ເມືອງແກ່ນທ້າວ ເກັບລາຍຮັບໄດ້ລື່ນແຜນການ

157

ເມືອງແກ່ນທ້າວ ສາມາດເກັບລາຍຮັບໄດ້ 13 ຕື້ກວ່າກີບ ໃນປີ 2019 ເທົ່າກັບ 116,98%. ສ່ວນປີ 2020 ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 12 ຕື້ກວ່າກີບ.

ທ່ານ ພຸດທະວົງ ລີມທອງ ຫົວໜ້າຫ້ອງການ – ການເງິນເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມີຄໍາເຫັນຕໍ່ກອງປະຊຸມໃຫຍ່ ຄັ້ງທີ 7 ຂອງຜູ້ແທນອົງຄະນະພັກເມືອງແກ່ນທ້າວ ໃນວັນທີ 21 ມັງກອນຜ່ານມາ ວ່າ: ປີ 2019 ເມືອງແກ່ນທ້າວ ໄດ້ຮັບຕົວເລກຈັດເກັບລາຍຮັບຈາກພະແນກການເງິນແຂວງ ທັງໝົດ 11,7 ຕື້ກວ່າກີບ, ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດເກັບໄດ້ 13,72 ຕື້ກີບ ເທົ່າກັບ 116,98% ຂອງແຜນການປີ. ໃນນັ້ນ, ຮັບຈາກສ່ວຍສາອາກອນຫຼາຍເຖິງ 13,59 ຕື້ກີບ ເທົ່າກັບ 117,17%.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ທ່ານ ພຸດທະວົງ ລີມທອງ ຍັງໄດ້ກ່າວຕື່ມອີກວ່າ: ສາເຫດທີ່ພາໃຫ້ເກັບລາຍຮັບລື່ນແຜນຍ້ອນວ່າການນໍາຂັ້ນຕ່າງໆໄດ້ລົງຊີ້ນໍາຢ່າງໃກ້ຊິດຕິດແທດໃນການປະຕິບັດໜ້າທີ່ວຽກງານ ກໍຄືການຈັດເກັບລາຍຮັບເຂົ້າງົບປະມານຢ່າງເປັນລະບົບຕໍ່ເນື່ອງ. ສໍາລັບແຜນການເກັບລາຍຮັບໝົດປີ 2020 ແມ່ນຈະສູ້ຊົນເກັບໃຫ້ໄດ້ 12,7 ຕື້ກວ່າກີບ ແລະ ຄຸ້ມຄອງລາຍຈ່າຍ 12,6 ຕື້ກວ່າກີບ.

( ຂ່າວ – ຮູບ: ອຸ່ນເຮືອນ ໂພທິລັກ )