ວ້າວຫາກໍ່ຮູ້ ເຫຼົ້າຂາວ ປູນແດງສາມາດກຳຈັດໜອນໄດ້

187

ເຊື່ອວ່າຊາວກະສິກອນຫຼາຍຄົນຕ້ອງພົບບັນຫານີ້ແນ່ນອນ “ໜອນ” ໜອນມັກນຳເອົາຄວາມຫາຍານະມາໃຫ້ຜົນຜະລິດ, ຫຼາຍເທື່ອທີ່ຕ້ອງລົງທຶນລົງແຮງໄປແຕ່ໜອນມາປະກົດໃນໃນຮູບແບບຫໍ່, ເຈາະ ຕັ້ງກິນໄປເທື່ອລະໜ້ອຍຈົນໃນທີ່ສຸດບໍ່ໄດ້ເກັບກູ້ເຕັມເມັດເຕັມໜ່ວຍ ສະນັ້ນຫ້ອງຂ່າວເສດຖະກິດ-ການຄ້າຈິ່ງນຳເອົາເຕັກນິກງ່າຍໆໃນການກຳຈັດໜອນ ໃນໄຮ່ນາອິນຊີຂອງທ່ານມາຝາກ ຄວາມຈິງແລ້ວບໍ່ມີຫຍັງຫຍຸ້ງຍາກເລີຍໃຊ້ວັດຖຸດິບພຽງສອງຢ່າງກໍ່ຈົບເລື່ອງນັ້ນກໍ່ຄືປູນແດງ ແລະເຫຼົ້າຂາວ.

ໂດຍການນຳເອົາປູນແດງກັບເຫຼົ້າຂາວມາປະສົມໃຫ້ເຂົ້າກັນ ອັດຕາສ່ວນຂອງເຫຼົ້າກັບປູນແດງແມ່ນ 50 ຊີຊີ ຕໍ່ນ້ຳ 20 ລິດ ຫຼັງຈາກທີ່ສ່ວນປະສົມເຂົ້າກັນຮຽບຮ້ອຍແລ້ວກໍສາມາດນຳໄປສີດໜອນໄດ້ເລີຍ ພຽງເທົ່ານີ້ກໍສາມາດກຳຈັດໜອນຈາກໄຮ່ນາຂອງທ່ານໄດ້ແບບປອດໄພປາສະຈາກສານເຄມີຕົກຄ້າງ.

ຕໍ່ມາຄືວິທີການໃສ່ຝຸ່ນອິນຊີສຳລັບການເຮັດນາ ຂັ້ນຕອນທຳອິດແມ່ນໃຫ້ໄຖເຫງົ້າເຟືອງເຂົ້າທີ່ພາຍຫຼັງເຮົາເກັບກ່ຽວແລ້ວ ແຕ່ກ່ອນທີ່ຈະໄຖຄວນໃສ່ຝຸ່ນອິນຊີເພື່ອບຳລຸງດິນ ເຊັ່ນ ມູນສັດ ປຸ໋ຍໝັກ ເປັນຕົ້ນ ອັດຕາທີ່ແນະນຳໃຫ້ໃຊ້ມູນສັດ ຫຼື ປຸ໋ຍໝັກ 600 ກິໂລກຼາມຕໍ່ 1 ໄລ່ ຫຼື ໃຊ້ເສດໃບໄມ້ແຫ້ງໃນອັດຕາສ່ວນປະມານ 250 ກິໂລກຼາມຕໍ່ 1 ໄລ່ ຫຼັງຈາກນັ້ນກໍຈະໄຖສິ່ງຕ່າງໆທີ່ເວົ້າມາຂ້າງເທິງໄປພ້ອມໆກັນ.

ຊາວກະສິກອນຄວນຫວ່ານເມັດພືດຕະກູນຖົ່ວ ເຊັ່ນ ໝາກຖົ່ວຍາວ, ໝາກຖົ່ວຂຽວ ແລະອື່ນໆ ພ້ອມກັບຫວ່ານເຂົ້າໃນອັດຕາສ່ວນປະມານ 5-10 ກິໂລກຼາມຕໍ່ໄລ່ເພື່ອເປັນຝຸ່ນພືດສົດໃນການບຳລຸງດິນນາ.