ດີໃຈນຳ! ສາທາເມືອງວຽງທອງ ໄດ້ຮັບເຄື່ອງຊ່ວຍເຫຼືອອຸປະກອນການແພດຫຼາຍລາຍການ

74

ໃນວັນທີ 28 ມັງກອນ 2020 ຜ່ານມາ, ທ່ານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສະທາລະນະສຸກ ໄດ້ລົງພົບປະຢ້ຽມຢາມ ແລະ ມອບເຄື່ອງອຸປະກອນການແພດໃຫ້ຫ້ອງການສາທາລະສຸກເມືອງວຽງທອງ ແຂວງບໍລິຄຳໄຊ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ  ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆບໍລິຄໍາໄຊ, ມີທ່ານ ເຈົ້າເມືອງວຽງທອງ, ຫົວໜ້າກົມ, ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຍ້ອນເຫັນໄດ້ຄວາມສຳຄັນ ແລະ ຈຳເປັນທາງດ້ານວຽກງານສາທາລະນະສຸກ ທ່ານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສະທາລະນະສຸກ ຈຶ່ງໄດ້ນຳເຄື່ອງອຸປະກອນການແພດທີ່ຈຳເປັນຈຳນວນໜຶ່ງ ມາມອບໃຫ້ຫ້ອງການສາທາລະນະສຸກເມືອງວຽງທອງ ເພື່ອໃຊ້ເຂົ້າໃນວຽກງານການແພດ, ເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບມີ: ຕຽງນອນເກີດລູກ, ຊຸດອຸປະກອນເກີດລູກ, ເຕົ້າອົບເດັກ, ໂຕະອຸ່ນເດັກ, ເຄື່ອງຟັງຫົວໃຈເດັກຢູ່ທ້ອງ, ໝໍ້ອົບຂ້າເຊື້ອ, ຕຽງນອນຄົນເຈັບ, ເຄື່ອງຕິດຕາມການປັ່ນທ້ອງແມ່ມານ ແລະ ຊຸດອຸປະກອນຊ່ວຍເກີດລູກ ຄິດເປັນມູນຄ່າທັງໝົດ 684.520,000 ກີບ.

ທີ່ມາ: media laos