ຢູນີເທວ ເຄືອຂ່າຍນໍາໜ້າໃນການສະໜອງບໍລິການທາງດ້ານເຕັກໂນໂລຊີ – ຂໍ້ມູນຂ່າວສານ ແລະ ການຫັນເປັນດິຈິຕອລ

249

ປັດຈຸບັນ ບໍລິສັດ ສະຕາໂທລະຄົມ ( ຢູນີເທວ ) ພວກເຮົາໄດ້ມີການພັດທະນາຢ່າງກະໂດດຂັ້ນ ບໍ່ສະເພາະແຕ່ສະໜອງບໍລິການທາງດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານພຽງເທົ່ານັ້ນ ແຕ່ຍັງເປັນບໍລິສັດທີ່ນໍາໜ້າໃນການສະໜອງບໍລິການທາງດ້ານເຕັກໂນໂລຊີ – ຂໍ້ມູນຂ່າວສານ ແລະ ການຫັນເປັນດິຈິຕອລໃນຍຸກປະຕິວັດອຸດສາຫະກໍາ 4.0 ຢູ່ ສປປ ລາວ ໃນຫຼາຍໆຂົງເຂດວຽກງານ ເຊັ່ນ: ຂົງເຂດອົງການຈັດຕັ້ງພັກ – ລັດຖະບານ ລວມມີຄື: ລັດຖະບານເອເລັກໂຕຣນິກ ( E-government ); ລະບົບການສຶກສາທີ່ທັນສະໄໝ ( Smart education ); ລະບົບສາທາລະນະສຸກທີ່ທັນສະໄໝ ( Smart health ); ລະບົບຄຸ້ມຄອງຕົວເມືອງທີ່ທັນສະໄໝ ( Smart City ); ລະບົບກະສິກໍາທີ່ທັນສະໄໝ ( Smart Agriculture ); ລະບົບຄຸ້ມຄອງແຮງງານ ( Labor Management System ); ລະບົບຄຸ້ມຄອງຊັບສິນ ( Asset Management System ); ລະບົບຄຸ້ມຄອງພົນລະເມືອງ ( Citizen Management System ).

ບໍ່ພຽງແຕ່ເທົ່ານັ້ນ ຢູນີເທວ ຍັງເປັນບໍລິສັດທີ່ໄດ້ສະໜອງດ້ານຊ໊ອຟແວຣ໌ໃຫ້ກັບບັນດາຫົວໜ່ວຍທຸລະກິດ ແລະ ບັນດາທະນາຄານ ແລະ ເປັນຜູ້ໃຫ້ຄຳປຶກສາ ແລະ ວິທີການກ່ຽວກັບ Data Center, AI, Cyber Security, Cloud ( Camera, Storage, Server, VDI ).

ນອກຈາກນັ້ນແລ້ວ ຢູນີເທວ ຍັງເປັນຜູ້ສະໜອງການບໍລິການໃຫ້ເຊົ່າສະຖານທີ່ຈັດວາງ server ດ້ວຍລະບົບທີ່ທັນສະໄໝ ແລະ ຕອບສະໜອງໄດ້ຕາມຄວາມຕ້ອງການ ເຊັ່ນ: Power Supply, Backup Power Supply, UPS, Generator, ລະບົບແອເຢັນ, ຄວາມປອດໄພ ແລະ ຄວາມລັບໃຫ້ກັບອຸປະກອນ.

ລະບົບການສຶກສາທີ່ທັນສະໄໝ ( Smart education ): ລະບົບການສຶກສາທີ່ທັນສະໄໝ ພັດທະນາໂດຍກຸ່ມ ບໍລິສັດ ສະຕາໂທລະຄົມ ຢູນີເທວ ໂດຍນຳໃຊ້ໃຫ້ກັບໂຮງຮຽນ, ຫ້ອງການສຶກສາ, ພະແນກສຶກສາ ແລະ ລາຍງານສະຖິຕິ, ລະບົບການສຶກສາທີ່ທັນສະໄໝນີ້ສ້າງຂຶ້ນໃນ cloud computing, ສາມາດຈັດການຂໍ້ມູນແບບລວມສູນ.

