຄອບຄົວປະຊາຊົນ ທີ່ຖືກຜົນກະທົບ ທີ່ໄດ້ມີນ້ໍາໃຈເສຍສະລະຊັບສົມບັດສ່ວນຕົວເຂົ້າໃນການພັດທະນາປະເທດຊາດ ເວົ້າລວມເວົ້າສະເພາະ ກໍ່ຄືເມືອງອະນຸວົງ, ເທດສະບານ ແຂວງໄຊສົມບູນ ໃຫ້ໄດ້ຮັບການພັດທະນາຕາມແນວທາງນະໂຍບາຍຂອງພັກ-ລັດ ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ຄອບຄົວທີ່ຖືກຜົນກະທົບ ຈາກໂຄງການກໍ່ສ້າງທາງເບຕົງ ຖະໜົນໄຊຊະນະ ເທດສະບານແຂວງ ຈົ່ງເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ນຳເອົາເງີນຊົດເຊີຍ ດັ່ງກ່າວໄປໝູນໃຊ້ພາຍໃນຄອບຄົວໃຫ້ເກີດປະໂຫຍດສູງ.

ພາບປະກອບຂ່າວ

ຈາກນັ້ນ ໃນພິທີໄດ້ມອບເງີນຊົດເຊີຍໃຫ້ປະຊາຊົນບ້ານຜາສະຫງົບ ແລະ ພູຫົວຊ້າງ, ເມືອງອະນຸວົງ, ແຂວງໄຊສົມບູນຜູ່ທີ່ຖືກຜົນກະທົບ ຈໍານວນ 09 ຄອບຄົວ ລວມເປັນເງີນທັງໝົດ 97.956.000 (ເກົ້າສິບເຈັດລ້ານ ເກົ້າແສນຫ້າສິບຫົກພັນ ກີບ) ໂດຍການມອບ ຂອງທ່ານ ຄຳພຸດ ແກ້ວວົງພອນ ແລະ ທ່ານ ອາລຸນ ພັນຄຸນນິວົງສາ, ກຳມະການພັກເມືອງ, ປະທານແນວລາວສ້າງຊາດ #ເມືອງອະນຸວົງ ແລະ ຮັບໂດຍ ຕາງໜ້າບັນດາຄອບຄົວທີ່ຖືກຜົນກະທົບ ຈາກໂຄງການດັ່ງກ່າວ ຕາມລຳດັບ.

ຂໍ້ມູນຈາກ: Media laos

ພາບ-ຂ່າວ: ສຸກສັນ ອ້ວນລິທິກຸນ