ຮອງນາຍົກ ເນັ້ນໜັກໃຫ້ຂະແໜງພາສີແກ້ໄຂຂໍ້ອັດຕັນຕໍ່ການຈັດເກັບລາຍຮັບ

332

ປີ 2019 ຂະແໜງພາສີ ເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 6.889 ຕື້ກີບ ເທົ່າກັບ 91,61% ຂອງແຜນການປີ. ເຖິງແນວໃດກໍຕາມ, ປີ 2020 ໄດ້ຮັບມອບໝາຍໃຫ້ຈັດເກັບລາຍຮັບ 8.200 ຕື້ກີບ. ດ້ານຮອງນາຍົກ ເນັ້ນໜັກໃຫ້ສະກັດກັ້ນການລັກລອບໜີພາສີ, ການຄຸ້ມຄອງການນຳເຂົ້ານ້ຳມັນເຊື້ອໄຟ, ການແກ້ໄຂລົດນຳເຂົ້າບໍ່ຖືກຕ້ອງ, ວຽກງານການຫັນເປັນທັນສະໄໝ ແລະ ອື່ນໆ ເພື່ອຄ້ຳປະກັນໃນການຈັດເກັບລາຍຮັບໃນປີ 2020 ໃຫ້ບັນລຸເປົ້າ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ໃຫ້ການໂອ້ລົມ ແລະ ໃຫ້ທິດຊີ້ນຳຄະນະກົມພາສີ, ຫົວໜ້າກອງຄຸ້ມຄອງພາສີ I – VII, ຄະນະກອງກວດກາພາສີປະຈໍາແຂວງ, ຄະນະດ່ານພາສີສາກົນ, ຄະນະດ່ານພາສີທ້ອງຖິ່ນ ແລະ ວຽກງານຂະແໜງພາສີໃນຂອບເຂດທົ່ວປະເທດ ໃນກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ປະຈຳປີ 2019 ແລະ ກຳນົດທິດທາງແຜນການ, ມາດຕະການປີ 2020 ຂອງຂະແໜງພາສີທົ່ວປະເທດ ທີ່ຈັດຂຶ້ນໃນວັນທີ 21 ມັງກອນ 2020 ທີ່ສູນຝຶກອົບຮົມພາສີ ( ບ້ານທ່າເດື່ອ ) ນະຄອນຫຼວງວຽງຈັນ.

ໂອກາດດັ່ງກ່າວ ທ່ານຮອງນາຍົກລັດຖະມົນຕີ ກ່າວວ່າ: ວຽກງານຂະແໜງພາສີ ໃນໄລຍະຜ່ານມາເຫັນວ່າມີຫຼາຍອັນພົ້ນເດັ່ນ ເຊັັ່ນ: ການຈັດເກັບລາຍຮັບເຂົ້າງົບປະມານຂອງຂະແໜງພາສີ ໄດ້ທັງໝົດ 6.889 ຕື້ກີບ ເທົ່າກັບ 91,61% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 3,80%, ຄິດເປັນເງິນປະມານ 251,98 ຕື້ກີບ.

ວຽກງານພາສີໃຫ້ເປັນທັນສະໄໝມີຫຼາຍໜ້າວຽກທີ່ໄດ້ຮັບການພັດທະນາ ເປັນຕົ້ນ: ລະບົບການແຈ້ງພາສີແບບເອເລັກໂຕຣນິກອາຊີກູດາ, ການຈັດເກັບຄ່າພາສີ – ອາກອນ ແລະ ພັນທະອື່ນຜ່ານລະບົບທະນາຄານ, ສະມາດແທັກ ( Smart Tax ), ການນໍາໃຊ້ລະບົບການແຈ້ງພາສີປະຕູດຽວແຫ່ງຊາດ ( National Single Window ), ການຄຸ້ມຄອງ, ຕິດຕາມການນໍາເຂົ້າພາຫະນະທ່ອງທ່ຽວຢ້ຽມຢາມ ບ 53, ການຈັດເກັບຄ່າທໍານຽມພາຫະນະ ແລະ ຜູ້ໂດຍສານຜ່ານເຂົ້າ – ອອກດ່ານດ້ວຍລະບົບຕູ້ເອເລັກໂຕຣນິກ KIOSK ແລະ ລະບົບອື່ນໆ.

