ມາຮູ້! ວິທີສັງເກດອາການເບື້ອງຕົ້ນ ຂອງພະຍາດຫຼອດເລືອດສະໝອງຕີບ

103

ພະຍາດຫຼອດເລືອດໃນສະໝອງ ມັກເກີດຂຶ້ນແບບບໍ່ຮູ້ສຶກໂຕ ແລະ ມັກຈະເກີດອາການແບບກະທັນຫັນ. ພະຍາດຫຼອດເລືອດສະໝອງຕີບມັກຈະເກີດຈາກໄຂມັນ ຫຼື ເລືອດກ້າມທີ່ໄປອຸດຕັນ ແລະ ຄ້າງຢູ່ໃນເສັ້ນເລືອດທີ່ຈະໄປລ້ຽງສະໝອງ ເມື່ອເຊລສະໝອງຖືກທຳລາຍ ເພາະຂາດອາກາດໝາຍຄວາມວ່າໂອກາດທີ່ຈະເປັນອຳມະພາດ ແລະ ອັດຕາການເສຍຊີວິດສູງ.

ພາບປະກອບຂ່າວ

ສຳລັບອາການທີ່ປະກົດໃນເບື້ອງຕົ້ນທີ່ຈະຕ້ອງສັງເກດມີດັ່ງນີ້: ໃຫ້ສັງເກດເບິ່ງລັກສະນະການຍ່າງວ່າ: ຍ່າງເຊໆ ແລະ ຍ່າງບໍ່ຊື່ ຫຼື ບໍ່; ວິນຫົວ ແລະ ເຈັບຫົວແບບຮ້າຍແຮງ; ຈັບສິ່ງຂອງບໍ່ສະດວກ, ບໍ່ມີແຮງ. ແຂນ, ຂາ, ມື ມຶນຊາ; ເວົ້າບໍ່ຈະແຈ້ງ ແລະ ການເບິ່ງເຫັນບໍ່ຊັດເຈນ, ສາຍຕາມົວ ແລະ ມັກຈະເຫັນພາບຊ້ອນ.

ພາບປະກອບຂ່າວ

ຖ້າມີອາການດັ່ງກ່າວໃຫ້ຟ້າວໄປໂຮງໝໍບໍ່ຄວນໃຈເຢັນ ເພາະຖ້າປ່ອຍໃຫ້ອາການເຫຼົ່ານີ້ເກີດຂຶ້ນຢູ່ເລື້ອຍໆອາດຈະສົ່ງຜົນໃຫ້ບໍ່ມີສະຕິໄດ້ ໂດຍໃຫ້ຮີບໄປໂຮງໝໍດ່ວນເພື່ອໃຫ້ທ່ານໝໍສັກຢາລະລາຍເລືອດກ້າມ. ແຕ່ຖ້າເສັ້ນເລືອດໃນສະໝອງແຕກ ຫຼື ເລືອດອອກໃນສະໝອງກໍ່ຈະຕ້ອງຜ່າຕັດ ແລະ ມີຄວາມສ່ຽງສູງ.

ພາບປະກອບຂ່າວ

ວິທີຫຼີກລ້ຽງໄພງຽບຈາກພະຍາດນີ້ແມ່ນ: ການອອກກຳລັງກາຍສະໝ່ຳສະເໝີ ແຕ່ບໍ່ໃຫ້ເຮັດວຽກໜັກເກີນໄປ, ໃຫ້ຢູ່ໃນສະພາບຮ່າງກາຍຮັບໄດ້ກໍ່ພໍ, ຍົກເວັ້ນໄຂມັນຈາກສັດ, ຄວນກິນປາທະເລ, ຜັກ, ໝາກໄມ້ ແລະ ເຮັດຈິດໃຈໃຫ້ເບິກບານ ເພາະຖ້າສຸຂະພາບຈິດບໍ່ດີຈະເປັນການສະສົມຄວາມຄຽດໄວ້ແບບບໍ່ຮູ້ໂຕ.