ລະບົບສາທາລະນະສຸກທີ່ທັນສະໄໝ ( Smart health ): ແມ່ນໂຊໂລຊັນການຄຸ້ມຄອງໂຮງໝໍໂດຍລວມ, ຊ່ວຍເພີ່ມປະສິດທິພາບໃນຂັ້ນຕອນການກວດ ແລະ ປິ່ນປົວ, ຊ່ວຍປະຢັດເວລາ ແລະ ຊັບພະຍາກອນມະນຸດທາງການແພດ. ລະບົບສາທາລະນະສຸກທີ່ທັນສະໄໝໄດ້ສ້າງຂຶ້ນໂດຍອີງຕາມມາດຕະຖານສາກົນ ແລະ ສາມາດຕອບສະໜອງ ຄວາມຕ້ອງການທາງການແພດກໍຄືການຄຸ້ມຄອງໂຮງໝໍ.

ລະບົບຄຸ້ມຄອງຕົວເມືອງທີ່ທັນສະໄໝ ( Smart City ): ແມ່ນສະຖານທີ່ສຸມໃສ່ວຽກງານກວດກາ ແລະ ບໍລິຫານການເຄື່ອນໄຫວຂອງແຕ່ລະຂົງເຂດຕົວເມືອງໂດຍກົງ ຄື: ການຄົມມະນາຄົມ, ຄວາມປອດໄພ, ການກູ້ໄພ, ການຊ່ວຍເຫຼືອ, ສະພາບອາກາດ, ສະພາບແວດລ້ອມຂອງບັນດາອົງການຄຸ້ມຄອງລັດ ແລະ ທຸລະກິດໃນຕົວເມືອງ.

ລະບົບກະສິກຳທີ່ທັນສະໄໝ ( Smart Agriculture ): ສາມາດຄົ້ນຫາແຫຼ່ງກຳເນີດຂອງຜະລິດຕະພັນກະສິກຳ ແລະ ການປະມົງ, ເປັນສູນລວມຂໍ້ມູນກະສິກຳໃຫ້ຂໍ້ມູນກ່ຽວກັບລາຄາຕະຫຼາດ, ສະໜັບສະໜູນຊາວກະສິກອນ, ໃຊ້ຖານຂໍ້ມູນຮ່ວມກັນ ແລະ ການວິເຄາະຂໍ້ມູນສຳລັບການຄາດຄະເນ, ບັນດາຊ໊ອຟແວຣ໌ IoT ໃນກະສິກຳ ຄື: ກະສິກຳທີ່ທັນສະໄໝ, ການຄາດຄະເນພະຍາດ ແລະ ອື່ນໆ.

CloudServer ຂອງ ຢູນີເທວ: ໄດ້ພັດທະນາເທິງພື້ນຖານໂຄງລ່າງທີ່ມີປະສິດທິພາບດ້ວຍຊ໊ອຟແວຣ໌ virtualization ຊັ້ນນຳ VMWare ຊ່ວຍໃຫ້ທ່ານສາມາດສ້າງບັນດາຊ໊ອຟແວຣ໌ໄອທີ ແລະ ບັນລຸຜົນໄດ້ຢ່າງວ່ອງໄວ, Virtual Server ທັງໝົດທີ່ Unitel ສະໜອງໃຫ້ລ້ວນແຕ່ໄດ້ຮັບມາດຕະຖານຄວາມປອດໄພຂອງຂໍ້ມູນ ISO 27017:2015 ປ້ອງກັນຂໍ້ມູນ ແລະ ຊ໊ອຟແວຣ໌ຂອງທ່ານໃຫ້ຫຼຸດພົ້ນຈາກການໂຈມຕີຂອງ DDoS ແລະ Trojan.

Cloud Camera: ແມ່ນບໍລິການບັນທຶກຂໍ້ມູນໂດຍກົງຂອງແຕ່ລະກ້ອງວົງຈອນປິດດ້ວຍເຕັກໂນໂລຊີໃໝ່, ທີ່ມີຄວາມສາມາດໃນການອະນຸຍາດໃຫ້ຜູ້ໃຊ້ສາມາດເຂົ້າເບິ່ງໂດຍກົງ – ບັນທຶກ – ເບິ່ງຂໍ້ມູນຄືນທີ່ໄດ້ບັນທຶກ online ຜ່ານເຕັກໂນໂລຊີຈັດເກັບຂໍ້ມູນ cloud. Cloud Camera ເປັນກ້ອງວົງຈອນປິດທີ່ມີປະສິດທິພາບ, ຮັບປະກັນຂໍ້ມູນບໍ່ສູນຫາຍໃນກໍລະນີອຸປະກອນເປ່ເພ ຫຼື ຖືກລັກ.

