ຍ້ອນຄວາມດຸໝັ່ນ! ພະນັກງານບໍານານ ຫັນຍຶດອາຊີບປູກຝັງລ້ຽງສັດຢ່າງເຕັມໂຕ ສ້າງລາຍໄດ້ 50ລ້ານກີບຕໍ່ປີ

90

ທ່ານ ພັນເອກ ສີດາ ໄຊຍະສິດ ອາດີດຜູ້ບັນຊາການກອງພັນໃຫຍ່ 644 ພະນັກງງານບໍານານຜູ້ຫັນຫຼັງໃຫ້ວຽກງານຫ້ອງການ ແລະ ສະໜາມຮົບ ກ້າວສູ່ອາຊີບຊາວກະສິກອນໃນບັ້ນປາຍຂອງຊີວິດ ສ້າງລາຍຮັຍເຂົ້າຄອບຄົວ 30 ຫາ 50ລ້ານກີບຕໍ່ປີ.

ຍ້ອນຄວາມດຸໝັ່ນ ໃນການທຳການຜະລິດປູກພືດຜັກຊະນິດຕ່າງໆຂາຍເພື່ອສ້າງລາຍໄດ້ເສີມໃຫ້ແກ່ຄອບຄົວ, ຫຼັງຈາກເກັບກ່ຽວມ້ຽນມັດເຂົ້ານາສຳເລັດ ກໍ່ລົງມືປູກພືດຜັກຊະນິດຕ່າງໆ ເອີ້ນໄດ້ວ່າພືດສວນຄົວເກືອບຄົບທຸກຊະນິດ ສົ່ງຂາຍປ້ອນໃຫ້ຕະຫຼາດເຊໂນ ສ້າງລາຍໄດ້ຫຼາຍແສນກີບຕໍ່ມື້ ນັ້ນຄື ທ່ານ ສີດາ ໄຊຍະສິດ.

ທ່ານ  ສີດາ ໄຊຍະສິດ ໃຫ້ຮູ້ວ່າ: ປັດຈຸບັນອາຍຸຂອງເພີ່ນແມ່ນກ້າວເຂົ້າສູ່ 65 ປີແລ້ວ ເຖິງແມ່ນວ່າຈະເຂົ້າຮັບເບ້ຍບຳນານແລ້ວກໍ່ຕາມ ແຕ່ກໍ່ຍັງແຂງແຮງດີ ມີຄວາມດຸໝັ່ນຂະຫຍັນພຽນ ໃນການປູກຜັກຂາຍ, ໂດຍໄດ້ເລີ່ມປູກມາແຕ່ປີ 1999 ຈົນຮອດປັດຈຸບັນ, ເຊິ່ງແຕ່ລະປີພາຍຫຼັງເກັບກ່ຽວມ້ຽນມັດເຂົ້ານາປີສຳເລັດ ກໍ່ໄດ້ເລີ່ມລົງມືປູກໃສ່ໃນໄຮ່ນາລະຫວ່າງເດືອນ ມັງກອນ ຫາ ເດືອນມີນາ ໃນໄລຍະນີ້ຜັກຈະງາມ ໃນເນື້ອທີ່ເກືອບເຮັກຕາຂອງເນື້ອທີ່ນາປີທັງໝົດ 2 ເຮັກຕາ, ໃນນີ້ໄດ້ແບ່ງເນື້ອທີ່ຂຸດໜອງສະ 3 ໜອງ 01 ເຮັກຕາເຄິ່ງ ເພື່ອເກັບກັກນໍ້າໄວ້ໃຊ້ຫົດພືດຜັກໃນລະດູແລ້ງ

ທັ້ງນີ້, ໃນແຕ່ລະມື້ມີລາຍຮັບຈາກການຂາຍພືດຜັກຕ່າງໆປະມານ 200.000 ກີບ ຫຼື ສະເລ່ຍເດືອນໜຶ່ງໄດ້ປະມານ 5 ລ້ານກີບ, ສະເພາະແຮງງານຕົ້ນຕໍມີ 3 ຄົນ, ສ່ວນວ່າການລົງທຶນໃສ່ໃນປີນີ້ ແມ່ນບໍ່ຫຼາຍປານໃດ ແຕ່ຖ້າສະເລ່ຍລາຍຮັບໃນປີໜຶ່ງໆຈາກການຂາຍພຶດຜັກ ແລະ ສັດລ້ຽງຈໍານວນໜຶ່ງເຊິ່ງມີທັງງົວ, ຄວາຍ, ໝູ ແລະ ສັດປີກ ຕົກຢູ່ປະມານ 40-50 ລ້ານກີບຕໍ່ປີ

ນອກຈາກນີ້ ແຜນໃນຕໍ່ໜ້າຖ້າຫາກເຫື່ອແຮງຍັງມີຕົນເອງ ຈະໄດ້ຂະຫຍາຍເນື້ອທີ່ການປູກໃຫ້ຫຼາຍກວ່າເກົ່າ ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ ໃຫ້ກາຍເປັນຄອບຄົວຮັ່ງມີ.

ຂໍ້ມູນຈາກ: ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