ສະຖາບັນການເງິນໂຊກໄຊ ອະນຸມັດເງິນກູ້ຜ່ານລະບົບອອນລາຍໃນປີນີ້

332

ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກໂຊກໄຊ ( ສກຊ ) ໄດ້ເລັ່ງໃສ່ພັດທະນາລະບົບເຕັກໂນໂລຊີຢ່າງຕໍ່ເນື່ອງ ເພື່ອເຮັດແນວໃດໃຫ້ລູກຄ້າໃຫ້ສາມາດເຂົ້າເຖິງການບໍລິການຢ່າງສະດວກ – ວ່ອງໄວ ເຊິ່ງໃນປີ 2020 ໄດ້ນໍາໃຊ້ລະບົບເງິນກູ້ອອນລາຍ ແລະ ຂະຫຍາຍຕົວແທນບໍລິການເພີ່ມອີກຢູ່ແຂວງບໍລິຄຳໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ. ຂະນະທີ່ການໃຫ້ສິນເຊື່ອໃນປີນີ້ຕັ້ງເປົ້າໃຫ້ເພີ່ມຂຶ້ນ 22% ແລະ ການລະດົມເງິນຝາກ ເພີ່ມຂຶ້ນ 7% ຫາກທຽບໃສ່ກັບປີ 2019 ຜ່ານມາ.

ທ່ານ ອານຸສັກ ແກ້ວຈະເລີນ ຜູ້ອໍານວຍການໃຫຍ່ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກໂຊກໄຊ ໃຫ້ສໍາພາດວ່າ: ການດໍາເນີນທຸລະກິດໃນປີ 2019 ຜ່ານມາ ເຫັນວ່າມີທ່າກ້າວຂະຫຍາຍຕົວຢ່າງໜ້າພໍໃຈ ເຖິງວ່າສະພາບເສດຖະກິດຍັງຝືດເຄືອງກໍຕາມ. ທັງນີ້, ກໍຍ້ອນການເອົາໃຈໃສ່ຂອງຜູ້ບໍລິຫານ ລວມທັງພະນັກງານທຸກຄົນຈຶ່ງສາມາດເຮັດໃຫ້ພວກເຮົາບັນລຸຕາມເປົ້າໝາຍ ແລະ ມີກໍາໄລ ເຊິ່ງສະແດງອອກໃນຕົວເລກປີ 2019 ການໃຫ້ສິນເຊື່ອແກ່ລູກຄ້າ 35 ຕື້ກີບ ແລະ ການລະດົມເງິນຝາກ 51 ຕື້ກີບ. ສ່ວນປີ 2020 ຕັ້ງເປົ້າຍອດສິນເຊື່ອ 43 ຕື້ກີບ ເພີ່ມຂຶ້ນ 22% ແລະ ຍອດເງິນຝາກ 54 ຕື້ກີບ ເພີ່ມຂຶ້ນ 7%. ຄຽງຄູ່ກັນນັ້ນ, ໜີ້ຊັກຊ້າສາມາດຄຸ້ມຄອງໄດ້ຢູ່ໃນລະດັບບໍ່ເກີນ 1% ແລະ ມາຮອດປັດຈຸບັນມີລູກຄ້າໃຊ້ບໍລິການ ລວມທັງໝົດ 4 ພັນກວ່າຄົນ.

ສໍາລັບແຜນປີ 2020 ທາງສະຖາບັນໄດ້ສ້າງຕົວແທນຢູ່ແຂວງບໍລິຄຳໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ ເພື່ອໃຫ້ເຂົາເຈົ້າເປັນຕົວແທນໃນການໃຫ້ສິນເຊື່ອ ແລະ ລະດົມເງິນຝາກ ໂດຍເນັ້ນຂະຫຍາຍເປັນຄູ່ຮ່ວມທຸລະກິດກັບບັນດາບໍລິສັດ – ຫ້າງຮ້ານຕ່າງໆທີ່ມີເງື່ອນໄຂ ອາດຈະມີຕົວແທນ 1 – 2 ຈຸດຕາມຄວາມເໝາະສົມ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດໃນເດືອນກຸມພາ 2020 ທີ່ຈະມາເຖິງນີ້ ຄາດວ່າໃນປີ 2021 ຈະໃຫ້ມີຄົບທຸກແຂວງທົ່ວປະເທດ.