ການປັບປຸງກົງຈັກການຈັັດຕັ້ງເປັນຕົ້ນ: ການປັບປຸງພະແນກຕ້ານ ແລະ ສະກັດກັ້ນການລັກລອບໜີພາສີເປັນພະແນກສືບສວນ – ສອບສວນ ແລະ ປາບປາມການລັກລອບໜີພາສີ ເພື່ອຫັນວຽກງານດັ່ງກ່າວໃນຂອບເຂດທົ່ວປະເທດໃຫ້ຂຶ້ນບັນຊາໂດຍກົງກັບສູນກາງ ແລະ ການປັບປຸງບັນດານິຕິກໍາຕ່າງໆໄດ້ຢ່າງຕັ້ງໜ້າ.

ທ່ານຮອງນາຍົກ ກ່າວຕື່ມວ່າ: ຄຽງຄູ່ກັນນີ້ວຽກງານຂອງຂະແໜງພາສີເຫັນວ່າຍັງມີບາງດ້ານຕ້ອງໄດ້ເປັນເຈົ້າການ ແລະ ແກ້ໄຂໃນຕໍ່ໜ້າ ເຊັ່ນ: ວຽກງານການເມືອງ – ແນວຄິດ, ການຕິດຕາມ, ກວດກາການປະຕິບັດໜ້າທີ່ວຽກງານຂອງພະນັກງານລັດຖະກອນ – ເຈົ້າໜ້າທີ່ທີ່ຢູ່ໃນຄວາມຮັບຜິດຊອບຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ວຽກງານມູນຄ່າແຈ້ງພາສີກົມພາສີປັບກົນໄກ ແລະ ວິທີການ ເພື່ອເຮັດໃຫ້ບັນດາຜູ້ປະກອບການ ແລະ ບັນດາດ່ານພາສີຊາຍແດນແຈ້ງພາສີມີຄວາມເປັນເອກະພາບ, ກວດຄືນການແຈ້ງພາສີເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານພາສີ, ວຽກງານການສືບສວນ – ສອບສວນ ແລະ ປາບປາມການລັກລອບໜີພາສີ.

ພາຍຫຼັງມີການປັບປຸງໂຄງປະກອບການຈັດຕັ້ງໃໝ່ໃນກາງປີ 2019 ເຫັນວ່າໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າ, ການຄຸ້ມຄອງການນໍາເຂົ້າສິນຄ້າປະເພດນໍ້າມັນເຊື້ອໄຟ ເຊິ່ງເປັນລາຍຮັບຫຼັກ ແລະ ກວມເອົາເປັນອັນດັບໜຶ່ງຂອງລາຍຮັບພາສີທັງໝົດ, ການຄຸ້ມຄອງພາຍໃນດ່ານຍັງບໍ່ທັນຮັດກຸມ ເຮັດໃຫ້ເກີດມີຊ່ອງວ່າງໃນການລັກລອບສິນຄ້ານຳເຂົ້າ ນັບແຕ່ດ່ານພາສີສາກົນຈົນເຖິງດ່ານທ້ອງຖິ່ນ ແລະ ປະເພນີ ເປັນຕົ້ນ: ນໍ້າມັນເຊື້ອໄຟ, ເຄື່ອງໃຊ້ໄຟຟ້າ, ກໍ່ສ້າງ, ເຄື່ອງອຸປະໂພກ – ບໍລິໂພກ, ສິນຄ້າປະເພດກະສິກໍາ, ການແກ້ໄຂລົດນຳເຂົ້າບໍ່ຖືກຕ້ອງທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຍັງບໍ່ທັນມີ ຄວາມເປັນເອກະພາບ ເປັນຕົ້ນແມ່ນການປະຕິບັດດ້ານລາຄາແຈ້ງບາງກໍລະນີຍັງບໍ່ທັນສອດຄ່ອງ.

ທີ່ສຳຄັນວຽກງານຂະແໜງພາສີຕ້ອງຫັນເປັນທັນສະໄໝ ໂດຍສະເພາະວຽກງານທີ່ຕິດພັນກັບການຄຸ້ມຄອງຈັດເກັບລາຍຮັບ ໃຫ້ມີລັກສະນະຕັ້ງໜ້າມີຄວາມໂປ່ງໃສ, ວ່ອງໄວ, ສາມາດກວດສອບໄດ້ ເພື່ອເປັນການຮັບປະກັນໃຫ້ແກ່ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດປີ 2020 ຈໍານວນ 8.200 ຕື້ກີບ ໃຫ້ບັນລຸຕາມແຜນການທີ່ວາງໄວ້.