ເມື່ອເວົ້າກ່ຽວກັບວັກຊີນແລ້ວຄົນສ່ວນຫຼາຍກໍ່ຈະຄິດພຽງແຕ່ວ່າເປັນເລື່ອງຂອງເດັກນ້ອຍເທົ່ານັ້ນ ເຊິ່ງໃນຄວາມເປັນຈິງແລ້ວການສັກວັກຊີນແມ່ນເປັນສິ່ງທີ່ຈຳເປັນສຳລັບທຸກເພດທຸກໄວ ໂດຍຂຶ້ນກັບປັດໄຈຕ່າງໆທີ່ເຂົ້າມາກ່ຽວຂ້ອງເປັນຕົ້ນແມ່ນ:
1ດ້ານເພດ: ສຳລັບບາງວັກຊີນເທົ່ານັ້ນເຊັ່ນ: ວັກຊີນປ້ອງກັນມະເຮັງປາກມົດລູກ (HPV) ແຕ່ໃນປັດຈຸບັນທາງການແພດໄດ້ແນະນຳໃຫ້ຜູ້ຊາຍໄດ້ຮັບການສັກວັກຊີນຊະນິດນີ້ເຊັ່ນກັນ.
2ດ້ານອາຍຸ: ຄົນທົ່ວໄປເມື່ອມີອາຍຸຕັ້ງແຕ່ 50 ປີຂຶ້ນໄປທຸກຄົນ. ແພດແມ່ນແນະນຳໃຫ້ໄດ້ຮັບການສັກວັກຊີນປ້ອງກັນປອດບວມ ເນື່ອງຈາກວ່າຖ້າເກີດການຕິດເຊື້ອພະຍາດໃນປອດແລ້ວ ພະຍາດປອດບວມຈະເປັນອັນຕະລາຍເຖິງແກ່ຊີວິດໄດ້.
3ດ້ານອາຊີບ: ເພາະບາງອາຊີບຕ້ອງໄດ້ຮັບການສັກຢາວັກຊີນແບບສະເພາະ ເຊັ່ນ: ສັດຕະວະແພດ ເພາະຕ້ອງໄດ້ສັກວັກຊີນເພື່ອຊ່ວຍປ້ອງກັນພະຍາດຈາກສັດ.
4ຜູ້ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອຕ່າງໆ: ເປັນຕົ້ນແມ່ນ: ຜູ້ທີ່ເປັນມະເຮັງ, ພະຍາດຊ້ຳເຮື້ອ, ພະຍາດຫົວໃຈ, ພະຍາດຄວາມດັນເລືອດສູງ, ພະຍາດເບົາຫວານ, ພະຍາດຕັບ ແລະ ຜູ້ທີ່ມີພູມຄຸ້ມກັນຕ່ຳ ເຊິ່ງກຸ່ມນີ້ຈຳເປັນທີ່ຈະຕ້ອງໄດ້ຮັບການສັກວັກຊີນເພື່ອປ້ອງກັນພະຍາດຫຼາຍກ່ວາຄົນທົ່ວໄປ ໂດຍຈະໃຊ້ເປັນວັກຊີນປ້ອງກັນໄຂ້ຫວັດໃຫ່ຍ, ວັກຊີນປ້ອງກັນພະຍາດປອດບວມ.
ການສັກວັກຊີນເປັນໜຶ່ງໃນວິທີການເສີມສ້າງສຸຂະພາບໃຫ້ມີຄຸນຄ່າ ດີກວ່າຈະຕ້ອງມາປິ່ນປົວເມື່ອຮູ້ວ່າໄດ້ຮັບການຕິດເຊື້ອແລ້ວ ເຊິ່ງພະຍາດບາງຊະນິດທີ່ຖືກກຳຈັດໄປນັ້ນ ກໍ່ຍ້ອນການນຳເອົາວັກຊີນມາໃຊ້.
ການໃຊ້ວັກຊີນປ້ອງກັນພະຍາດຖືໄດ້ວ່າເປັນສິ່ງທີ່ດີທີ່ສຸດ ເຊິ່ງເປັນການລົງທຶນດ້ານສຸຂະພາບທີ່ຄຸ້ມຄ່າທີ່ສຸດ ເຊິ່ງພະຍາດທີ່ໃຊ້ວັກຊີນສ່ວນໃຫ່ຍແມ່ນຈະເປັນພະນາດທີ່ຮ້າຍແຮງ, ປິ່ນປົວຍາກເຊັ່ນ: ພະຍາດບາດພະຍັກໃນຜູ້ທີ່ມີອາຍຸຫຼາຍ. ບາງພະຍາດກໍ່ເຮັດໃຫ້ເສຍຊີວິດໄດ້ແກ່: ພະຍາດໄຂ້ຫວັດໃຫ່ຍ ແລະ ປອດບວມກັບຜູ້ເຖົ້າ ຫຼື ຜູ້ທີ່ມີພະຍາດຊ້ຳເຮື້ອຢູ່ແລ້ວ. ບາງພະຍາດເມື່ອເປັນແລ້ວ ກໍ່ອາດຈະມີການປ່ຽນແປງຈົນກາຍເປັນມະເຮັງໄດ້ເຊັ່ນກັນເປັນຕົ້ນແມ່ນ: ພະຍາດຕິດເຊື້ອຕັບອັກເສບບີ, ພະຍາດຕິດເຊື້ອ (HPV).