ການປະສານງານທີ່ດີ ເປັນຕົວຊ່ວຍສໍາຄັນໃນການຂັບເຄື່ອນວຽກ

140

ການເຮັດວຽກບໍ່ວ່າຢູ່ໃສກໍ່ຕາມ ລ້ວນແລ້ວແຕ່ຕ້ອງມີການປະສານງານເຊິ່ງກັນ ແລະ ກັນ ເພື່ອຂັບເຄື່ອນໜ້າວຽກຕ່າງໆໃຫ້ເດີນໜ້າໄປໄດ້, ດັ່ງວຽກງານສົ່ງເສີມການຜະລິດເປັນສິນຄ້າ ແລະ ຄໍ້າປະກັນສະບຽງອາຫານ ການປະສານງານທີ່ເຂົ້າອົກເຂົ້າໃຈແມ່ນສິ່ງສຳຄັນທີ່ສຸດໃນການຂັບເຄື່ອນໃຫ້ໜ້າວຽກຕ່າງໆກ້າວໄວ.

ໃນວັນທີ 24 ມັງກອນ 2020 ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ (ສສອຄ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມສໍາມະນາເຜີຍແຜ່ຜົນການຄົ້ນຄວ້າການປະສານສໍາພັນເພື່ອສົ່ງເສີມການຜະລິດເປັນສິນຄ້າ ແລະ ຄໍ້າປະກັນສະບຽງອາຫານ; ບົດຄົ້ນຄວ້າວິທະຍາສາດຂອງສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ ໂດຍການເປັນປະທານຂອງ ທ່ານ ສີລິສໍາພັນ ວໍຣະຈິດ ຫົວຫນ້າ ສສອຄ, ມີແຂກຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມທັງຫມົດ 52 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອເຜີຍແຜ່ຜົນການຄົ້ນຄ້ວາ ແລະ ຮັບຟັງຄຳຄິດເຫັນຂອງບັນດາແຂກທີ່ເຂົ້າຮ່ວມກອງປະຊຸມກ່ຽວກັບການປະສານງານໂຄງການຜະລິດເຂົ້າ ແລະ ລ້ຽງສັດ ເປັນສິນຄ້າ ພ້ອມທັງຮັບຟັງການປະກອບຄຳເຫັນຕໍ່ບັນດາບົດຄົ້ນຄວ້າວິທະຍາສາດຂອງສະຖາບັນທີ່ເຮັດໄດ້ສຳເລັດໃນໄລຍະຜ່ານມາ, ການປະສານງານພົວພັນລະຫວ່າງຂະແໜງການຕ່າງໆ ແມ່ນສຳຄັນຫຼາຍເພື່ອເຮັດໃຫ້ວຽກງານສົ່ງເສີມການຜະລິດເປັນສິນຄ້າ ແລະ ຄ້ໍາປະກັນສະບຽງອາຫານແຫ່ງຊາດບັນລຸໄດ້ເປົ້າຫມາຍທີ່ໄດ້ວາງໄວ້.

ໃນບົດສຶກສາໄດ້ຍົກໃຫ້ເຫັນບັນຫາ ແລະ ຄວາມສໍາຄັນຂອງການພົວພັນປະສານງານລະຫວ່າງຂະແໜງການທີ່ໄດ້ປະກອບສ່ວນທັງໃນທາງກົງ ແລະ ທາງອ້ອມ ໂດຍສະເພາະແມ່ນລະບົບການປະສານງານລະຫວ່າງກັນ, ການແລກປ່ຽນດ້ານຂໍ້ມູນ, ການສົ່ງເສີມດ້ານເຕັກນິກໃຫ້ກຸ່ມຜູ້ຜະລິດ ແລະ ການສະຫນອງງົບປະມານ.

ນອກຈາກນັ້ນ, ກໍ່ຍັງໄດ້ສະແດງໃຫ້ເຫັນຜົນການສໍາຫຼວດສະພາບການພົວພັນລະຫວ່າງພາກລັດ-ທຸລະກິດ, ທຸລະກິດ-ທຸລະກິດ, ທຸລະກິດ-ຜູ້ຜະລິດ ແລະ ຜູ້ຜະລິດ-ຜູ້ຜະລິດ, ການຈັດກອງປະຊຸມຄັ້ງນີ້ຍັງເພື່ອເປັນການເປີດໂອກາດໃຫ້ນັກ ຄົ້ນຄວ້າຂອງສະຖາບັນໄດ້ຮັບຟັງການປະກອບຄໍາເຫັນຕໍ່ບັນດາບົດຄົ້ນຄວ້າວິທະຍາສາດ ແລະ ໄດ້ຮຽນຮູ້ແລກປ່ຽນບົດຮຽນນໍາກັນລະຫວ່າງຜູ້ເຂົ້າຮ່ວມ.