Cloud PC: ແມ່ນຄອມພິວເຕີ virtualization ( Virtual Desktop Infrastructure ) ອະນຸຍາດໃຫ້ໃຊ້ແທນຄອມພິວເຕີແບບດັ້ງເດີມໂດຍສາມາດຄຸ້ມຄອງແບບລວມສູນ, ເພີ່ມຄວາມປອດໄພຂອງຂໍ້ມູນ ແລະ ຂະຫຍາຍໄດ້ງ່າຍ, Cloud PC ສະໜອງພື້ນທີ່ເຮັດແບບຢືດຢຸ່ນ, ແກ້ໄຂຂໍ້ມູນ ແລະ ຊ໊ອຟແວຣ໌ເທິງ cloud computing.

ພິເສດ Cloud PC ອະນຸຍາດໃຫ້ຜູ້ໃຊ້ສາມາດເຊື່ອມຕໍ່ໄດ້ທຸກທີ່, ທຸກເວລາເທິງແຕ່ລະອຸປະກອນມືຖື ( Laptop, Mobile, Tablet,… ) ພຽງແຕ່ມີການເຊື່ອມຕໍ່ Internet.

Data center ( DC ): ແມ່ນສະຖານທີ່ຕິດຕັ້ງເຄື່ອງແມ່ຂ່າຍສະເພາະ ຫຼື ຫ້ອງເຄື່ອງ, ນີ້ເປັນສະຖານທີ່ຕິດຕັ້ງ ແລະ ບໍລິຫານຄຸ້ມຄອງເຄື່ອງແມ່ຂ່າຍ ແລະ ບັນດາລະບົບທີ່ກ່ຽວຂ້ອງ ຄື: ລະບົບການສື່ສານ ຫຼື ລະບົບຖານຂໍ້ມູນ; DC ມີຄວາມສຳຄັນຫຼາຍ. ດັ່ງນັ້ນ, ບັນດາອົງການຈັດຕັ້ງ/ບໍລິສັດ ຕ້ອງມີການຄິດໄລ່ຢ່າງລະອຽດ ເພື່ອສ້າງລະບົບ Data Center ໃຫ້ສາມາດຕອບສະໜອງຄວາມຕ້ອງການ, ໃນຂະນະທີ່ຕ້ອງການຫຼຸດຜ່ອນຄ່າໃຊ້ຈ່າຍໃນການຕິດຕັ້ງ ແລະ ການບໍລິຫານ ເພື່ອບັນລຸປະສິດທິພາບດ້ານເສດຖະກິດສູງ.

ດັ່ງນັ້ນ, ຢູນີເທວ ມີການສະໜອງບໍລິການໃຫ້ຄຳປຶກສາ ແລະ ອອກແບບ Data Center ໃຫ້ກັບບັນດາອົງການຈັດຕັ້ງ ແລະ ຮັບປະກັນບັນດາ Data Center ໄດ້ມາດຕະຖານສາກົນ TIA 942 Rated III; ບັນດາວິຊາການຂອງ Unitel ຈະມີການສຳຫຼວດຄວາມຖືກຕ້ອງ, ສະຖານະພາບໂຄງລ່າງພື້ນຖານເຕັກໂນໂລຊີຂອງລູກຄ້າ ແລະ ຄຳນວນ, ປຽບທຽບ, ໃຫ້ຄຳປຶກສາ, ສະເໜີບັນດາສ່ວນປະກອບຂອງໂຄງລ່າງພື້ນຖານ data center/server room ເພື່ອໃຫ້ສາມາດຕອບສະໜອງຄວາມຕ້ອງການທີ່ມີປະສິດທິພາບດ້ວຍລາຄາທີ່ເໝາະສົມທີ່ສຸດ.

