ສກຈຮ ຈໍາປາສັກ ເປີດໜ່ວຍບໍລິການແຂວງເຊກອງ

115

ອາທິດຜ່ານມາ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກຈໍາປາສັກ ຈໍາກັດ ຫຼື ສກຈຮ ຈໍາປາສັກ ໄດ້ຈັດພິທີເປີດໜ່ວຍບໍລິການຢູ່ແຂວງເຊກອງ ຢ່າງເປັນທາງການ ໂດຍເຂົ້າຮ່ວມມີ ທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງ, ທ່ານ ນວນຕາ ແກ້ວມະນີ ຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກໃຕ້ທີ່ແຂວງຈໍາປາສັກ, ທ່ານ ນາງ ພະນົມຮັກ ເຂັມມາລາ ຮອງປະທານສະພາບໍລິຫານສະຖາບັນການເງິນຈຸລະພາກ – ພາກໃຕ້ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອາລຸນໂນໄທ ສຸລິເມືອງຈັນ ຮອງຜູ້ອໍານວຍການສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກຈໍາປາສັກ ຈໍາກັດ ໄດ້ກ່າວວ່າ: ຫຼັງຈາກທີ່ໄດ້ຮັບອະນຸຍາດຈາກສາຂາທະນາຄານແຫ່ງ ສປປ ລາວ ພາກໃຕ້ ທີ່ ແຂວງຈໍາປາສັກ ໃຫ້ດຳເນີນທຸລະກິດໜ່ວຍບໍລິການຢູ່ແຂວງເຊກອງ ຢ່າງເປັນທາງການ ນັບແຕ່ເດືອນມິຖຸນາ 2019 ເປັນຕົ້ນມາ ການດຳເນີນທຸລະກິດໄດ້ມີການຂະຫຍາຍຕົວດີຂຶ້ນເປັນລໍາດັບໃນການບໍລິການສິນເຊື່ອຂະໜາດນ້ອຍ ໃຫ້ແກ່ປະຊາຊົນພາຍໃນແຂວງເຊກອງ ໂດຍມາຮອດທ້າຍເດືອນມັງກອນ 2020 ມີລູກຄ້າເງິນກູ້ທັງໝົດ 2.154 ຄົນ, ມີຍອດເຫຼືອເງິນກູ້ຢູ່ 39 ຕື້ກວ່າກີບ.

ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກຈໍາປາສັກ ຈໍາກັດ ມີໜ່ວຍບໍລິການກວມ 10 ເມືອງ ຂອງແຂວງ ຈໍາປາສັກ ແລະ ມີໜ່ວຍບໍລິການຢູ່ແຂວງເຊກອງ, ສາລະວັນ ແລະ ແຂວງອັດຕະປື ໂດຍໃນປີ 2020 ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກຈໍາປາສັກ ຈໍາກັດ ໄດ້ວາງເປົ້າໃນການດຳເນີນງານໄວ້ 3 ດ້ານທີ່ສໍາຄັນ ຄື: ອັນທີໜຶ່ງແມ່ນຂະຫຍາຍຖານລູກຄ້າເງິນຝາກ ແລະ ຍອດເຫຼືອເງິນກູ້ຢ່າງມີຄຸນນະພາບ; ສອງປັບປຸງລະບົບການດຳເນີນງານພາຍໃນ ເພື່ອຈໍໍາກັດຄວາມສ່ຽງ ແລະເພີ່ມປະສິດທິພາບ ແລະ ອັນສຸດທ້າຍແມ່ນມີການເພີ່ມ ແລະ ປັບທັກສະພະນັກງານຢ່າງເປັນລະບົບ ເພື່ອສົ່ງເສີມໃຫ້ເກີດການປ່ຽນແປງທີ່ສ້າງສັນ.

( ຂ່າວ : ສັນຍາ )