ດື່ມນ້ຳໝາກນາວຖືກວິທີກໍ່ໄດ້ປະໂຫຍດຕໍ່ສຸຂະພາບຫຼາຍກວ່າທີ່ຄິດ

142

ທີ່​ຜ່ານມາ​ເຮົາ​ອາດ​ຮູ້​ວ່າດື່ມ​ນ້ຳ​ໝາກ​ນາວດື່ມ​ດີ​ມີ​ປະໂຫຍດແຕ່​ຈະ​ດື່ມ​ແບບໃດ​ໃຫ້​ໄດ້​ຄຸນຄ່າ​ສູງ​ສຸດມື້​ນີ້​ເຮົາ​ມີ​ເຄັດ​ລັບ​ມາ​ຝາກ​ເພື່ອ​ໃຫ້​ຄວາມ​ຮູ້​ເພີ່ມ​ເຕີມ​ຂຶ້ນ​ໄປ​ອີກ.

ກ່ອນ​ອື່ນ​ໃຫ້​ລ້າງໝາກ​ນາວ​ໃຫ້​ສະ​ອາດ​ແລ້ວ​ນຳ​ໄປ​ໃສ່​ຕູ້​ເຢັນຫຼັງ​ຈາກ​ນັ້ນ 2 ຊົ່ວ​ໂມງ​ໃຫ້​ນຳ​ອອກ​ມາ​ຊອຍ​ເປັນ​ປ່ຽງ​ນ້ອຍ​ໆນຳ​ໝາກ​ນາວ​ທີ່​ຊອຍ​ແລ້​ວວາງ​ລົງ​ໃນ​ພາ​ຊະນະ​​ຕື່ມ​ນ້ຳ​ເຜິ້ງ ​ແລະ ​ນ້ຳ​​ລົງ​ເລັໜ້ອຍ​ໄປ​ແລ້ວປິດ​ຝາ​ໃຫ້​ສະນິດ​. ຈາກ​ນັ້ນ, ກໍ່​ນຳ​ໄປ​ແຊ່​ຕູ້​ເຢັນຮຸ່ງເຊົ້າ​ຂຶ້ນມາ​ຈັບ 2 ປ່ຽງ​ທຳອິດ​ມາ​ກິນ​ກັບ​ນ້ຳ​ອຸ່ນ ​ເຊິ່ງໝາກນາວ​ໜ່ວຍ​ໜຶ່ງ​ສາມາດ​ແບ່ງ​ກິນ​ໄດ້​ປະ​ມານ 1 ອາທິດ (ພະຍາຍາມ​ບໍ່​ໃສ່​ນ້ຳ​ຕານ​ຈະ​ເຮັດໃຫ້​ໄດ້ຮັບ​ປະໂຫຍດ​ຈາກ​ການດື່ມ​ນ້ຳ​ໝາກ​ນາວສູງ​ສຸດ).