Cloud Storage: ແມ່ນເຕັກໂນໂລຊີການຈັດເກັບຂໍ້ມູນທີ່ດີທີ່ສຸດເທິງພື້ນຖານຂອງ Cloud Hosting, ສາມາດສ້າງພື້ນທີ່ຈັດເກັບຂໍ້ມູນໄດ້ຢ່າງກວ້າງຂວາງ ແລະ ບໍ່ຈຳກັດ, ຮັບປະກັນຄວາມປອດໄພສູງ ແລະ ປະຢັດຕົ້ນທຶນ.

Cloud Storage: ໄດ້ຮັບການອອກແບບດ້ວຍຄຸນສົມບັດທີ່ດີທີ່ສຸດ ເຊິ່ງມີຄວາມສາມາດໃນການກໍານົດເວລາບັນທຶກຂໍ້ມູນ ( Data backup ) ໄດ້ ເຊິ່ງຈະຈໍາກັດການສູນເສຍຂໍ້ມູນຂອງລະບົບ. ນອກຈາກນັ້ນ, Cloud Storage ຈະສົ່ງການແຈ້ງເຕືອນຫາຜູ້ໃຊ້ກ່ຽວກັບ data synchronization ຫຼື ເມື່ອເກີດຂໍ້ຜິດພາດ ເພື່ອຊ່ວຍໃຫ້ວຽກການກວດສອບຂໍ້ມູນໄດ້ດີທີ່ສຸດ.

ບໍລິການສະຖານທີ່ຈັດວາງ Server ສາມາດຕອບສະໜອງຄວາມຕ້ອງການໃນການຈັດວາງ Server ຢູ່ໃນ Data center, ຮັບປະກັນຄວາມໄວສາຍສົ່ງທີ່ມີປະສິດທິພາບ ແລະ ທີມງານເຕັກນິກຊ່ວຍເຫຼືອ 24/7, ບໍລິການນີ້ເໝາະສຳລັບບັນດາບໍລິສັດທີ່ມີຄວາມໝັ້ນຄົງທາງດ້ານການເງິນ, ການດຳເນີນໂຄງການໄລຍະຍາວ ແລະ ມີຄວາມສາມາດໃນການຄຸ້ມຄອງດູແລລະບົບເອງໄດ້. ບໍລິການສະໜອງສະຖານທີ່ຈັດວາງ Server, ລະບົບໄຟຟ້າ, ແອ ແລະ ບັນດາອຸປະກອນທີ່ກ່ຽວຂ້ອງ ເພື່ອຜັນຂະຫຍາຍລະບົບໄອທີ, ຮັບປະກັນລະບົບເຮັດ 24/07, ອະນຸຍາດໃຫ້ລູກຄ້າມີສິດນຳໃຊ້ ແລະ ກວດສອບລະບົບຂອງຕົນເອງ.

ຜ່ານມາ ບໍລິສັດ ຢູນີເທວ ໄດ້ຜັນຂະຫຍາຍບັນດາບໍລິການໃຫ້ກັບລູກຄ້າ ລວມມີຄື: ລະບົບ Data Center ໃຫ້ກັບຫ້ອງວ່າການສູນກາງພັກ ( 2011 ); ລະບົບຄຸ້ມຄອງເອກະສານ ( U-office ) ໃຫ້ຫ້ອງວ່າການນາຍົກລັດຖະມົນຕີ ( 2012 ); ລະບົບ Video conference ໃຫ້ກະຊວງປ້ອງກັນປະເທດ 24 ຈຸດ ( 2014 ); ລະບົບສອບເສັງອອນໄລ ( Lao Lympic ) ວິຊາຄະນິດສາດ ແລະ ພາສາອັງກິດ ໃຫ້ກະຊວງສຶກສາ ( 2016 ); ລະບົບ RTGS ໃຫ້ກັບທະນາຄານ ແຫ່ງ ສປປ ລາວ – BOL ( 2017 ); ລະບົບຄຸ້ມຄອງພົນລະເມືອງໃຫ້ກະຊວງພາຍໃນ ( 2017 – 2019 ); ສະໜອງ ແລະ ຕິດຕັ້ງລະບົບໂຄງລ່າງພື້ນຖານໃຫ້ ບໍລິສັດ ວິສາຫະກິດ ນ້ຳປະປາ ( 2019 ).

