ລາວໂທລະຄົມລົງນາມຮ່ວມມືດ້ານວິຊາການກັບສະຖາບັນໄອຊີທີ

238

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ສະຖາບັນເຕັກໂນໂລຊີການສື່ສານ ( ICT ) ໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືທາງດ້ານວິຊາການ ເພື່ອຮ່ວມກັນພັດທະນາຊັບພະຍາກອນ ແລະ ຊ່ວຍເຫຼືອທາງວິຊາການ ທັງເປັນການຍົກລະດັບຄວາມຮູ້ – ຄວາມສາມາດຂອງການແຂ່ງຂັນໃນຍຸກໃໝ່, ຂະນະທີ່ໄລຍະຂອງການປະຕິບັດໂຄງການເປັນເວລາ 5 ປີ ນັບແຕ່ປີ 2020 ເປັນຕົ້ນໄປ.

ທ່ານ ສຸພົນ ຈັນທະວິໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ກ່າວວ່າ: ສໍາລັບເນື້ອໃນຂອງການເຊັນບົດບັນທຶກໃນຄັ້ງນີ້ທັງສອງຝ່າຍຈະໄດ້ຮ່ວມກັນແລກປ່ຽນຄວາມຮູ້, ເນັ້ນໃສ່ພັດທະນາບຸກຄະລາກອນ, ຍົກລະດັບການຝຶກອົບຮົມເປັນແຕ່ລະໄລຍະ ເພື່ອສົ່ງເສີມທັກສະຂອງທັງສອງຝ່າຍໃຫ້ມີຄວາມຫຼາກຫຼາຍ ແລະ ມີປະສິດທິພາບສູງຂຶ້ນ.

ນອກນັ້ນ, ຍັງເປັນການຮ່ວມມືວິໄຈພັດທະນາໂຄງການໃດໜຶ່ງ ເພື່ອຕອບສະໜອງໃນການສ້າງຜະລິດຕະພັນ – ການບໍລິການ ເຊິ່ງລາຍລະອຽດຈະໄດ້ມີການຕົກລົງກັນໃນແຕ່ລະໂຄງການ. ສໍາລັບເວລາການຈັດຕັ້ງປະຕິບັດເປັນເວລາ 5 ປີ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ທ່ານ ສາຍຝົນ ບຸດຈັນທະລາດ ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານ ກ່າວຕື່ມວ່າ: ການລົງນາມຮ່ວມກັນໃນຄັ້ງນີ້ຖືເປັນບາດກ້າວທີ່ສໍາຄັນຂອງການແລກປ່ຽນ – ຮ່ວມມືທາງດ້ານວິຊາການຂອງສອງອົງກອນ ເຊິ່ງທາງສະຖາບັນພວກເຮົາກໍພວມສຸມໃສ່ພັດທະນາຫຼັກສູດໄລຍະສັ້ນ – ໄລຍະຍາວ, ຍົກລະດັບຄູ – ອາຈານ, ການວາງແຜນພັດທະນາ, ການຄົ້ນຄວ້ານໍາໃຊ້ເຕັກໂນໂລຊີ ແລະ ສ້າງສະຕາດອັບ. ປັດຈຸບັນເຮົາມີສູນພັດທະນາ ແລະ ຝຶກອົບຮົມຊ໊ອຟແວຣ໌ ລາວ – ອິນເດຍ ເຊິ່ງໄດ້ເປີດຝຶກອົບຮົມໄປແລ້ວ 4 ຫຼັກສູດ ( ມີທັງແບບອອນລາຍ ແລະ ແບບຊ່ຽວຊານມາປະຈໍາ ) ຖືວ່າໄດ້ຮັບຄວາມສົນໃຈຈາກຫຼາຍພາກສ່ວນ.

ນອກນັ້ນ, ທາງສະຖາບັນເຕັກໂນໂລຊີການສື່ສານ ຍັງມີຫ້ອງ Co-Working Space ເພື່ອໃຫ້ນັກສຶກສາສາມາດເຮັດວຽກ, ເຮັດກິດຈະກຳໄດ້ຢ່າງສະດວກສະບາຍ ແລະ ພວກເຮົາກໍພວມວາງແຜນເຮັດກິດຈະກໍາສະໜັບສະໜູນໃນວຽກງານດັ່ງກ່າວນີ້.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 22 ມັງກອນ 2020 ທີ່ສໍານັກງານໃຫຍ່ລາວໂທລະຄົມ ເປັນການລົງນາມລະຫວ່າງ ທ່ານ ສຸພົນ ຈັນທະວິໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ກັບ ທ່ານ ສາຍຝົນ ບຸດຈັນທະລາດ ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານ ເຊິ່ງໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ມີບັນດາຫົວໜ້າກົມ, ຫ້ອງການ ແລະ ແຂກທັງສອງຝ່າຍເຂົ້າຮ່ວມ.