ພິເສດໄປກວ່ານັ້ນໃນວັນທີ 28 ຕຸລາ ພະນັກງານພົນລະເມືອງນະຄອນຫຼວງວຽງຈັນ ( ລາວ ) ໄດ້ຮັບການຝຶກອົບຮົມເພື່ອທົດລອງນຳໃຊ້ລະບົບການຄຸ້ມຄອງຂໍ້ມູນພົນລະເມືອງ Civil Management Information System ( CIMS ) ທີ່ພັດທະນາໂດຍ ບໍລິສັດ ຢູນີເທວ. ນີ້ແມ່ນບາດກ້າວທຳອິດທີ່ເຂົ້າໄປໃນຊີວິດຂອງໂຄງການ IT ທີ່ໄດ້ຂະຫຍາຍໃນຂະໜາດໃຫຍ່ທີ່ສຸດໃນປະເທດລາວ.

ຕາມແຜນການແລ້ວ ລະບົບ Civil Management Information System ( CIMS ) ຈະຖືກທົດສອບຢູ່ 3 ແຂວງ/ຕົວເມືອງ ຄື: ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ຈຳປາສັກ. ການຝຶກອົບຮົມໃຫ້ແກ່ພະນັກງານໃນການນຳໃຊ້ແມ່ນຈະສຳເລັດໃນເດືອນພະຈິກ 2019 ແລະ ການທົດສອບຈະເລີ່ມຕົ້ນໃນໄວໆນີ້; ໝາກຜົນຂອງຂະບວນການທົດລອງຢູ່ 3 ແຂວງນີ້ ແມ່ນພື້ນຖານໃຫ້ແກ່ການຂະຫຍາຍໄປຍັງ 14 ແຂວງທີ່ຍັງເຫຼືອຂອງລາວ.

ໂຄງການ Civil Management Information System ( CIMS ) ແມ່ນລະບົບການຄຸ້ມຄອງທີ່ທັນສະໄໝ, ຊ່ວຍໃຫ້ເຕັກໂນໂລຊີເກັບຮັກສາ, ຄົ້ນຫາຂໍ້ມູນຕົ້ນສະບັບທີ່ກ່ຽວຂ້ອງກັບຂັ້ນຕອນການພິພາກສາ ເຊັ່ນ: ໃບຢັ້ງຢືນການເກີດ, ການເສຍຊີວິດ, ການຂຶ້ນທະບຽນແຕ່ງດອງ, ການປ່ຽນຊື່, ການເຂົ້າເມືອງ, ການປ່ຽນແປງທີ່ຢູ່ອາໄສ ຢ່າງສະດວກ, ຊັດເຈນ ແລະ ຖືກຕ້ອງ. ການຮວບຮວມຂໍ້ມູນສະຖິຕິສາມາດປະຕິບັດໄດ້ເຖິງຂັ້ນບ້ານ, ອຳນວຍຄວາມສະດວກບໍ່ພຽງແຕ່ໃນການສ້າງ ແລະ ການຕິດຕາມການຈັດຕັ້ງປະຕິບັດແຜນການຂອງອົງການຄຸ້ມຄອງແຕ່ສູນກາງຈົນຮອດຂັ້ນບ້ານ ແຕ່ຍັງຊ່ວຍໃຫ້ປະຊາຊົນສາມາດເຂົ້າເຖິງ ແລະ ນຳໃຊ້ການບໍລິການຂອງລັດໄດ້ງ່າຍ ແລະ ສະດວກ, ເຮັດໃຫ້ປະຢັດເວລາ ແລະ ປະຢັດຄ່າໃຊ້ຈ່າຍຂອງຂັ້ນຕອນການບໍລິຫານ.

ຕິດຕໍ່ພົວພັນ: ສູນລູກຄ້າລະດັບບໍລິສັດ – ບໍລິສັດ ສະຕາໂທລະຄົມ

Email: bsc@unitel.com.la; Hotline: ( +856 ) 20 9990 0972 ( +856 ) 20 9989 8898; ( +856 ) 20 9114 5678
ລາຍລະອຽດເຂົ້າເບິ່ງທີ່ເວັບໄຊ: Website: https://unitel.com.la/it-solutions ແລະ Facebook: https://www.facebook.com/UnitelBusinessSolutions/